ເປີດກອງປະຊຸມການສ້າງມາດຕະຖານອາຊີບໃນຂົງເຂດ ອາຊີບການລ້ຽງສັດ ແລະ ການບໍລິການ ອາຫານ-ໂຮງແຮມ

ເປີດກອງປະຊຸມການສ້າງມາດຕະຖານອາຊີບໃນຂົງເຂດ ອາຊີບການລ້ຽງສັດ ແລະ ການບໍລິການ ອາຫານ-ໂຮງແຮມ

ກອງປະຊຸມການສ້າງມາດຕະຖານອາຊີບໃນຂົງເຂດ ອາຊີບການລ້ຽງສັດ ແລະ ການບໍລິການ ອາຫານ-ໂຮງແຮມ ຈະໄດ້ຈັດເປັນເວລາ 07 ວັນ ໃນລະຫວ່າງວັນທີ 15-22 ພືດສະພາ 2024 ທີ່ ເມືອງວັງວຽງ, ແຂວງວຽງຈັນ.

ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງສາ ອິນທະວົງ, ຮອງຫົວໜ້າກົມອາຊີວະສືກສາ, ກະຊວງ ສຶກສາທິການ ແລະ ກິລາ, ທ່ານ ພູໄຊ ເທບພະວົງ, ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ທ່ານ ຮສ ປອ. ບຸນເສັງ ຄຳມຸນຕີ, ຜູ້ອຳນວຍການ ສະຖາບັນພັດທະນາ ອາຊີວະສືກສາ, ທ່ານ ບຸນຍົງ ແກ້ວບົວພັນ, ຮອງຫົວໜ້າສະຖາບັນ ພັດທະນາສີມືແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາ ທ່ານຊ່ຽວຊານ ໂຄງການພາຍໃນ ແລະ ຕ່າງປະເທດ, ຄູອາຈານ, ຄູຝຶກ ຈາກ ກົມອາຊີວະສືກສາ, ສູນບໍລິການອາຊີວະສືກສາແບບຄວບຄູ່, ສຄອຊ , ວິທະຍາໄລ ແລະ ຕາງໜ້າຈາກສະຖາປະກອບການ ເຂົ້າຮ່ວມ ເຊີ່ງກອງປະຊຸມໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາອາຊີວະສືກສາ ສປປ ລາວ (VELA2, GIZ) .

ຈຸດປະສົງຂອງກອງປະຊຸມແມ່ນເພື່ອສ້າງ ແລະ ພັດທະນາ ມາດຕະຖານອາຊີບໃນຂົງເຂດການລ້ຽງສັດ ແລະ ການບໍລິການອາຫານ ແລະ ໂຮງແຮມ ພ້ອມດຽວກັນນັ້ນຍັງຈະໄດ້ປັບປຸງຄູ່ມື ວ່າດ້ວຍການສ້າງ ແລະ ພັດທະນາມາດຕະຖານອາຊີບ ແຫ່ງຊາດ ແບບເລັ່ງລັດ ໃນຄັ້ງນີ້ ໃນການພັດທະນາມາດຕະຖານອາຊີບນີ້ ແມ່ນປະກອບດ້ວຍຫຼາຍຂັ້ນຕອນ ເພື່ອຮັບປະກັນຄຸນນະພາບທີ່ຕ້ອງການ ແລະ ການບໍລິຫານກ່ຽວພັນກັນລະຫວ່າງລະດັບຄວາມຕ້ອງການ ແລະ ການຕອບສະໜອງ ເຊີ່ງລ້ວນແລ້ວແຕ່ໄດ້ຜ່ານແຕ່ລະຂັ້ນຕອນ.

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ສູນບໍລິການອາຊີວະສືກສາແບບຄວບຄູ່ (ອສຄ) ໃນນາມຕາງໜ້າຜູ້ໃຊ້ແຮງງານ ເຫັນໄດ້ເຖິງຄວາມສຳຄັນ ໃນການສ້າງ ແລະ ພັດທະນາມາດຕະຖານອາຊີບ ໃນແຕ່ລະ ຂະແໜງການ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ ໃນປະຈຸບັນ ແລະ ເປັນສີ່ງທີ່ສຳຄັນໃນແຕ່ລະຂະແໜງການສະເພາະດ້ານ ແລະ ໃນການປະກອບສ່ວນໃຫ້ພາກທຸລະກິດ ມີສ່ວນຮ່ວມໃນການສ້າງ ແລະ ພັດທະນາມາດຕະຖານອາຊີບໃນຫຼາຍໆ ຂະແໜງການໃຫ້ຫຼາຍຂື້ນ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword