ກອງປະຊຸມສໍາມະນາ ກ່ຽວກັບລະ ບົບບໍາບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫຼາຍ ໂດຍນໍາໃຊ້ວັດສະດຸມີເດຍ KIDS

ກອງປະຊຸມສໍາມະນາ ກ່ຽວກັບລະ ບົບບໍາບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫຼາຍ ໂດຍນໍາໃຊ້ວັດສະດຸມີເດຍ KIDS

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ(ສຄອຊ) ຮ່ວມກັບ ກົມນ້ໍາປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ  ອົງການ JICA ປະຈໍາ ສປປ ລາວ ໄດ້ຈັດສໍາມະນາ

ກ່ຽວກັບລະ ບົບບໍາບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫຼາຍ ໂດຍນໍາໃຊ້ວັດສະດຸມີເດຍ KIDS ຂຶ້ນໃນວັນທີ 4 ເມສາ 2024 ທີ່ ສຄອຊ. ເຂົ້າຮ່ວມມີ ທ່ານ ສົມປອງ ສິດທິວົງ ຫົວຫນ້າກົມນ້ໍາປະປາ ກະຊວງໂຍທາທິການ ແລະ ຂົນ ສົ່ງ (ຍທຂ), ທ່ານ ທະນູສອນ ພົນອາມາດ ຮອງປະທານ ສຄອຊ, ທ່ານ ຮິກາລຸ ຢາມາດະ ຜູ້ຈັດການທົ່ວໄປຂອງ ບໍລິສັດ Accrete ຈໍາກັດ ພ້ອມດ້ວຍຜູ້ປະກອບການ ແລະ ວິຊາການ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສົມປອງ ສິດທິວົງ ກ່າວວ່າ: ກອງປະຊຸມດັ່ງກ່າວ ເປັນ ການເຜີຍແຜ່ເຖິງຄວາມຫນາຍສໍາຄັນ ແລະ ສ້າງຄວາມເຂົ້າໃຈໃຫ້ກັບບັນດາຫົວຫນ່ວຍທຸລະກິດໃນ ສປປ ລາວ ກ່ຽວກັບ ການບໍາບັດນ້ໍາເປື້ອນໃນໂຮງ ແຮມ,ຮ້ານອາຫານ, ໂຮງງານ, ສູນການຄ້າ, ອາຄານ ແລະ ສະຖານທີ່ປະກອບການໃຫ້ມີປະສິດທິພາບ. ດັ່ງນັ້ນ, ກົມນ້ໍາປະປາ ຮ່ວມກັບ ສຄອຊ ແລະ ອົງການ JICA ຈຶ່ງໄດ້ຈັດກອງປະຊຸມສໍາມະນາຂຶ້ນໃນມື້ນີ້. ຂ້າພະເຈົ້າ ຂໍຕາງຫນ້າໃຫ້ ລັດຖະບານ ກໍຄື ກະຊວງ ຍທຂ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ປະເທດຍີ່ປຸ່ນ ກໍຄືອົງການ JICA ແລະ ບໍລິສັດ Accrete Co., Ltd ທີ່ໄດ້ໃຫ້ການຊ່ວຍເຫຼືອໃຫ້ແກ່ການພັດທະນາລະບົບບໍາບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫຼາຍ ໂດຍນໍາໃຊ້ວັດສະດຸມີເດຍ KIDS ເຊິ່ງເປັນໂຄງການຕົວ ແບບໃນ ສປປ ລາວ; ໂຄງການ ດັ່ງກ່າວໄດ້ຕິດຕັ້ງຢູ່ສູນອາຫານ ມະຫາວິທະຍາໄລແຫ່ງຊາດ ( ດົງໂດກ ) ໄດ້ດໍາເນີນການທົດລອງນໍາໃຊ້ ແລະ ການຕິດຕາມປະເມີນຜົນໄດ້ຮັບເປັນໄລຍະເວລາ 1 ປີ ພ້ອມທັງໄດ້ຈັດກອງປະຊຸມປະເມີນຜົນຜ່ານມາ 2 ຄັ້ງ. ລະບົບບໍາບັດນໍ້າເປື້ອນແບບ ແຜ່ຂະຫຍາຍຈຸລິນຊີ ຍ່ອຍສະຫຼາຍ ໂດຍນໍາໃຊ້ວັດ ສະດຸມີເດຍ KIDS ເປັນລະບົບ ທີ່ນໍາໃຊ້ເຕັກໂນໂລຊີສີຂຽວ ແບບຍືນຍົງ ເພື່ອບໍາບັດນ້ໍາເປື້ອນທີ່ມີຄ່າໃຊ້ຈ່າຍຕໍ່າ ໂດຍສາມາດຜະລິດວັດສະດຸມີເດຍ KIDS ໃນ ສປປ ລາວ ໄດ້ ເຊິ່ງ ກົມນ້ໍາປະປາໃນນາມຜູ້ຮັບຜິດຊອບວຽກງານການບໍາບັດນ້ໍາເປື້ອນ ເຫັນວ່າລະບົບດັ່ງກ່າວແມ່ນແທດເຫມາະ ແລະ ເຫມາະສົມທີ່ຈະນໍາໃຊ້ໃນ ສປປ ລາວ.

ທ່ານ ຮິກາລຸ ຢາມາດະ ກ່າວວ່າ: ລະບົບບໍາບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີ ຍ່ອຍສະຫຼາຍ ໂດຍນໍາໃຊ້ວັດ ສະດຸມີເດຍ KIDS ໄດ້ທົດລອງ ຢູ່ບ່ອນລະບາຍນໍ້າເປື້ອນຂອງ ສູນອາຫານ ມຊ ເພື່ອໃຫ້ນ້ໍາສະອາດປ່ອຍລົງສູ່ທໍາມະຊາດ ເຊິ່ງການນໍາໃຊ້ລະບົບ ດັ່ງກ່າວ ເປັນເວລາ 1 ປີ ເຫັນວ່າມີຜົນຕອບຮັບດີ ແລະ ຄ່ານ້ໍາເປື້ອນ ແມ່ນຫຼຸດລົງ ເຊິ່ງ ພວກເຮົາຕັ້ງເປົ້າຫມາຍໄວ້ 5ຫົວຂໍ້ ຄື:

  1. ການສ້າງລະບົບ KIDS ເພື່ອລົບລ້າງຄ່ານໍ້າເປື້ອນຂອງ ສປປ ລາວ ໃຫ້ກາຍເປັນສູນ.
  2. ການໃຊ້ຊັບພະຍາກອນຈາກປະເທດລາວ ແລະ ຊ່າງເຕັກນິກ ເພື່ອບໍາລຸງຮັກສາ ແລະ ສ້ອມແປງຂອງປະເທດລາວ.
  3. ການແຈກຢາຍປຶ້ມຄູ່ມື ໃຫ້ຊ່າງເຕັກນິກຄົນລາວນໍາໃຊ້ ເຄື່ອງຈັກດ້ວຍຕົນເອງ.
  4. ການຈັດເຮັດຂໍ້ມູນມາດ ຕະຖານ, ການລົງທຶນຜະລິດອຸປະກອນມາດຕະຖານຂອງສປປ ລາວ.
  5. ໂຄສະນາຈຸດເດັ່ນຂໍ້ດີ ຂອງເຄື່ອງບໍາບັດນໍ້າເປື້ອນນີ້ ໃຫ້ນໍາໃຊ້ກວ້າງຂວາງ ໃນສປປ ລາວ ແລະ ບັນດາປະເທດໃກ້ຄຽງ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword