ສຄອຊ ໄດ້ນໍາພາຄະນະທຸລະກິດເຂົ້າພົບປະ ແລະ ຢ້ຽມຢາມ ບໍລິສັດທ່າບົກ – ທ່ານາແລ້ງ ຈໍາກັດຜູ້ດຽວ

ສຄອຊ ໄດ້ນໍາພາຄະນະທຸລະກິດເຂົ້າພົບປະ ແລະ ຢ້ຽມຢາມ ບໍລິສັດທ່າບົກ – ທ່ານາແລ້ງ ຈໍາກັດຜູ້ດຽວ

ທ່ານ ປອ ນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ນໍາພາ ຄະນະທຸລະກິດ ທີ່ເປັນສະມາຊິກ ຂອງ ສຄອຊ ໄປພົບປະ ແລະ ຢ້ຽມຢາມ ບໍລິສັດທ່າບົກ – ທ່ານາແລ້ງ ຈໍາກັດຜູ້ດຽວ ໃນວັນທີ 10 ກຸມພາ 2023

ໂດຍໃຫ້ກຽດຕອ້ນຮັບໃນຄັ້ງນີ້ໂດຍ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດທ່າບົກທ່າ – ນາແລ້ງ ຈໍາກັດຜູ້ດຽວ ມີຜູ້ເຂົ້າຮ່ວມທີ່ມາຈາກ ຄະນະກົມພາສີ, ຄະນະດ່ານພາສີສາກົນ, ຄະນະກົມຂົນສົງ, ຄະນະກົມນໍາເຂົ້້າ-ສົງອອກ ກະຊວງ ອຸດສະຫາກໍາ ແລະ ການຄ້າ, ຜູ້ຕາງໜ້າຈາກສະມາຄົມ/ກຸ່ມ ທີ່ກ່ຽວຂ້ອງ ແລະ ພາກທຸລະກິດເຂົ້າຮ່ວມ ຫຼາຍກວ່າ 90 ທ່ານ ເຂົ້າຮ່ວມ.

ການພົບປະໃນຄັ້ງນີ້ ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດການບໍລິການ ແລະ ໄດ້ລົງສັງເກດສະພາບຕົວຈິງກ່ຽວກັບລະບົບການເຄື່ອນຍ້າຍ ແລະ ຄ່ຽນຖ່າຍສີນຄ້າ ຂອງບໍລິສັດດັ່ງກ່າວ, ເຊີ່ງເປັນບັນຫາທີ່ສັງຄົມ ແລະ ຜູ້ປະກອບການຈໍານວນໜື່ງຍັງບໍທັນເຂົ້້າໃຈກ່ຽວກັບລະບົບ ແລະ ການບໍລິການໃນດ່ານດັ່ງກ່າວ ທີ່ຜ່ານມາເຫັນວ່າອາດພົບຄວາມຫຍຸ້ງຍາກ ແລະ ທ້າທ້າຍຫຼາຍດ້ານ ບໍ່ວ່າຈະເປັນດ້ານການໃຊ້ຈ່າຍ ຂັ້ນຕອນການອະນຸມັດເອກກະສານ ແລະ ດ້ານຂໍ້ມູນຕ່າງໆ ໃຫ້ແກ່ບັນດາບໍລິສັດທີ່ໄປໃຊ້ບໍລິການ.

ສະພາການຄ້າ ແລະ ອຸດສະຫາກໍາ ແຫ່ງຊາດລາວ ຜ່ານມາກໍ່ໄດ້ຮັບຄໍາຄິດເຫັນຫຼາກຫຼາຍຢ່າງ ຈາກຜູ້ປະກອບການທຸລະກິດ ຕໍ່ກັບວຽກງານການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ທີ່ຕິດພັນກັບ ຂັ້ນຕອນ, ເງື່ຶອນໄຂ ແລະ ຄ່າບໍລິການໂດຍສະເພາະ ແມ່ນຕິດພັນກັບ ການຄ່ຽນຖ່າຍ, ຍົກຍໍ ແລະ ປ່ຽນຫົວລາກລົດຕ່າງປະເທດ ເປັນລົດຂົນສົ່ງຂອງລາວ  ຫຼື ການເອົາຕູ້ສິນຄ້າເປົ່າ ເຂົ້າມາຮັບເອົາສິນຄ້າຢູ່ ສປປ ລາວ ເພື່ອໄປສົ່ງສິນຄ້າຢູ່ທີ່ທ່າເຮືອຂອງປະເທດໄທ ເພື່ອສົ່ງຕໍ່ສິນຄ້າໄປຍັງຕະຫຼາດສາກົນ

ໃນໄລຍະຜ່ານມາ ເຫັນໄດ້ວ່າ ການແກ້ໄຂບັນຫາຂອງພາກລັດ ກໍຍັງຊັບຊ້ອນ ແລະ ໃຊ້ເວລາດົນ, ບາງບັນຫາ ກໍ່ສາມາດແກ້ໄຂໄດ້ ແລະ ບາງບັນຫາກໍ່ມີຄວາມທ້າທ້າຍ. ສະນັ້ນ ພວກເຮົາຈິ່ງຈັດກອງປະຊຸມນີ້ຂື້ນ ເພືອພ້ອມກັນປືກສາຫາລື ແລະ ຫາທາງອອກທີສາມາດຈັດຕັ້ງໄດ້ ແລະ ແກ້ໄຂທັນກັບສະພາບການໃນປະຈຸບັນ.

ກອງປະຊຸມໃນຄັ້ງນີ້ຈະເປັນກອງປະຊຸມທີ່ສາມາດກ້າວໄປເຖີງການແກ້ໄຂບັນຫາໄດ້, ໂດຍມີວິທີທາງອອກທີ່ສາມາດຈັດຕັງປະຕິບັດໄດ້ຮ່ວມກັນ ເພື່ອເຮັດໃຫ້ພາກທຸລະກິດ ໄດ້ຮັບໝາກຜົນຈາກການເຂົ້າຮ່ວມ ແລະ ສາມາດນໍາໄປເຖີງຈຸດປ່ຽນແປງ ໃໝ່ໆ ໃນວຽກງານ ຢ່າງມີປະສິດທິພາບ .

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword