ພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2025.
ນະຄອນຫຼວງວຽງຈັນ, 09 ກັນຍາ 2025, ເວລາ 14:00 ໂມງ ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ລາວ (ສຄອຊ) ໄດ້ຈັດງານພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2025.
ໃຫ້ກຽດການເປັນປະທານ ໂດຍ: ທ່ານ ປອ ຄຳແສນ ສີສະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ວິທູນ ສິດທິມໍຣະດາ ຮອງຫົວໜ້າກົມ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ຂັນທອງ ດວງປະເສີດ ປະທານ ສຄອ ແຂວງ ວຽງຈັນ, ທ່ານ ນາງ ຈັນທະດອມ ເມກສະຫວັນ, ຮອງຜູ້ອໍານວຍການໃຫຍ່ ຜູ້ຊີ້ນໍາວຽກງານ ຝ່າຍບັນຊີ-ການເງິນ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ແລະ ທ່ານ ນາງ ພອນພິລົມ ພະຈັນແສງ ຜູ້ຈັດການກິດຈະກຳ ແລະ ອຸປະຖຳ ບໍລິສັດ ເບຍລາວ.
ທ່ານ ປອ ຄຳແສນ ສີສະວົງ ຮອງປະທານ ສຄອຊ ຜູ້ຊີ້ນໍາວຽກງານວາງສະແດງ ໄດ້ໃຫ້ຮູ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ວຽງຈັນ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງທົ່ວປະເທດຈະໄດ້ຈັດງານຜະລິດຕະພັນລາວ 2025 (Made in Laos 2025) ເຊິ່ງຈະຈັດ ຂຶ້ນໃນລະຫວ່າງວັນທີ 01-08/10/2025 (08 ວັນ) ທີ່ສູນວາງສະແດງສິນຄ້າ ລາວ – ໄອເຕັກ ນະຄອນຫຼວງວຽງຈັນ.
ງານວາງສະແດງຜະລິດຕະພັນລາວໄດ້ຈັດຂື້ນຄັ້ງທໍາອິດ ໃນປີ 2011 ຈົນເຖິງປັດຈຸບັນ, ແລະ ປີນີ້ ແມ່ນຄົບຮອບ 11 ປີ ຂອງການຈັດງານ. ປີນີ້ແມ່ນສະພາການຄ້າ ແລະ ອຸດສາຫະກຳ ແຂວງ ວຽງຈັນ ເປັນເຈົ້າພາບຮ່ວມໃນການຈັດງານ, ເຊິ່ງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ວຽງຈັນ ຈະໄດ້ມີການອອກແບບຕົບແຕ່ງ Booth Pavilion ເປັນພິເສດ ແລະ ສວຍງາມເພື່ອສະແດງໃຫ້ເຫັນວິຖີຊີວິດການເປັນຢູ່, ຮີດຄອງປະເພນີ, ວັດທະນະທຳທີ່ສວຍງາມ ແລະ ບັນດາແຫລ່ງທ່ອງທ່ຽວຕ່າງໆ ທາງດ້ານວັດທະນະທຳ ແລະ ທຳມະຊາດ ທີ່ຕິດພັນກັບວິຖີການດໍາລົງຊີວິດ ຂອງຊາວ ແຂວງ ວຽງຈັນ ນອກຈາກນັ້ນຍັງໄດ້ເຫັນເຖິງການຂະຫຍາຍຕົວທາງດ້ານເສດກິດ ບໍ່ວ່າຈະເປັນເຂດເສດຖະກິດພິເສດ, ສະຖານທີ່ທ່ອງທ່ຽວທາງ ທຳມະຊາດ ແລະ ວັດຖະນະທຳທີ່ສວຍງາມ, ອາຫານການກິນ, ການນຸ່ງຖື ແລະ ຜະລິຕະພັນສິນຄ້າອື່ນໆ ທີ່ເປັນທ່າແຮງຂອງ ແຂວງ ວຽງຈັນ.
ງານວາງສະແດງໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຫຼັກຈາກຄູ່ຮ່ວມຍຸດທະສາດ 2 ບໍລິສັດຄື: ບໍລິສັດ ປີໂຕຣລ້ຽມ ເທຣດດີງລາວ ມະຫາຊົນ ແລະ ບໍລິສັດ ເບຍລາວ, ນອກຈາກນັ້ນກໍ່ຍັງມີ ຫຼາຍບໍລິສັດ ທີ່ໃຫ້ການສະໜັບສະໜູນ ງານອີກດ້ວຍ ຈຸດປະສົງຫຼັກໃນການຈັດງານ ກໍ່ເພື່ອຊຸກຍູ້ສົ່ງເສີມໃຫ້ຄົນລາວຫັນມານໍາໃຊ້ຜະລິດຕະພັນລາວໃຫ້ຫຼາຍຂຶ້ນ ພ້ອມດຽວກັນນັ້ນກໍ່ເປັນການປຸກລະດົມຂົນຂວາຍເພີ່ມທະວີການຜະລິດໃນລະດັບຄອບຄົວໃຫ້ກາຍເປັນສິນຄ້າ ທີ່ສາມາດສ້າງລາຍຮັບໃຫ້ ແກ່ຄອບຄົວໄດ້, ອີກທັງເພື່ອສົ່ງເສີມການຜະລິດຂະໜາດນ້ອຍ ໃຫ້ກ້າວສູ່ຂະໜາດກາງ ແລະ ໃຫ້ກາຍເປັນຂະໜາດໃຫ່ຍໃຫ້ກາຍເປັນອຸດສາຫະກຳການຜະລິດທາງດ້ານປະລິມານ ແລະ ຄຸນນະພາບທີ່ໄດ້ມາດຕະຖານ ທີ່ພ້ອມແຂ່ງຂັນກັບຕະຫຼາດເພື່ອຈໍາໜ່າຍໃນຕະຫລາດພາຍໃນ ແລະ ສາມາດສົ່ງອອກສູ່ສາກົນໄດ້.

ພ້ອມດຽວກັນນີ້, ການຈັດງານໃນຄັ້ງນີ້ ຍັງຈະເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດທີ່ກຳລັງຊອກຫາຄູ່ຄ້າໃໝ່ໆ ແລະ ຕ້ອງການເປີດຕົວສິນຄ້າ ແລະ ບໍລິການໃໝ່ໆຂອງບໍລິສັດໃຫ້ບັນດາແຂກທີ່ມາຊົມງານທັງພາຍໃນ ແລະ ສາກົນໄດ້ຮັບຊາບ, ອີກທັງຍັງເປັນການແລກປ່ຽນຄວາມຮູ້, ເຕັກນິກດ້ານວິຊາການ, ວິທີການ ຜະລິດ ເພື່ອນໍາມາພັດທະນາການຜະລິດສິນຄ້າຂອງຕົນ. ພ້ອມທັງເປັນການໂຄສະນາຄວາມອຸດົມສົມບູນທາງດ້ານຮີດຄອງປະເພນີ-ວັດທະນະທຳ, ການຄ້າ-ການລົງທຶນ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ເປັນເອກະລັກຂອງແຂວງທີ່ເປັນເຈົ້າພາບຮ່ວມຈັດງານກໍຄືແຂວງ ວຽງຈັນ ຕະຫຼອດເຖິງທຸກໆແຂວງທົ່ວປະເທດທີ່ເຂົ້າຮ່ວມງານໃນຄັ້ງນີ້ອີກດ້ວຍ.
ງານວາງສະແດງໃນຄັ້ງນີ້ ມີຫຼາກຫຼາຍຜະລິດຕະພັນທີ່ຜະລິດ ແລະ ປະກອບຢູ່ ສປປ ລາວ, ເຂົ້າຮ່ວມງານຫຼາຍກ່ວາ 204 ຫ້ອງ, ຂະແໜງ ຜະລິດຕະພັນ ສິນຄ້າ ຈາກ ທັງໝົດ 17 ແຂວງ, ມີ 160 ຫົວໜ່ວຍບໍລິສັດ
1. ຂະແໜງ ຜະລິດຕະພັນ ສິນຄ້າທີ່ຈົດກາໝາຍ Made in Laos (ເຊີ່ງຫ້ອງການ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ ເປັນຜູ້ອະນຸມັດໃຫ້ໃຊ້ ກາໝາຍ Made in Laos)
2. ຂະແໜງ ຜະລິດຕະພັນ ຫັດຖະກຳແຜນແຜ່,ຜ້າຝ້າຍ, ຜ້າໃໝ
3. ຂະແໜງ ຜະລິດຕະພັນ ຫັດຖະກຳ ເຄື່ອງເງີນ
4. ຂະແໜງ ຜະລິດຕະພັນ ເຟີນີເຈີ,ເຄື່ອງຕົບແຕ່ງພາຍໃນພາຍບ້ານ
5. ຂະແໜງ ຜະລິດຕະພັນ ອາຫານ ແລະ ເຄື່ອງດື່ມ
6. ຂະແໜງ ຜະລິດຕະພັນອຸດສາຫະກໍາໜັກ-ເບົາ
7. ຂະແໜງ ຜະລິດຕະພັນ ທ່ອງທ່ຽວ, ເຄື່ອງທີ່ລະນືກ, ເຄື່ອງໃຊ້ພາຍໃນເຮືອນ
8. ຂະແຫນງ ຜະລິດຕະພັນ ໜືງເມື່ອງໜື່ງຜະລິດພັນ (ODOP), ສິນຄ້າຈາກຄອບຄົວຕົວແບບຂອງ
9. ຂະແໜງ ຜະລິດຕະພັນສິນຄ້າ ຈາກ ໄທ ແລະ ສປ ຈີນ ຈໍານວນໜື່ງ
ນອກຈາກນີ້, ພາຍໃນງານມີຫຼາກຫຼາຍກິດຈະກໍາເຊັ່ນ: ການວາງສະແດງສິນຄ້າ, ງານປະຊຸມສຳມະນາຕ່າງໆ ໃຫ້ຄວາມຮູ້, ງານພົບປະທຸລະກິດ, ກິດຈະກຳແຈກຂອງລາງວັນ ແລະ ກິດຈະກໍາບັນເທິງອື່ນໆ ຕະຫຼອດໄລຍະການຈັດງານ.
