ກອງປະຊຸມເຜີຍແຜ່ບົດຄົ້ນຄ້ວາກ່ຽວກັບຄວາມຕ້ອງການທັກສະສີມືຂອງຜູ້ໃຊ້ແຮງງານ ແລະ ປຶກສາຫາລືແຜນກິດຈະກຳ 2021-2023

ກອງປະຊຸມເຜີຍແຜ່ບົດຄົ້ນຄ້ວາກ່ຽວກັບຄວາມຕ້ອງການທັກສະສີມືຂອງຜູ້ໃຊ້ແຮງງານ ແລະ ປຶກສາຫາລືແຜນກິດຈະກຳ 2021-2023

ໃນຕອນເຊົ້າ ຂອງວັນທີ 18 ມີນາ 2021 ທີ່ ໂຮງແຮມ ລາວພຣາຊາ, ນະຄອນຫຼວງວຽງຈັນ. ໄດ້ເປີດ ກອງປະຊຸມເຜີຍແຜ່ບົດຄົ້ນຄ້ວາກ່ຽວກັບຄວາມຕ້ອງການທັກສະສີມືຂອງຜູ້ໃຊ້ແຮງງານ ແລະ ປຶກສາຫາລືແຜນກິດຈະກໍາ 2021-2023,

ກອງປະຊຸມທີ່ສຳຄັນດັ່ງກ່າວນີ້ແມ່ນໄດ້ຈັດຂື້ນໂດຍການຮ່ວມມືກັນລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ອົງການແຮງງານສາກົນ (ILO-China).

ໃຫ້ກຽດເປັນປະທານໃນກອງປະຊຸມຄັ້ງນີ້ ໂດຍ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ Yutong LIU ຫົວໜ້າໂຄງການຮ່ວມມື ILO-China ແລະ ທ່ານ ນາງ ເຂັມພອນ ເຜົ່າຄໍາແກ້ວ, ຜູ້ປະສານງານອົງການແຮງງານສາກົນ ILO ປະຈໍາ ສປປ ລາວ ແລະ ມີຜູ້ຕາງໜ້າຈາກບັນດາ ກະຊວງ, ອົງການ NGO, ສະຖາບັນການສຶກສາ, ສູນຝຶກວິຊາຊິບ ແລະ ຂະແໜ່ງທຸລະກິດຕາງໆທີ່ກ່ຽວຂ້ອງກໍໃຫ້ກຽດເຂົ້າຮ່ວມ ເຊິ່ງລວມທັງໝົດ 50 ທ່ານ (ຍິງ 22ຄົນ). ເພື່ອຮັບຟັງບົດລາຍງານການສໍາຫຼວດຄວາມຕ້ອງການຂອງ ຜູ້ໃຊ້ແຮງງານ, ພ້ອມທັງຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນໃນກອງປະຊຸມຄັ້ງນີ້ ເຮັດໃຫ້ກອງປະຊຸມເຕັມໄປດ້ວຍຄວາມຫຼາກຫຼາຍພ້ອມທັງການສະເໜີຄຳເຫັນທີເປັນປະໂຫຍດ ແລະ ສ້າງສັນ.

ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ແມ່ນເພື່ອເຜີຍແຜ່ບົດຄົ້ນຄ້ວາກ່ຽວກັບຄວາມຕ້ອງການທັກສະສີມືຂອງຜູ້ໃຊ້ແຮງງານ ແລະ ເພື່ອປຶກສາຫາລື ແລກປ່ຽນປະກອບຄວາມຄິດເຫັນ ແຜນກິດຈະກຳຂອງປີ 2021-2023 ເພື່ອວາງແຜນປະຕິບັດງານໃຫ້ດີຂື້ນກວ່າເກົ່າ ການປຶກສາຫາລືໄດ້ເນັ້ນເຖິງຜົນກະທົບຈາກການລະບາດຂອງເຊື້ອພະຍາດ Covid-19 ຕໍ່ເສດຖະກິດ ແລະ ບັນດາຫົວໜ່ວຍທຸລະກິດໃນ ສປປ ລາວ.

ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແມ່ນເຫັນດີກັບບົດຄົ້ນຄ້າວຄັ້ງນີ້ທີ່ຊີ້ໃຫ້ເຫັນເຖິງຫລາຍຂະແໜງເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກພະຍາດ Covid-19 ໂດຍສະເພາະແມ່ນຂະແໜງການບໍລິການທ້ອງທ່ຽວ ພ້ອມນັ້ນທ່ານໄດ້ຮັບເອົາຄຳສະເໜີແນະຈາກບັນດາຫົວໜວ່ຍທຸລະກິດ, ສະຖາບັນການສຶກສາ ແລະ ບັນດາກະຊວງທີ່ກ່ຽວຂ້ອງກ່ຽວກັບບັນຫາສິ່ງທ້າທາຍຂອງການພັດທະນາທັກສະສີມື ແລະ ການຈ້າງງານ.

ທ້າຍນີ້ທ່ານໄດ້ໃຫ້ການຊີ້ນຳວ່າການຮ່ວມມືກັນລະຫ່ວາງພາກລັດ, ສະຖາບັນການສຶກສາ ແລະ ພາກເອກະຊົນແມ່ນມີຄວາມສຳຄັນ ແລະ ຈະສາມາດຊ່ວຍໃຫ້ແຕ່ລະພາກສ່ວນສາມາດແກ້ໄຂບັນຫາສິ່ງທ້າຍນີ້ດັ່ງກ່າວ ແລະ ຫວັງຢ່າງຍິ່ງວ່າ ບົດຄົ້ນຄວ້າດັ່ງກ່າວນີ້ຈະເປັນປະໂຫຍດ ເພື່ອໃຫ້ບັນດາພາກສ່ວນກ່ຽວຂ້ອງສາມາດນຳໃຊ້ຂໍ້ມູນເຂົ້າໃນການວາງແຜນວຽກເພື່ອຮັບມືກັບສະຖານະການ Covid-19 ໄດ້ດີຂື້ນກວ່າເກົ່າ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword