ພິທີຖະແຫຼງຂ່າວ ງານວາງສະແດງ ເສດຖະກິດເຕັກນິກການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 2019

ພິທີຖະແຫຼງຂ່າວ ງານວາງສະແດງ ເສດຖະກິດເຕັກນິກການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 2019

ໃນຕອນເຊົ້າ ຂອງວັນທີ 21 ພະຈິກ 2019 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດ ພິທີຖະແຫຼງຂ່າວ ງານວາງສະແດງ ເສດຖະກິດເຕັກນິກການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 2019 ຂື້ນ.

ໂດຍການເປັນປະທານຂອງ ທ່ານ ໄຊສົມເພັດ ນໍຣະສິງ, ຫົວໜ້າ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອ ແຫ່ງຊາດລາວ, ທ່ານ Liu Bin (ຫຼິວ ປິ່ີນ), ຫົວໜ້າພະແນກ, ສະພາສົ່ງເສີມການຄ້າສາກົນ ສປຈີນ.

ງານວາງສະແດງ ແມ່ນຈະຈັດຂື້ນໃນລະຫວ່າງວັນທີ 25-28 ພະຈິກ 2019, ທີ່ ສູນວາງສະແດງສິນຄ້າ ລາວ ໄອເຕັກ(ຕຶກເກົ່າ), ເປັນເວລາທັງໝົດ 4 ວັນ. ເຊິ່ງນອກຈາກການວາງສະແດງສິນຄ້າ ແລະ ຜົນງານຂອງຫົວໜ່ວຍທຸລະກິດແຕ່ລະຂະແໜງການ, ພາຍໃນງານຍັງໄດ້ຈັດກອງປະຊຸມພົບປະທຸລະກິດ ລາວ – ຈີນ ເພື່ອສ້າງເວທີປຶກສາຫຼືໃຫ້ແກ່ນັກທຸລະກິດທັງ 2 ຝ່າຍໃຫ້ໄດ້ມີໂອກາດພົບພໍ້ກັນ, ສ້າງເຄື່ອຄ່າຍຮ່ວມກັນ ແລະ ປຶກສາຫາລື ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຊອກຫາຊ່ອງທາງໃນການຮ່ວມມືກັນທາງດ້ານການຄ້າ ແລະ ການລົງທຶນ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທີຜົນ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ເຊິ່ງທຸລະກິດຂອງ ສປ ຈີນ ແມ່ນມາຈາກຫຼາຍຂະແໜງການ ແລະ ເປັນບໍລິສັດທີ່ມີປະສົບການ ແລະ ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດ, ບໍ່ວ່າຈະເປັນ ຂະແໜງພະລັງງານ,ໄຟຟ້າ, ຄົມມະນາຄົມ, ກໍ່ສ້າງ, ໄອຊີທີ, ອຸປະກອນກົນຈັກ, ຍານພາຫະນະ, ເຟີນີເຈີ້, ອຸປະກອນກະສິກໍາ, ການຄ້າ ແລະອື່ນໆ.

ງານວາງສະແດງ ເສດຖະກິດເຕັກນິກການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ນັບແຕ່ປີ 2016 ເປັນຕົ້ນມາ, ສປ ຈີນ ແລະ 5 ປະເທດຄື: ໄທ, ມ້ຽນມ້າ, ລາວ, ຫວຽດນາມ ແລະ ກຳປູເຈຍ  ເຂດແມ່ນ້ຳລ້ານຊ້າງ ແມ່ນ້ຳຂອງໄດ້ຈັດທົວທ່ອງທ່ຽວຂຶນທຸກໆປີ, ມາຮອດປະຈຸບັນນີ້ ແມ່ນໄດ້ຈັດເປັນຄັ້ງທີ 4 ແລ້ວ, ໂດຍແມ່ນກົນໄກການຮ່ວມມືແມ່ນ້ຳລ້ານຊ້າງແມ່ນ້ຳຂອງ ໃນການຮ່ວມມືການວາງສະແດງກັບຄືນສູ່ເສດຖະກິດ, ສະແດງໃຫ້ເຫັນຈຸດສຳຄັນຂອງຜົນການຮ່ວມມື 5ປະເທດ ແມ່ນ້ຳລ້ານຊ້າງແມ່ນ້ຳຂອງ ແລະ ສປ ຈີນ, ເປັນການວາງສະແດງຜະລິດຕະພັນ, ອຸປະກອນ, ເຕັກໂນໂລຊີ ແລະ ເຄື່ອງຍີ່ຫໍ້ດັງທີ່ສົ່ງອອກເປັນຫຼັກຂອງສປ ຈີນ,  ກໍເພື່ອເປັນການເພີ້ມທະວີມິດຕະພາບຂອງປະຊາຊົນ, ສົ່ງເສີມການຮ່ວມມືທາງດ້ານເສດຖະກິດໃນເວທີພາກພື້ນ.

ສປປ ລາວ ເປັນ 1 ໃນສະມາຊິກອາຊຽນ, ກໍເປັນສະມາຊິກທີ່ສຳຄັນຂອງກົນໄກການຮ່ວມມືແມ່ນ້ຳລ້ານຊ້າງແມ່ນ້ຳຂອງ,  ລາວ-ຈີນ ໄດ້ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ມີການສົ່ງເສີມຢ່າງບໍ່ຢຸດຢັ້ງ. ອີງຕາມສະຖິຕິຈີນ, ປີ 2018 ສອງປະເທດລາວ-ຈີນໄດ້ມີທຶນການຄ້າປະມານ 34.7ຮ້ອຍລ້ານໂດລາສະຫະລັດ, ເພີ້ມຂຶ້ນ 14.9%. ໃນນັ້ນ, ຝ່າຍຈີນສົ່ງອອກສິນຄ້າ 14.5 ຮ້ອຍລ້ານໂດລາສະຫະລັດ, ເພີ້ມຂຶ້ນ 2.5%, ນຳເຂົ້າສິນຄ້າ 20.2 ຮ້ອຍລ້ານໂດລາສະຫະລັດ, ເພີ້ມຂຶ້ນ 25.8%.

ໃນປີນີ້, ສປປ ລາວ ແມ່ນໄດ້ຮັບກຽດໝູນວຽນມາເປັນ ປະທານກົນໄກການຮ່ວມມື ແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ແລະ ປີນີ້ກໍ່ຍັງແມ່ນປີ ທ່ອງທ່ຽວ ລາວ- ຈີນ. ງານໃນຄັ້ງນີ້ ຈະເປັນນິມິດໝາຍອັນສຳຄັນອີກບາດກ້າວໜື່ງ ໃນການສົ່ງເສີມການຮ່ວມມື ລະ ຫວ່າງ ສອງປະເທດ ກໍ່ຄືການຮ່ວມມືໃນພາກພື້ນ ແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເລິກເຊິ່ງ​ໂດຍ​ສະ​ເພາະ​ແມ່ນການຮ່ວມມື ທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງ​ທຸລະ​ກິດ​ດ້ວຍ​ກັນ​.

 

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword