ງານສຳມະນາ: ການສ້າງຄຸນນະພາບເພື່ອການແຂ່ງຂັນໃນຕະຫຼາດສາກົນ

ງານສຳມະນາ: ການສ້າງຄຸນນະພາບເພື່ອການແຂ່ງຂັນໃນຕະຫຼາດສາກົນ

ງານສຳມະນາ: ການສ້າງຄຸນນະພາບເພື່ອການແຂ່ງຂັນໃນຕະຫຼາດສາກົນ (Quality for International Competitiveness), ໃນວັນທີ 22/09/2023, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໃຫ້ກຽດເປັນປະທານຮ່ວມກັບ ທ່ານ ນາງ ຂັນແກ້ວ ມູນວົງ ຜູ້ປະສານງານໂຄງການ ARISE PLUS Laos ມີແຂກເຂົ້າຮ່ວມ ຈາກພາກລັດ, ບັນດາໂຄງການ, ຕ່າງໜ້າຈາກກຸ່ມ, ສະມາຄົມ ແລະ ບັນດາຫົວໜ່ວຍບໍລິສັດ ຫຼາຍກ່ວາ 50 ທ່ານ.
ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ ໄດ້ໃຫ້ຮູ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ເປີດໃຫ້ການບໍລິການ ດ້ານມາດຕະຖານ-ຄຸນນະພາບ(Quality Champion) “QCs” ໂດຍທາງ ສຄອຊ ຈະສະໜອງທີມງານຊ່ຽວຊານດ້ານຄຸນນະພາບ, ໃຫ້ຄຳປຶກສາ, ຈັດການຝຶກອົບຮົມ, ແລະ ຄຳແນະນຳຕ່າງໆ ທີ່ເເໝາະສົມກັບສະພາບຕົວຈິງຂອງບໍລິສັດທີ່ຕ້ອງການມາດຕະຖານພາຍໃນ ແລະ ສາກົນ. ການຈັດຕັ້ງປະຕິບັດ ການປັບປຸງ ຫຼື ພັດທະນາຄຸນນະພາບ ໃນຂັ້ນບໍລິສັດແມ່ນຈະສຸ່ມໃສ່ການຫຼຸດຜ່ອນສິ່ງເສດເຫຼືອ, ປັບປຸງດ້ານປະສິດທິພາບ ແລະ ຜົນຜະລິດ, ຮັບປະກັນຄວາມສອດຄ່ອງດ້ານຄຸນນະພາບ, ຍົກລະດັບຄວາມເພິ່ງພໍໃຈຂອງລູກຄ້າ, ເພີ່ມຄວາມສາມາດໃນການແຂ່ງຂັນ ແລະ ຊ່ວຍກະກຽມໃຫ້ບັນດາຫົວໜ່ວຍທຸລະກິດສາມາດເຂົ້າເຖິງຕະຫຼາດ ໃໝ່ໆ ແລະ ເພີ່ມສ່ວນແບ່ງການຕະຫຼາດໃຫ້ຫຼາຍຂຶ້ນ. ແລະ ນອກຈາກນັ້ນຍັງໄດ້ແນະນຳການເຂົ້າເຖີງການນຳໃຊ້: ຖານຂໍ້ມູນຂ່າວສານດ້ານຄຸນນະພາບສິນຄ້າ ສຳລັບ ສປປ ລາວ. (Quality For Trade Platform)
ຖານຂໍ້ມູນຂ່າວສານດ້ານຄູນນພາບສິນຄ້າ ສໍາລັບ ສປປ ລາວ ເຮັດໃຫ້ຜູ້ໃຊ້ສາມາດເຂົ້າເຖີງ:
1. ຮັບຮູ້ໄດ້ເຖີງໂຄງສ້າງດ້ານມາດຖານຄຸນນະພາບ, ຄໍາແນະນໍາ ທີ່ເປັນມິດຕໍ່ກັບຄວາມຕ້ອງການດ້ານຄຸນນະພາບ ສໍາລັບສິນຄ້າບູລິມະສິດ ໃນຕະຫລາດບູລິມະສິດ.
2. ສາມາດເຂົ້າເຖີງຂໍ້ມູນໃນຫົວຂໍ້ຕ່າງໆ ທີ່ຕິດພັນທາງດ້ານຄຸນນະພາບ ແລະ ແບ່ງປັນແນວທາງການປະຕິບັດທີດີທີ່ສຸດ.
3. ສາມາດເຊື່ອມຕໍ່ກັບບັນດາສະຖາບັນກ່ຽວຂ້ອງຕ່າງໆ ຫລື ບຸກຄົນ ທີ່ສາມາດໃຫ້ຄໍາແນະນໍາ ດ້ານຄຸນນະພາບ.
4. ສາມາດຮັບຂໍ້ມູນເຊີ່ງເລີກ ຈາກຜູ້ທີມີປະສົບການ ແລະ ປະສົບຜົນສໍາເລັດມາແລ້ວ.
ໂດຍສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ຮ່ວມກັບ ສູນການຄ້າສາກົນ (ITC) ພາຍໃຕ້ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອວຽກງານເຊື່ອມ ໂຍງພາກພື້ນອາຊຽນ (ARISE Plus Lao PDR), ເຊິ່ງເປັນໂຄງການຮ່ວມມື ແລະ ສະໜັບສະໜູນ ລະຫວ່າງກະຊວງການຄ້າ ແລະ ອຸດສາຫະກຳ ແລະ ສະຫະພັນເອີລົບ (EU).
ທ່ານໃດທີສົນໃຈສາມາດສອບຖາມຂໍ້ມູນ ເພີ້ມຕື່ມໄດ້ທີ່ ພະແນກການຕະຫຼາດ ແລະ ວາງສະແດງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທີ່ ຫຼັກ 5 ບ້ານໂພນພະເນົ້າ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໂທ: +856-21- 453312, ອີແມລ: Info@lncci.la ຫຼື ເຂົ້າເບິ່ງເວບໄຊຂອງພວກເຮົາໄດ້ທີ່ WWW.LNCCI.LA

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword