ສຄອຊ ແລະ ບໍລິສັດ ປີໂຕຣລ້ຽມເທຣດດີ້ງລາວ ມະຫາຊົນ ຈະໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອສືບຕໍ່ໃຫ້ການສະຫນັບສະຫນູນງານຜະລີດຕະພັນລາວ

ສຄອຊ ແລະ ບໍລິສັດ ປີໂຕຣລ້ຽມເທຣດດີ້ງລາວ ມະຫາຊົນ ຈະໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອສືບຕໍ່ໃຫ້ການສະຫນັບສະຫນູນງານຜະລີດຕະພັນລາວ

ພິທີເຊັນບົດບັນທຶກ ຄວາມເຂົ້າໃຈລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ບໍລິສັດ ປີໂຕຣລ້ຽມ ເທຣດດີ້ງລາວ ມະຫາຊົນ ທີ່ ຫ້ອງປະຊຸມສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ( ສຄອຊ)

ໃນວັນທີ 05 ຕຸລາ 2023, ທີ່ ຫ້ອງປະຊຸມ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ໄດ້ຈັດງານພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ(ສຄອຊ) ແລະ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ. ໃຫ້ກຽດລົງນາມເຊັນບົດບັນທືກຄວາມເຂົ້າໃຈ ໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ທ່ານ ນາງ ຈັນທະດອມ ເມກສະຫວັນ ຮອງປະທານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ແຂກເຂົ້າຮ່ວມເປັນສັກຄິພະຍານເຊັນບົດບັນທືກໃນຄັ້ງນີ້ນຳໂດຍ ຄະນະຮອງປະທານ ສຄອຊ, ຄະນະຜູ້ບໍລິຫານ ບໍລິສັດ ປີໂຕຣລ້ຽມເທຣດດີ້ງລາວ ມະຫານຊົນ, ຄະນະເລຂາທິການ ສຄອຊ, ຕ່າງໜ້ກຸ່ມ, ສະມາຄົມ, ຕາງໜ້າພະແນກ/ສູນ ຢູໃນຫ້ອງການ ສຄອຊ ແລະ ບັນດາສື່ມ່ວນຊົນ,ຫຼາຍກວ່າ 50 ກ່ວາທ່ານ.
ບໍລິສັດປີໂຕຣລ້ຽມເທຣດດີ້ງລາວ ມະຫາຊົນ ໄດ້ມີສາຍພົວພັນມິດຕະພາບອັນດີ ຕໍ່ກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊດລາວ ຕະຫຼອດມາ ທັງເປັນສະມາຊິກກິດຕິມະສັກຂອງ ສຄອຊ ແລະ ເປັນຜູ້ປະກອບສ່ວນ, ໃຫ້ການສະຫນັບສະຫນູນຫລັກ ທາງດ້ານວັດຖຸ ແລະ ງົບປະມານ ໃຫ້ແກ່ການເຄື່ອນໄຫວໃນຫລາຍວຽກງານ ແລະ ກິດຈະກຳ ທີ່ສໍາຄັນຕ່າງໆ ຂອງ ສຄອຊ ເປັນຕົ້ນແມ່ນງານກອງປະຊຸມ, ງານພົບປະທຸລະກິດ, ງານມອບລາງວັນທຸລະກິດດີເດັ່ນ ແລະ ກິດຈະກຳອື່ນໆ ໂດຍສະເພາະແມ່ນໄດ້ເປັນຜູ້ໃຫ້ການສະຫນັບສະຫູນນຫລັກ ແລະ ເປັນຄູ່ຮ່ວມ ຍຸດທະສາດສໍາລັບງານຜະລິດຕະພັນລາວນັບຕັ້ງແຕ່ປີ 2021 ເປັນຕົ້ມມາ.
ແລະ ໃນມື້ນີ້ເປັນໂອກາດອັນດີ ທີ່ ທາງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ( ສຄອຊ) ແລະ ບໍລິສັດ ປີໂຕຣລ້ຽມເທຣດດີ້ງລາວ ມະຫາຊົນ ຈະໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອສືບຕໍ່ໃຫ້ການສະຫນັບສະຫນູນງານຜະລີດຕະພັນລາວ ແລະ ບົດບັນທຶກຄວາມເຂົ້າໃຈນີ້ ມີເນື້ອໃນກ່ຽວກັບການຕົກລົງເຫັນດີ: ໂດຍທາງບໍລິສັດ ປີໂຕຣລ້ຽມເທຣດດີ້ງລາວ ມະຫາຊົນ ເປັນຄູ່ຮ່ວມຍຸດທະສາດສະໜັບສະໜູນ ງານຜະລິດຕະພັນລາວ ຫລື Made in Laos, ໃນໄລຍະເວລາ 3 ປີ, ເລີ້ມແຕ່ປີ 2024-2026, ໂດຍໃຫ້ການສະໜັບສະໜູນ ເປັນມູນຄ່າຈໍານວນ 300,000,000 ກີບ ຕໍ່ປີ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword