ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)

ທ່ານ ປະລິນຍາເອກ ນາງ ວາລີ ເວດສະພົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທັງເປັນຜູ້ຊີ້ນຳໜ່ວຍສະຫະພັນແມ່ຍິງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ກຽດເປີດງານຢ່າງເປັນທາງການ ແລະ ໄດ້ຮັບກຽດເຂົ້າຮ່ວມງານຈາກ ທ່ານ. ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນ. ມະນີວັນ ເຍຍປາວເຮີ ຮອງປະທານກໍາມາທິການວັດທະນາທໍາ ສັງຄົມແຫ່ງຊາດ, ກໍາມະການບໍລິຫານງານສູນກາງສະຫະພັນແມ່ຍິງລາວ,ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຫ່ງຊາດ, ທ່ານ. ສຈ. ປອ. ດຣ. ມາຍຟອງ ມາຍຊາຍ ອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ, ກະຊວງສາທາລະນະສຸກ, ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມທັງ ວິທະຍາກອນທັງພາຍໃນ ແລະ ຕ່າງປະເທດ ແລະ ບັນດາແຂກຜູ້ມີກຽດຈາກອົງການຈັດຕັ້ງພາຍໃນ ແລະ ສາກົນຕ່າງໆ
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ແມ່ນຈັດຂື້ນເປັນ ຄັ້ງທີ່ IV ໂດຍການສືບຕໍ່ຈັດຕັ້ງບັນດາກິດຈະກໍາ ເພື່ອໃຫ້ເປັນມູນເຊື່ຶອຂອງການຈັດງານໃນທຸກໆປີຂອງໜ່ວຍສຫະພັນແມ່ຍິງ ສຄອຊ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຂອງທຸກໆປີ ໜ່ວຍສະຫະພັນແມ່ຍິງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແມ່ນໄດ້ຈັດງານກິດຈະກຳສຳລັບແມ່ຍິງ ທີ່ມີຊືື່ວ່າ: “ງານສົ່ງເສີມຜູ້ປະກອບການຍີງຍຸກໃຫມ່” ເຊີ່ງໄດ້ຈັດຂື້ນເປັນຄັ້ງທີ 4 ແລ້ວ ໂດຍມີຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມຄວາມກ່າວໜ້າຂອງແມ່ຍິງຍຸກໃໝ່ ພ້ອມທັງເປັນການສ້າງຄວາມສາມັກຄີ ຂອງສະຫະພັນແມ່ຍິງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະຫະພັນແມ່ຍິງ ກະຊວງ ທີ່ກ່ຽວຂ້ອງ ແລະ ບັນດາສະມາຄົມອ້ອມຂ້າງຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ນອກຈາກນີ້ ຍັງເປັນການສົ່ງເສີມກິດຈະກຳໃຫ້ແກ່ຜູ້ປະກອບການແມ່ຍິງ, ເພື່ອເປັນການຍົກສູງບົດບາດຍິງຊາຍ ແລະ ສາມາດແລກປ່ຽນໃນເວທີເສວະນາພາຍໃຕຫົວຂໍ້ຕ່າງໆ ທັງເປັນການສ້າງເຄື່ອຂ່າຍ ພົບປະກັບບັນດາຜູ້ປະກອບການໄວໜຸ່ມ ແລະ MSMEs ເພື່ອເປັນການສົ່ງເສີມຜະລິດຕະພັນທົ່ວໄປອີກດ້ວຍ.

ທ່ານ ປະລິນຍາເອກ ນາງ ວາລີ ເວດສະພົງ ໄດ້ກ່າວວ່າ: ການສົ່ງເສີມຜູ້ປະກອບການແມ່ຍິງ ກໍ່ຖືເປັນຫນ້າວຽກອັນສໍາຄັນອັນຫນື່ງ ທີ່ຈະຕ້ອງໄດ້ປະກອບສ່ວນສ້າງຄວາມຮູ້, ຄວາມສາມາດ ແລະ ປົກປ້ອງແມ່ຍິງໃນທຸລະກິດ ເພື່ອໃຫ້ກາຍເປັນຜູ້ປະກອບການທີ່ເປັນມືອາຊີບ ແລະ ສາມາດສ້າງອາຊິບໃຫ້ແກ່ຜູ້ຄົນໃນສັງຄົມ ໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຖືເປັນຕົວກະຕຸ້ນຫຼັກໃນການເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ ແລະ ການເຕີບໂຕຂອງການຜະລິດພາຍໃນ ແລະ ສະໜອງການຈ້າງງານ, ສ້າງວຽກເຮັດງານທໍາທີມີຄຸນຄ່າໃນ ສປປ ລາວ. ສະນັ້ນ, ການພັດທະນາຄວາມຮູ້, ການເຂົ້າເຖິງຂໍ້ມູນຂ່າວສານທີ່ເປັນປະໂຫຍດ ແລະ ການຝຶກອົບຮົມ ໃນການເສີມສ້າງບົດບາດຍີງ-ຊາຍ ທີ່ຈະເປັນການສ້າງເງື່ອນໄຂໃຫ້ແກ່ແມ່ຍິງ ສາມາດນໍາພາວຽກງານ ຫລື ທຸລະກິດຂອງຕົນ ໄດ້ຢ່າງມີປະສີດທີຜົນ ແລະ ກ້າວເຂົ້າສູ່ຄວາມເປັນຜູ້ນໍາໃນອານາຄົດ.

 

 

Related Posts

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more

Enter your keyword