ພິທີຖະແຫຼງຂ່າວ ງານຕະຫຼາດນັດແຮງງານ

ພິທີຖະແຫຼງຂ່າວ ງານຕະຫຼາດນັດແຮງງານ

ພິທີຖະແຫຼງຂ່າວ ງານຕະຫຼາດນັດແຮງງານ ເພື່ອສົ່ງເສີມການຈັດຫາງານພາຍໃນ ແລະ ການໄປເຮັດວຽກຢູ່ຕ່າງປະເທດ ແບບຖືກຕ້ອງຕາມກົດໝາຍ (Job Fair) ປີ 2023, ໃນວັນທີ 10 ຕຸລາ 2023, ທີ່ ສູນການຄ້າລາວ-ໄອເຕັກ

ປະລິນຍາເອກ ໄຊບັນດິດ ຣາຊະພົນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫາງຊາດລາວ ໄດ້ເປັນປະທານຮ່ວມ ໃນພິທີ, ເຊີ່ງການເປັນເຈົ້າການຫຼັກໃນການຈັດງານຕະຫຼາດນັດຄັ້ງນີ້ ໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ, ພາຍໃຕ້ການຮ່ວມມື ແລະ ສະໜັບສະໜູນ ຂອງອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ປະຈໍາ ສປປ ລາວ (IOM) ແລະ ສູນວາງສະແດງສິນຄ້າ ລາວ-ໄອເຕັກ ຮ່ວມກັນຈັດ
ງານຕະຫຼາດນັດແຮງງານ ເພື່ອສົ່ງເສີມການຈັດຫາງານພາຍໃນ ແລະ ການໄປເຮັດວຽກຢູ່ຕ່າງປະເທດ ແບບຖືກຕ້ອງຕາມກົດໝາຍ (Job Fair) ປີ 2023 ໃນລະຫວ່າງວັນທີ 27-29 ຕຸລາ 2023 ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ (ຕຶກເກົ່າ).
ຈຸດປະສົງຕົ້ນຕໍ ຂອງງານຕະຫຼາດນັດແຮງງານ ໃນຄັ້ງນີ້ ກໍ່ເພື່ອສ້າງໂອກາດໃຫ້ຜູ້ວ່າງງານທົ່ວໄປ ແລະ ຜູ້ວ່າງງານທີ່ເປັນສະມາຊິກປະກັນສັງຄົມ ເຂົ້າເຖິງການບໍລິການຈັດຫາງານພາຍໃນ ລວມມີການຂຶ້ນທະບຽນຊອກວຽກ, ການໄດ້ຮັບຄໍາປຶກສາ, ແນະນໍາຕໍາແໜ່ງງານວ່າງ ແລະ ໂອກາດການຖືກຈ້າງງານ; ສ້າງໂອກາດໃຫ້ ຜູ້ໃຊ້ແຮງງານ ກໍ່ຄືບັນດາຫົວໜ່ວຍແຮງງານ ເຂົ້າເຖິງການບໍລິການຈັດຫາງານ, ການຂຶ້ນທະບຽນປະກາດຕຳແໜ່ງງານວ່າງ ໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ (www.lmi.gov.la) ພ້ອມທັງ ສາມາດເປີດຮັບສະໝັກງານກັບທີ່ ເພື່ອຄັດເລືອກເອົາແຮງງານຕາມຕໍາແໜ່ງງານທີ່ຕົນຕ້ອງການ; ນອກຈາກນີ້ ພວກເຮົາຍັງຈະມີການໂຄສະນາ ແລະ ເຜີຍແຜ່ ການໄປເຮັດວຽກຢູ່ຕ່າງປະເທດ ແບບຖືກຕ້ອງ, ປອດໄພ ແລະ ບັນຫາອື່ນໆ.
ກິດຈະກຳພາຍໃນງານ ປະກອບມີດັ່ງນີ້:
1. ມີການຕັ້ງບູດຂອງພາກລັດ ແລະ ຄູ່ຮ່ວມງານດ້ານແຮງງານ ເພື່ອໃຫ້ຄໍາປຶກສາ ເປັນຕົ້ນ ການບໍລິການຈັດຫາງານໃຫ້ຜູ້ວ່າງງານທົ່ວໄປ ແລະ ຜູ້ວ່າງງານ ທີ່ເປັນສະມາຊິກປະກັນສັງຄົມ ທີ່ຕ້ອງການໃບຢັ້ງຢືນວ່າງງານ, ການເຂົ້າເປັນສະມາຊິກປະກັນສັງຄົມ ແລະ ເງື່ອນໄຂການຮັບອຸດໜູນວ່າງງານ, ການພັດທະນາສີມືແຮງງານ, ການຄຸ້ມຄອງແຮງງານ ແລະ ອື່ນໆ;
2. ມີການຕັ້ງບູດ ໃຫ້ບໍລິການຂຶ້ນທະບຽນສະໝັກວຽກ, ສໍາພາດ ແລະ ຮັບເອົາແຮງງານ ຂອງຫົວໜ່ວຍແຮງງານ ຫຼາຍກ່ວາ 50 ຫົວໜ່ວຍແຮງງານ;
3. ມີການຕັ້ງບູດ ຂອງບໍລິສັດຈັດຫາງານ ເພື່ອໃຫ້ຄໍາປຶກສາກ່ຽວກັບ ການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ ແລະ ປອດໄພ;
4. ພາຍໃນງານຍັງມີເວທີ ສົນທະນາ, ເຜີຍແຜ່ ແລະ ແນະນໍາ ກ່ຽວກັບລະບົບການບໍລິການຈັດຫາງານ, ຂັ້ນຕອນການໃຫ້ບໍລິການຜູ້ວ່າງງງານ, ການຂຶ້ນທະບຽນ ແລະ ປະກາດຕໍາແໜ່ງງານວ່າງຂອງຫົວໜ່ວຍແຮງງານ ໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ (www.lmi.gov.la), ເງື່ອນໄຂການຮັບເງິນອຸດໜູນວ່າງງານ ແລະ ຂັັ້ນຕອນການໄປເຮັດວຽກຢູ່ ປະເທດ ສ. ເກົາຫຼີ. ນອກຈາກນີ້, ຍັງມີການແຂ່ງຂັນສີມືແຮງງານ ການແກະສະຫຼັກໝາກໄມ້, ການແນະແນວ ແລະ ໃຫ້ຄວາມຮູ້ກ່ຽວກັບສາຍອາຊີບ ແລະ ສາຍການຮຽນ, ການກຽມຄວາມພ້ອມ ກ່ອນການສະໝັກວຽກ ແລະ ວິທີການຂຽນຊີວະປະຫວັດ, ການກຽມຄວາມພ້ອມສຳລັບການສຳພາດວຽກ, ການກະກຽມຄວາມພ້ອມໃນການປະກອບອາຊີບດ້ວຍຕົນເອງ, ການແນະນໍາ ຕໍາແໜ່ງງານຂອງຫົວໜ່ວຍແຮງງານ ແລະ ການນໍາສະເໜີຂອງບໍລິສັດຈັດຫາງານ.
ດັ່ງນັ້ນ, ຈິ່ງຂໍເຊີນຊວນຜູ້ຕ້ອງການມີວຽກເຮັດງານທໍາ, ຜູ້ໃຊ້ແຮງງານ, ຜູ້ທີ່ຕ້ອງການພັດທະນາຄວາມຮູ້ ແລະ ສີມືແຮງງານ, ຜູ້ທີ່ຕ້ອງການຄໍາແນະນໍາ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ-ໄວໜຸ່ມ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ພໍ່ແມ່ປະຊາຊົນ ແລະ ບັນດາຫົວໜ່ວຍແຮງງານ ແລະ ໂຄງການ ເຂົ້າຮ່ວມງານ ໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າທ່ານຈະໄດ້ຮັບຜົນປະໂຫຍດຈາກການເຂົ້າຮ່ວມງານນີ້ຢ່າງຫຼວງຫຼາຍ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword