ກອງປະຊຸມວິທະຍາສາດ ການຄຸ້ມຄອງລາຄາສິນຄ້າ ໃນເງື່ອນໄຂທີ່ເສດຖະກິດ-ການເງິນທີ່ມີຄວາມຫຍຸ້ງຍາກ

ກອງປະຊຸມວິທະຍາສາດ ການຄຸ້ມຄອງລາຄາສິນຄ້າ ໃນເງື່ອນໄຂທີ່ເສດຖະກິດ-ການເງິນທີ່ມີຄວາມຫຍຸ້ງຍາກ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມວິທະຍາສາດ ການຄຸ້ມຄອງລາຄາສິນຄ້າ ໃນເງື່ອນໄຂທີ່ເສດຖະກິດ-ການເງິນທີ່ມີຄວາມຫຍຸ້ງຍາກ.

ຈັດຂຶ້ນໃນວັນທີ່ 6/9/2022, ເວລາ 8:00-12:00 ຢູ່ຫ້ອງປະຊຸມຊັ້ນ 1 ກະຊວງອຸດສາຫະກຳ ແລະ ການຄ້າ. ໂດຍການເປັນປະທານຂອງທ່ານ ສົມສະຫວາດ ເລັງສະຫວັດ, ອະດີດຮອງນາຍົກລັດຖະມົນຕີ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕິ ກະຊວງອຸດສາຫະກຳ ແລະ ການຄ້າ ມີບັນດາຮອງລັດຖະມົນຕີ, ພ້ອມດ້ວຍຄະນະກົມ ແລະ ຄະນະສະຖາບັນອຸດສາຫະກຳ ແລະ ການຄ້າ (ສອຄ) ພ້ອມທັງບັນດານັກທຸລະກິດຈາກຫລາຍພາກສ່ວນ ແລະ ພະນັກງານ ອຄ ກໍເຂົ້າຮ່ວມ.
ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ບັນຫາລາຄາສິນຄ້າ ແລະ ຄ່າບໍລິການທີ່ມີການເພີ່ມຂຶ້ນໃນປັດຈຸບັນ ແມ່ນໄດ້ຮັບຜົນກະທົບ ຈາກທັງປັດໄຈພາຍໃນ ແລະ ປັດໄຈພາຍນອກ ຊຶ່ງປັດໄຈພາຍນອກເຮົາບໍ່ສາມາດຄວບຄຸມໄດ້ ແຕ່ປັດໄຈພາຍໃນ ເປັນສິ່ງທີ່ເຮົາສາມາດປະກອບສ່ວນທາງດ້ານນະໂຍບາຍສະເພາະ ເພື່ອຊຸກຍູ້, ສົ່ງເສີມ ແລະ ແກ້ໄຂໄດ້ໃນລະດັບໜຶ່ງ. ໃນໄລຍະຜ່ານມາ, ກະຊວງ ອຄ ໄດ້ເຮັດສອງບົດບາດ ຫຼັກ ຄື: ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ຂຶ້ນກັບຂະແໜງການຕົນ ແລະ ເປັນໃຈກາງ ປະສານງານວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ທີ່ຂຶ້ນກັບຂະແໜງການອື່ນໆ. ເຖິງແນວໃດກໍຕາມ, ກະຊວງ ອຄ ໄດ້ແກ້ໄຂບັນຫາລາຄາສິນຄ້າທີ່ເພີ່ມຂຶ້ນສູງໃນປັດຈຸບັນ ໂດຍໄດ້ຜັນຂະຫຍາຍ ດໍາລັດ 474/ນຍ (2010), ຂໍ້ຕົກລົງ 71/ນຍ (2017) ແລະ ຂໍ້ຕົກລົງ 36/ນຍ (2022) ອອກເປັນນິຕິກໍາລູກໃນການຊີ້ນໍາ ແລະ ເປັນບ່ອນອີງໃຫ້ພະແນກການ ໃນສາຍຕັ້ງຂອງຕົນຢູ່ຂັ້ນແຂວງ.
ກອງປະຊຸມຄັ້ງນີ້, ນອກຈາກໄດ້ຮັບຟັງບົດຄົ້ນຄວ້າ ການຄຸ້ມຄອງລາຄາສິນຄ້າໃນເງື່ອນໄຂທີ່ເສດຖະກິດ-ການເງິນມີຄວາມຫຍຸ້ງຍາກ ຈາກສະຖາບັນອຸດສາຫະກຳ ແລະ ການຄ້າແລ້ວ; ຜູ້ເຂົ້າຮ່ວມຍັງໄດ້ຮ່ວມກັນຕີລາຄາ ເພື່ອຖອດຖອນໄດ້ ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນວຽກງານການຄຸ້ມຄອງລາຄາສິນຄ້າໃນໄລຍະຜ່ານມາ ແລະ ຮ່ວມກັນຊອກຫາແນວທາງ, ວາງມາດຕະການໃນການແກ້ໄຂໃນຕໍ່ໜ້າ; ປືກສາຫາລືກັນເພື່ອປັບປຸງກົນໄກການປະສານງານ ໃນການຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ ແລະ ເອກະສານຕ່າງໆ ທີ່ມີຮ່ວມກັນໃນການຄຸ້ມຄອງລາຄາສິນຄ້າ ໃຫ້ໄດ້ຮັບປະສິດທິຜົນສູງສຸດ; ນອກນີ້, ຍັງຮ່ວມກັນປຶກສາຫາລື ແລະ ຄົ້ນຄວ້າ ສ້າງເງື່ອນໄຂສະດວກ ໃຫ້ແກ່ວຽກງານການຄຸ້ມຄອງລາຄາສິນຄ້າ ເພື່ອເຮັດໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໜ້ອຍທີ່ສຸດ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ເພື່ອສືບຕໍ່ຊີ້ນຳ-ນໍາພາ, ຄຸ້ມຄອງຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດຂອງຂະແໜງ ອຄ ໃນຕໍ່ໜ້າໃຫ້ມີຜົນສຳເລັດ, ມີໝາກຜົນເປັນຮູບປະທຳ ແລະ ສ້າງບາດກ້າວການຫັນປ່ຽນໃໝ່ ຕ້ອງໄດ້ເອົາໃຈໃສ່ບັນຫາຕົ້ນຕໍ ທີ່ທ່ານອະດີດຮອງນາຍົກໄດ້ມີຄຳເຫັນ ຄືດັ່ງນີ້: ໃນການປະຕິບັດພາລະບົດບາດການຄຸ້ມຄອງລາຄາ, ການປົກປ້ອງຜູ້ຊົມໃຊ້ ແລະ ການສ້າງສະພາບແວດລ້ອມໃນການແຂ່ງຂັນທຸລະກິດ ຄວນຖືເປັນບັນຫາສຳຄັນ ເຮັດໃຫ້ຕໍ່ເນື່ອງ ປົກກະຕິ ແລະ ແກ້ໄຂໄດ້ບັນຫາຕົວຈິງ; ດ້ານກົນໄກການປະສານງານ ທີ່ຊ່ວຍສະໜັບສະໜູນກັນຢ່າງເປັນລະບົບ ແລະ ໄປໃນທິດທາງດຽວກັນ ລະຫວ່າງ ກົມຕ່າງໆ ພາຍໃນກະຊວງ ອຄ ກໍຄື ການປະສານສົມທົບລະຫວ່າງ ບັນດາຂະແໜງການທີ່ປິ່ນອ້ອມວຽກງານການຄຸ້ມຄອງລາຄາ; ສືບຕໍ່ບຸກທະລຸຢ່າງແຂງແຮງ ແລະ ຕໍ່ເນື່ອງ ເພື່ອແກ້ໄຂຂອດຂັ້ນລະບອບ ລະບຽບການບໍລິຫານຄຸ້ມຄອງຂອງລັດ ແລະ ສືບຕໍ່ແກ້ໄຂບັນຫາຂອດການກະຕຸກຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພາຍໃນ ແລະ ອື່ນໆ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword