ພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ ຄັ້ງທີ 09

ພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ ຄັ້ງທີ 09

ໃນຕອນບ່າຍວັນທີ 07 ກຸມພາ 2022,ເວລາ 14:00 ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດງານພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ ຄັ້ງທີ່ 09.

ໃຫ້ກຽດການເປັນປະທານໂດຍ: ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົງເສີມການຄ້າ,ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ) ແລະ ທ່ານ ແວວມະນີ ດວງດາລາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຫຼວງພະບາງ, ທ່ານ ຈັນສະໝອນ ຜອງຈັນທາ ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ. ທ່ານ ຄຳພຸດ ສົມບູນ ຜູ້ຈັດການຝ່າຍຈັດຊື້ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫານຊົນ ແລະ ທ່ານ ນາງ ນິພາພອນ ບັນດາວົງ ຮອງຜູ້ອຳນວຍການໃຫ່ຍ ຝ່າຍບໍລິຫານ ແລະ ບຸກຄະລາກອນ ສູນການຄ້າລາວ-ໄອເຕັກມໍ ແລະ ສູນວາງສະແດງສິນຄ້າລາວ-ໄອເຕັກ.

ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ຜູ້ຊີນຳວຽກງານວາງສະແດງ ໄດ້ໃຫ້ຮູ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ຫຼວງພະບາງ ແລະ ສຄອ ແຂວງທົ່ວປະເທດ ຈະໄດ້ຈັດ ງານ ຜະລິດຕະພັນລາວ ຄັ້ງທີ່ 09 (Made in Laos) ເຊີ່ງຈະຈັດ ຂຶ້ນໃນລະຫວ່າງວັນທີ 19 – 28 ກຸມພາ 2022 ທີ່ສູນວາງສະແດງສິນຄ້າລາວ – ໄອເຕັກ.

ງານວາງສະແດງຜະລິດຕະພັນລາວໄດ້ຈັດຂື້ນຄັ້ງທຳອິດ ໃນປີ 2011, ໃນຄັ້ງນີ້ແມ່ນເປັນ ຄັ້ງທີ 9, ແລະ ປີນີ້ ສຄອ ແຂວງຫລວງພະບາງ ເປັນເຈົ້າພາບຮ່ວມຫຼັກໃນການຈັດງານ, ເຊິ່ງສຄອ ແຂວງ ຫຼວງພະບາງ ຈະໄດ້ມີການອອກແບບຕົບແຕ່ງ Booth pavilion ເປັນພິເສດ ແລະ ສວຍງາມເພື່ອສື່ໃຫ້ເຫັນ ວິທີຊີວິດການເປັນຢູ່, ຮີດຄອງປະເພນີ, ວັດທະນະທຳທີ່ສວຍງາມ ແລະ ບັນດາແຫລ່ງທ່ອງທ່ຽວຕ່າງໆ ທາງດ້ານ ວັດທະນະທຳ ແລະ ທຳມະຊາດ ທີ່ຕິດພັນກັບການດຳລົງຊີວິດ ຂອງຊາວເມືອງຫລວງພະບາງ ນອກຈາກນັ້ນຍັງໄດ້ເຫັນເຖິງການຂະຫຍາຍຕົວທາງດ້ານເສດກິດ ບໍ່ວ່າຈະເປັນເຄື່ອນໄຟຟ້າ ແລະ ບໍ່ເຫັລກ ແລະ ສິນຄ້າອື່ນໆ ທີ່ເປັນທ່າແຮງຂອງແຂວງ ຫຼວງພະບາງ.

ງານວາງສະແດງໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມຍຸດທະສາດ ຈາກ 2 ບໍລິສັດຄື: ບໍລິສັດ ປີໂຕຣລ້ຽມເທຣດດີງລາວ ມະຫາຊົນ ແລະ ບໍລິສັດ ເບຍລາວ, ນອກຈາກນັ້ນກໍ່ມີບັນບໍລິສັດ ແລະ ໂຄງການ ທີ່ໃຫ້ການສະໜັບສະໜູນ ງານອີກດ້ວຍ (ລາຍຊື່ຄັດຕິດມາພ້ອມນີ້).

ຈຸດປະສົງຕົ້ນຕໍເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ຄົນລາວ ຫັນມານໍາໃຊ້ຜະລິດຕະພັນລາວຫຼາຍຂຶ້ນ ຄຽງຄູ່ກັບການສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ ນຳໃຊ້ຜະລິດຕະພັນລາວ, ພ້ອມດຽວກັນນັ້ນເພື່ອເປັນການ ຊ່ວຍຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດສາຍພັນໃໝ່ Covid-19, ພ້ອມທັງ ສົ່ງເສີມເສດຖະກິດໃນຍຸກໃໝ່ໃນຮູບແບບ: “ວິຖີຊີວິດໃໝ່” (New Normal) ໃຫ້ເກີດຄວາມຍືນຍົງ ແລະ ໝູນວຽນກ້າວເຂົ້າສູ່ສະພາບປົກກະຕິ ໂດຍເນັ້ນໃສ່ກິດຈະກຳພັດະນາເສດຖະກິດທ້ອງຖິ່ນພາຍໃນ. ງານວາງສະແດງໃນຄັ້ງນີ້ໄດ້ປຸກລະດົມຂົນຂວາຍຜູ້ປະກອບການ ຜູ້ຜະລິດສິນຄ້າໃນທຸກຂະແໜງການໃນທົ່ວປະເທດເຂົ້າຮ່ວມ ທັງໃນລະດັບຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ ໃຫ້ໄດ້ມີເວທີພົບປະເພື່ອແລກປ່ຽນປະສົບການຄວາມຮູ້ ແລະ ທັກສະເຕັກນິກການຜະລິດເຊິ່ງກັນ ແລະ ກັນ.

ປະຈຸບັນນີ້ມີບໍລິສັດທີ່ມາຈອງບູດມີຫຼາຍກ່ວາ 107 ບໍລິສັດ, 182 ຫ້ອງວາງສະແດງ, ຈາກຫຼາຍຂະແໜງການເຊັ່ນ: ຂະແໜງ ອຸດສາຫະກຳ, ຂະແໜງອຸດສາຫະກຳປຸ່ງແຕ່ງ, ຂະແໜງ ຫັດຖະກຳຜ້າໃໝ-ຜ້າຝ້າຍ, ຂະແໜງ ເຟີນີເຈີ, ຂະແໜງ ຫັດຖະກຳຈັກສານ, ໄມ້ປ່ອງ, ຂະແໜງ ອາຫານ ແລະ ເຄື່ອງດື່ມ, ຂະແໜງ ຫັດຖະກຳເຄື່ອງເງີນ, ຂະແໜງ ໂຄງການ

ແລະ ຂະແໜ່ງອື່ນໆ ພາຍໃນງານມີຫຼາກຫລາຍກິດຈະກໍາເຊັ່ນ : ການວາງສະແດງສິນຄ້າ, ງານປະຊຸມສຳມະນາຕ່າງໆ ໃຫ້ຄວາມຮູ້, ງານພົບປະທຸລະກິດ, ກິດຈະກຳແຈກຂອງລາງວັນ ແລະ ກິດຈະກຳບັນເທີງອື່ນໆ ຕະຫລອດໄລຍະການຈັດງານ.

– ມູນຄ່າຂອງເຄື່ອງທີ່ນຳມາວາງສະແດງ ຫລາຍກວ່າ 12.000.000.000 ກີບ (ສິບສອງຕື້ກີບ)

– ຄາດຄະເນ ເງິນໜູນວຽນຕະຫລອດໄລຍະການຈັດງານ ຫລາຍກວ່າ 3.000.000.000 ກີບ(ສາມຕື້ກີບ)

– ແຂກທີ່ເຂົ້າມາທ່ຽວຊົມພາຍໃນງານແຕ່ລະມື້ ສະເລ່ຍ 200-300 ຄົນຕໍ່ມື້.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword