ກອງປະຊຸມສໍາມະນາ ໃນຫົວຂໍ້: “ການສ້າງຄຸນນະພາບເພື່ອການແຂ່ງຂັນຕະຫຼາດພາຍໃນ ຕາມມາດຕະຖານສາກົນ”

ກອງປະຊຸມສໍາມະນາ ໃນຫົວຂໍ້: “ການສ້າງຄຸນນະພາບເພື່ອການແຂ່ງຂັນຕະຫຼາດພາຍໃນ ຕາມມາດຕະຖານສາກົນ”

ກອງປະຊຸມສໍາມະນາ ໃນຫົວຂໍ້: “ການສ້າງຄຸນນະພາບເພື່ອການແຂ່ງຂັນຕະຫຼາດພາຍໃນ ຕາມມາດຕະຖານສາກົນ” ໃນຕອນເຊົ້າ ວັນສຸກ ທີ 23 ກຸມພາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ)

ທ່ານ ນາງ ຈັນທະຈອນ ວົງໄຊ ຮອງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ໃຫ້ກຽດເປັນປະທານກອງປະຊຸມ ເຊິງມີການເຂົ້າຮ່ວມຈາກແຂກທີ່ຖືກເຊີນຈາກຫຼາຍພາກສ່ວນ ເຊັ່ນ: ບໍລິສັດ ບີກຊີ ລາວ, ບໍລິສັດ ກັອກ ກັອກ ເອັມ, ບໍລິສັດ ໂຊກທະວີ ຊຸບເປີສະໂຕ, ເຊເວັນອີເລເວັນ, ປາກຊັນຊຸບເປີມາເກັດ, ດີມາກ ຊຸບເປີມາເກັດ, ວິວມໍ ແລະ ຕ່າງໜ້າຈາກກຸ່ມ, ສະມາຄົມ ແລະ ຫົວໜ່ວຍທຸລະກິດຈາກຂະແຫນງການຜະລິດ ຫຼາຍກວ່າ 60 ກ່ວາທ່ານ ທີ່ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນ ເພື່ອເປັນການແລກປ່ຽນ ແລະ ເຜີຍແຜ່ຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ຜູ້ປະກອບການທີ່ມີຄວາມສົນໃຈນຳເອົາສິນຄ້າ ຫຼື ຜະລິດຕະພັນຂອງຕົນ ຈຳໜ່າຍໃນຮ້ານສະດວກຊື້ ແລະ ຮ້ານຈໍາໝາຍສິນຄ້າຊັ້ນນຳໃນ ສປປ ລາວ ວ່າຄຸນນະພາບຂອງສິນຄ້າຕ້ອງໄດ້ການຮັບຮອງມາດຕະຖານ, ລະບົບການບໍລິຫານຄຸ້ມຄອງ ແລະ ເງື່ອນໄຂອື່ນໆ ທີ່ທາງຜູ້ປະກອບການຈະຕ້ອງໄດ້ປະຕິບັດ. ພ້ອມດຽວກັນນັ້ນກໍ່ໄດ້ຮັບຟັງການນຳເໜີ ເຄື່ອງມືຖານຂໍ້ມູນຂ່າວສານດ້ານຄຸນນະພາບສິນຄ້າ ແລະ ຜົນສໍາເລັດຂອງບັນດາ 14 ບໍລິສັດທີ່ໄດ້ຮ່ວມໂຄງການ ການເປັນຜູ້ນໍາດ້ານມາດຕະຖານ (Quality Champion Program) ນອກຈາກນັ້ນຍັງໄດ້ນໍາສະເໜີ ການທົບທວນ ແລະ ສັງລວມຂະບວນການຂອງການຄຸ້ມຄ່ອງບໍລິຫານໃນທຸກໆຂັ້ນຕອນ ຂອງບໍລິສັດ ໂດຍການນໍາເອົາຫຼັກສູດ ການບໍລິຫານແບບ LEAN ຫຼືການບໍລິການແບບຊ່ວຍຫລຸດຕົ້ນທຶນ ໂດຍຜູ້ຊຽວຊານດ້ານຄຸນນະພາບ.
ນອກຈາກນີ້ຍັງໄດ້ມີເວທີສົນທະນາ ຈາກບໍລິສັດ ບີກຊີ ລາວ, ບໍລິສັດ ກັອກ ກັອກ ເອັມ, ບໍລິສັດ ໂຊກທະວີ ຊຸບເປີສະໂຕ, ເຊເວັນອີເລເວັນ ແລະ ປາກຊັນຊຸບເປີມາເກັດ. ໂດຍເວທີສົນທະນານີ້ໄດ້ມີການແລກປ່ຽນ ສົນທະນາ ບັນດາຂໍ້ກໍານົດ ດ້ານນິຕິກຳ ແລະ ຂໍ້ກຳນົດຕ່າງເຊັ່ນ: ຜູ້ປະກອບການຕ້ອງມີໃບທະບຽນວິສາຫະກິດ, ມີລະບົບບັນຊີ, ສິນຄ້າຕ້ອງໄດ້ຮັບການຮັບຮອງມາດຕະຖານ, ຄຸນນະພາບຂອງສິນຄ້າ ຫຼື ຜະລິດຕະພັນ ທີ່ຕ້ອງປະຕິບັດຕາມເງືອນໄຂດັ່ງກ່າວເພື່ອໃຫ້ສິນຄ້າ ສາມາດເຂົ້າຈໍາໜ່າຍໃນຮ້ານດັ່ງກ່າວທີ່ກ່າວມາຂ້າງເທີງນັ້ນໄດ້. ອີກທັງຍັງເປັນເວທີໃຫ້ທຸລະກິດທີ່ເຂົ້າຮ່ວກອງປະຊຸມໄດ້ມີໂອກາດສອບຖາມ ແລະ ແລກປ່ຽນນະໂຍບາຍການສົ່ງເສີມການຂາຍ ແລະ ດ້ານວິຊາການຂອງ ທັງ 5 ບໍລິສັດທີມີຕໍ່ສຳມະຊິກຂອງຮ້ານໃນການຍົກລະດັບຂອງສິນຄ້າໃຫ້ໄດ້ມາດຕະຖານຂອງຮ້ານກຳນົດໄວ້.ກອງປະຊຸມ ໄດ້ປິດລົງ ເວລາ 12:00 ໂມງ

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword