ພິທີຖະແຫຼງຂ່າວ ງານມະຫະກຳກຽມຄວາມພ້ອມສູ່ການເຮັດວຽກ “Ready 4 Work” festival 2023

ພິທີຖະແຫຼງຂ່າວ ງານມະຫະກຳກຽມຄວາມພ້ອມສູ່ການເຮັດວຽກ “Ready 4 Work” festival 2023

ທີຖະແຫຼງຂ່າວ ງານມະຫະກຳກຽມຄວາມພ້ອມສູ່ການເຮັດວຽກ “Ready 4 Work” festival 2023, ໃນວັນທີ 16 ມີນາ 202, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ກຽດເປັນປະທານຮ່ວມກັບ ທ່ານ ໜູພັນ ອຸດສາ, ຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະກິລາ, ທ່ານ ບຸນຍົງ ແກ້ວບົວພັນ, ຮອງຫົວໜ້າສະຖາບັນພັດທະນາສີມືແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ຈັນເພັງ ມະນີແສງ, ຫົວໜ້າກົມປົກປ້ອງແຮງງານ, ສູນກາງສະຫະພັນກຳມະບານລາວ
ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຮ່ວມກັບ 1)ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, 2)ກະຊວງສຶກສາທິການ ແລະ ກິລາ, ແລະ 3)ສະຫະພັນກຳມະບານລາວ ໄດ້ຮ່ວມກັນຈັດງານມະຫະກຳກຽມຄວາມພ້ອມສູ່ການເຮັດວຽກ “Ready 4 Work” festival 2023 ຈະຈັດຂຶ້ນໃນລະຫວ່າງ ວັນທີ 27 ຫາ 29 ມີນາ 2023 ທີ່ ສູນການຄ້າ ວຽງຈັນເຊັນເຕີ້, ນະຄອນຫຼວງວຽງຈັນ. ເພື່ອແນໃສ່ ຍົກສູງຜະລິດຕະພາບຂອງແຮງງານໃນຂະແໜງການກະສິກຳ, ອຸດສາຫະກຳ ແລະ ການບໍລິການ, ສັງລວມຄວາມຕ້ອງການແຮງງານຂອງສະຖານປະກອບການ ແລະ, ປັບປຸງການສະໜອງການຝຶກອົບຮົມຕົວຈິງໃນສະຖານປະກອບການ ເປັນຕົ້ນຕໍ ເພື່ອເພີ່ມທັກສະ ແລະຄວາມຊຳນານງານ ໃນການປະຕິບັດໜ້າວຽກຕົວຈິງ.
ໂດຍມີຈຸດປະສົງ
– ເພື່ອສ້າງກິດຈະກຳທີ່ເຊື່ອມໂຍງລະຫວ່າງນັກຮຽນ, ຜູ້ຊອກວຽກ ແລະ ບັັນດາຫົວໜ່ວຍທຸລະກິດ, ກຸ່ມສະມາຄົມ, ວິທະຍາໄລເຕັກນິກວິຊາຊີບ ລວມທັງຜູ້ຊ່ຽວຊານໃນຫຼາຍຂະແໜງການໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຈ້າງງານ ແລະ ຕະຫຼາດແຮງງານ, ທັກສະທີ່ຈຳເປັນສຳລັບຜູ້ຊອກວຽກ ແລະ ການກຽມພ້ອມກ່ອນສະໝັກວຽກ.
– ເພື່ອເປັນການຍ້ອງຍໍ – ຊົມເຊີຍ ແລະ ໃຫ້ລາງວັນ ກັບຫົວໜ່ວຍແຮງງານ/ສະຖານປະກອບການ ທີ່ໄດ້ປະກອບສ່ວນເຂົ້້າໃນວຽກງານການສຶກສາ ແລະ ພັດທະນາທັກສະສືມີ ສ້າງໃຫ້ແຮງງານຄຸນນະພາບອອກສູ່ຕະຫຼາດແຮງງານ.
ເປົ້າໝາຍ
1. ຍົກສູງການຮຽນການສອນອາຊີວະສຶກສາ ແລະ ການຝຶກອົບຮົມວິຊາຊີບ
2. ເປັນງານເປີດກວ້າງ ໃຫ້ຜູ້ປະກອບການ ແລະ ແຮງງານໄດ້ມາພົບປະ-ແລກປ່ຽນ
3. ສົ່ງເສີມການສ້າງວຽກເຮັດງານທຳ ໃຫ້ກັບແຮງງານທີ່ຫວ່າງງານ
4. ຍົກລະດັບສີມືການເຮັດວຽກຂອງແຮງງານດ້ວຍການຝຶກອົບຮົມຕ່າງໆ
5. ເປັນເວທີແລກປ່ຽນປະສົບການ ແລະ ເຜີຍແຜ່ແນວທາງໃນການພັດທະນາສີມືແຮງງານ ຂອງຜູ້ ອອກແຮງງານແລະຜູ້ໃຊ້ແຮງງານ
6. ເປັນເວທີໃຫ້ນັກສຶກສາໄດ້ມີການແລກປ່ຽນບົດຮຽນ ເພື່ອກຽມເຂົ້າສູ່ຕະຫຼາດແຮງງານໃນອະນາຄົດ
7. ຮັບຮູ້ຂໍ້ມູນຂ່າວສານຕະຫຼາດແຮງງານ ແລະ ນະໂຍບາຍທີ່ຕິດພັນການຈ້າງງານ
ກິດຈະກຳສຳຄັນໃນງານ
1. ຮ່ວມສົນທະນາ / ຝຶກອົບຮົມ (ໃຫ້ຄວາມຮູ້, ສ້າງແຮງບັນດານໃຈ)
2. ການປະຊາສຳພັນຂໍ້ມູນ – ໃຫ້ຄຳປຶກສາກ່ຽວກັບອາຊີວະສຶກສາ ແລະ ແນະນຳວິຊາຊີບ ໂດຍຜູ້ຊ່ຽວຊານ ຈາກ 04 ວິທະຍາໄລເຕັກນິກວິຊາຊີບ ຕົວແບບ
3. ນໍາສະເໜີການຮຽນ – ການສອນໃນຮູບແບບ ອາຊີວະສຶກສແບບຄວບຄູ່ (ອສຄ)
4. ງານວາງສະແດງ ແລະ ສາທິດທັກສະດ້ານສີມືແຮງງານ, ເວທີສ້າງສ້າງຄວາມຮັບຮູ້ແກ່ສັງຄົມ
5. ການແຂ່ງຂັນສີມືແຮງງານ ແລະ ເຜີຍແຜ່ຜົນການສຳຫຼວດ ໂຄງການສົ່ງເສີມສີມືແຮງງານຕ່າງໆ
6. ການພົບປະລະຫວ່າງອົງກອນ, ເຂດເສດຖະກິດ, ຫົວໜ່ວຍທຸລະກິດ ກັບຜູ້ຫວ່າງງານ, ແຮງງານທີ່ສົນໃຈ ແບບເປີດກວ້າງ
7. ການສະໜັບສະໜູນທຶນການສຶກສາ ເພື່ອສ້າງແຮງງານຄຸນນະພາບ
ລວມທັງໝົດມີ 42 ຮ້ານວາງສະແດງ ພາຍໃນອາຄານສູນການຄ້າ, ດ້ານໜ້າແມ່ນການວາງສະແດງ ຂາຍສິນຄ້າ ຈາກສະມາຄົມໂຮງແຮມ ແລະ ອາຫານ, ສ່ວນພື້ນທີ່ດ້ານຫຼັງ ແຄມໜອງ ແມ່ນ ກິດຈະກຳຂອງສາມອົງການຈັດຕັ້ງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
ສຳລັບມື້ເປີດງານທາງການ ແມ່ນ ຕອນບ່າຍ ວັນອັງຄານ ວັນທີ 28 ມີນາ 2023, ເລີ່ມແຕ່ເວລາ 13:00 ເປັນຕົ້ນໄປ….

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword