ງານເຜີຍແຜ່ກ່ຽວກັບ “ແຜນງານຂອງລາວຍືນຍາວ ແລະ ຮ່ວມຮັບຟັງ ເວທີສົນທະນາ ໃນຫົວຂໍ້: ຜູ້ໄດ້ຮັບຜົນປະໂຫຍດຈາກການຢັ້ງຢືນຄວາມຍືນຍົງ ສໍາລັບທຸລະກິດທີ່ນອນໃນຂະແຫນງການ ທ່ອງທ່ຽວລາວ

ງານເຜີຍແຜ່ກ່ຽວກັບ “ແຜນງານຂອງລາວຍືນຍາວ ແລະ ຮ່ວມຮັບຟັງ ເວທີສົນທະນາ ໃນຫົວຂໍ້: ຜູ້ໄດ້ຮັບຜົນປະໂຫຍດຈາກການຢັ້ງຢືນຄວາມຍືນຍົງ ສໍາລັບທຸລະກິດທີ່ນອນໃນຂະແຫນງການ ທ່ອງທ່ຽວລາວ

ງານເຜີຍແຜ່ກ່ຽວກັບ “ແຜນງານຂອງລາວຍືນຍາວ ແລະ ຮ່ວມຮັບຟັງ ເວທີສົນທະນາ ໃນຫົວຂໍ້: ຜູ້ໄດ້ຮັບຜົນປະໂຫຍດຈາກການຢັ້ງຢືນຄວາມຍືນຍົງ ສໍາລັບທຸລະກິດທີ່ນອນໃນຂະແຫນງການ ທ່ອງທ່ຽວລາວ”ໃນວັນທີ 02 ມີນາ 2023 ທີ່ ໂຮງແຮມ ລາວພາຊ່າ, ນະຄອນຫລວງວຽງຈັນ.

ໂດຍການເປັນປະທານຮ່ວມຂອງທ່ານ ທ່ານ ດາລາ ອິນດາວົງ ຮອງຫົວຫນ້າກົມສົ່ງເສີມການຄ້າ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ
ໂຄງການ “ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມຕໍ່ກັບຕະຫຼາດໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ອງລາວແບບຍືນຍົງ” (SUSTOUR Laos) ນີ້ ແມ່ນໂຄງການຮ່ວມຈັດຕັ້ງປະຕິບັດໂດຍ ກົມສົ່ງເສີມການຄ້າ, ກະຊວງອດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ອົງການແພຮນສາກົນ ປະຈໍາ ສປປ ລາວ ແລະ ສູນສະຫະພາບເອີລົບ ດ້ານການທ່ອງທ່ຽວນິເວດ ແລະ ກະສິກໍາ (ECEAT) ເພື່ອແນ່ໃສ່ການສົ່ງເສີມ ແລະ ສະໜັບສະໜູນໃຫ້ບັນດາຫົວໜ່ວຍທຸລະກິດ ໃນ ສປປ ລາວ ໄດ້ຮັບການຫັນໄປສູ່ການດຳເນີນທຸລະກິດແບບຍືນຍົງ ໂດຍສະເພາະການດຳເນີນການຈັດຕັ້ງປະຕິບັດໂຄງການຢູ່ໃນ 3 ແຂວງເປົ້າຫມາຍ ກໍ່ຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫລວງພະບາງ.
ງານເຜີຍແຜ່ກ່ຽວກັບ “ແຜນງານຂອງລາວຍືນຍາວ” ແມ່ນຫນື່ງກິດຈະກໍາທີ່ນອນຢູ່ແຜນງານໃນການຮ່ວມການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເຊີ່ງຖືເປັນບາດ ກ້າວທີ່ສຳຄັນຂອງໂຄງການ ທີ່ຈະນໍາສະເຫນີການກ້າວໄປສູ່ການຮັບໃບຢັ້ງຢືນມາດຕະຖານທ່ອງທ່ຽວ ລາວຍືນຍາວ, ທີ່ກວມເອົາ 4 ຂະແຫນງການ ບູລິມະສິດທີ່ສໍາຄັນໃນການສ້າງມາດຕະຖານຄວາມຍືນຍົງຂອງແຜນງານ “ລາວຍືນຍາວ” ຄື 1) ການບໍລິການຂົນສົ່ງ, 2) ອາຫານ ແລະ ເຄື່ອງດື່ມ, 3) ເຄື່ອງຫັດຖະກໍາ ແລະ ເຄື່ອງທີ່ລະນຶກ ແລະ 4) ການທ່ອງທ່ຽວເຊິງວັດທະນາທໍາ. ເພື່ອເຮັດໃຫ້ຜູ້ປະກອບການທີ່ນອນໃນ 4 ຂະແຫນງການດັ່ງກ່າວນີ້ ໃຫ້ເປັນທີ່ຮັບຮູ້ ແລະ ຍອມຮັບໃນຖານະເຈົ້າຂອງທຸລະກິດທີ່ມີຄວາມຍືນຍົງ, ຍົກລະດັບມາດຖະມານສໍາລັບຜູ້ປະກອບການ ກໍ່ຄຶຂະແຫນງການທີ່ປີ່ນອ້ອມການທ່ອງທ່ຽວ ກ້າວໄປສູ່ມາດຕະຖານສາກົນໄດ້.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword