ເງື່ອນໄຂສົ່ງພືດ 3 ປະເພດ ໄປ ສປ ຈີນ

ເງື່ອນໄຂສົ່ງພືດ 3 ປະເພດ ໄປ ສປ ຈີນ

ອີງຕາມ ຄໍາແນະນໍາ ກ່ຽວກັບ ເງື່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກ ພືດທີ່ເປັນວັດຖຸດິບສໍາລັບປຸງແຕ່ງຢາພື້ນເມືອງຈີນ ຂອງ ສປປ ລາວ ໄປ ສປ ຈິນ ສະບັບເລກທີ 0305/ກປຝ, ລົງວັນທີ 16 ມັງກອນ 2024;

ຄໍາແນະນໍາ ກ່ຽວກັບ ເງື່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກໝາກມ່ວງຫິມະພານ ຂອງ ສປປ ລາວ ໄປ ສປ ຈິນ ສະບັບເລກທີ 0306/ກປຝ, ລົງວັນທີ 16 ມັງກອນ 2024; ແລະ ຄໍາແນະນໍາ ກ່ຽວກັບ ເງື່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກໝາກມ່ວງສົດ ຂອງ ສປປ ລາວ ໄປ ສປ ຈິນ ສະບັບເລກທີ 2140/ກປຝ, ລົງວັນທີ 28 ມີນາ 2024. ເຊິ່ງມີເນື້ອໃນສໍາຄັນດັ່ງນີ້:
———————————————————————-
1. ມາດຕະການສຸຂານາໄມພືດກ່ອນສົ່ງອອກ ຂອງພືດທີ່ເປັນວັດຖຸດິບສໍາລັບປຸງແຕ່ງຢາພື້ນເມືອງຈີນ:
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັໍ້ງ ທີ່ໄດ້ຮັບການຮັບຮອງໃຫ້ເປັນຜູ້ສົ່ງອອກ ຈາກອົງການບໍລິຫານພາສີ ແຫ່ງ ສປ ຈີນ ຕ້ອງປະຕິບັດ ດັ່ງນີ້:
ຕ້ອງຍືື່ນຄໍາຮ້ອງ ຕາມແບບພິມທີ່ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ ພ້ອມທັງຄັດຕິດເອກະສານທີ່ກ່ຽວຂ້ອງຫາກົມປູກຝັງ ຫຼື ຂະແໜງປູກຝັງຂັ້ນແຂວງ. ສໍາລັບເງືື່ອນໄຂ, ຂັ້ນນຕອນ ແລະ ວິທີການສະເໜີຂໍ ໃບຢັ້ງຢືນສຸຂານາໄມພືດ ແມ່ນໃຫ້ປະຕິບັດຕາມບົດແນະນຳຂອງກົມປູກຝັງ, ສະບັບເລກທີ 2880/ກປຝ, ລົງວັນທີ 11 ທັນວາ 2019;
ກໍລະນີກວດກາພົບສັດຕູພືດໃນສິນຄ້າ ແມ່ນຫ້າມສົ່ງອອກສິນຄ້າດັ່ງກ່າວ ແລະ ໃຫ້ລາຍງານກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຊາບທັນທີ ເພືື່ອໂຈະສະຖານທີ່ປະກອບການຜະລິດຊົ່ວຄາວ ພ້ອມຊອກຫາວິທີແກ້ໄຂ;
ໃນກໍລະນີເຈົ້າໜ້າທີກັກກັນພືດ ກວດກາບໍ່ພົບເຫັນສັດຕູພືດ ແມ່ນຕ້ອງອອກໃບຢັ້ງຢືນສຸຂານາໄມພືດ ສຳລັບ ສີນຄ້ານັ້ນ ແລະ ຕ້ອງພິມຂໍ້ມູນເພີ່ມຕືື່ມ ໃສ່ໃບຢັ້ງຢືນສຸຂານາໄມພືດ.
ເຈົ້າໜ້າທີ່ກັກກັນພືດທີ່ຮັບຜິດຊອບອອກໃບຢັ້ງຢືນສຸຂານາໄມພືດ ຕ້ອງລະບຸຂໍ້້ມູນດ່ານນຳເຂົ້າ ທີ່ກຳນົດໂດຍ ອົງການພາສີ ແຫ່ງ ສປ ຈີນ ໃນແຕ່ລະໄລຍະ.
2.ການຂື້ນທະບຽນສະຖານທີ່ປະກອບການຜະລິດ ໃນການສົ່ງອອກ ໝາກມ່ວງຫິມະພານ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີີ່ມີຈຸດປະສົງ ຂໍຂື້ນທະບຽນ ຫຼື ຂໍຕໍ່ໃບທະບຽນ ສວນປູກ, ໂຮງເຮືອນຫຸຸ້ມຫໍ່ ແລະ ບັນຈຸ ຕ້ອງປະຕິບັດຕາມຄໍາແນະນຳກ່ຽວກັບ ການຂື້ນທະບຽນສະຖານທີ່ປະກອບການຜະລິດ ສໍາລັບການສົ່ງອອກພືດ ແລະ ຜະລິດຕະພັນພືດ ສະບັບເລກທີ 1753/ກປ, ລົງວັນທີ 25 ສິງຫາ 2020, ໂດຍຍືື່ນຄໍາຮ້ອງເຖິງກົມປູກຝັງ, ກະຊວງກະສີກໍາ ແລະ ປ່າໄມ້ ເພືື່ອພິຈາລະນາຄົ້ນຄວ້າ. ເອກະສານຄໍາຮ້ອງຂໍຂື້ນທະບຽນສະຖານທີ່ປະກອບການຜະລິດ ປະກອບມີ:
1) ໃບຄຳຮ້ອງ ຕາມແບບພິມທີ່ກົມປູກຝັງກຳນົດ;
2) ສຳເນົາໃບອະນຸຍາດດຳເນີນກິດຈະການກະສິກໍາ ແລະ ປ່າໄມ້;
3) ສຳເນົາໃບຢັ້ງຢືນການມອບພັນທະອາກອນປະຈຳປີສຸດທ້າຍ;
4) ຄູ່ມືດຳເນີນງານ ກ່ຽວກັບ ການຜະລິດ ແລະ ການປ້ອງກັນກຳຈັດສັດຕູພືດ;
5) ໃບມອບສິດ ແລະ ສຳເນົາບັດປະຈຳຕົວຂອງຜູ້ຍືື່ນເອກະສານ ໃນກໍລະນີ ໃຫ້ຜູ້ອືື່ນຍືື່ນຄຳຮ້ອງແທນ.
4.ການຂື້ນທະບຽນສະຖານທີ່ປະກອບການຜະລິດ ໃນການສົ່ງອອກ ໝາກມ່ວງສົດ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີີ່ມີຈຸດປະສົງ ຂໍຂື້ນທະບຽນ ຫຼື ຂໍຕໍ່ໃບທະບຽນ ສວນປູກ, ໂຮງເຮືອນຫຸຸ້ມຫໍ່ບັນຈຸ ແລະ ໂຮງເຮືອນອົບອາຍຮ້ອນ ຫຼື ໂຮງເຮືອນຈຸ່ມນໍ້າຮ້ອນ ແມ່ນປະຕິບັດຕາມລະບຽບການຂອງກະຊວງກະສິກໍາ ແລະ ປ່າໄມ້ ທີ່ປະກາດໃຊ້ໃນແຕ່ລະໄລຍະ ໂດຍຍື່ນຄໍາຮ້ອງເຖິງກົມປູກຝັງ ຕາມຂັ້ນຕອນ. ເອກະສານຄໍາຮ້ອງຂໍຂື້ນທະບຽນ ປະກອບມີ:
1) ໃບຄຳຮ້ອງ ຕາມແບບພິມທີ່ກົມປູກຝັງກຳນົດ;
2) ສຳເນົາ ໃບອະນຸຍາດດຳເນີນກິດຈະການກະສິກໍາ ແລະ ປ່າໄມ້;
3) ສຳເນົາ ໃບຢັ້ງຢືນການມອບພັນທະອາກອນປະຈຳປີສຸດທ້າຍ;
4) ຄູ່ມືດຳເນີນງານ ກ່ຽວກັບ ການຈັດການດ້ານສຸຂານາໄມ ແລະ ສຸຂານາໄມພືດ;
5) ໃບມອບສິດ ແລະ ສຳເນົາບັດປະຈຳຕົວຂອງຜູ້ຍືື່ນເອກະສານ ໃນກໍລະນີ ໃຫ້ຜູ້ອືື່ນຍືື່ນຄຳຮ້ອງແທນ.
———————————————————————
ສອບຖາມລາຍລະອຽດເພີມເຕີມ ຕິດຕໍ່: ກົມປູກຝັງ, ກະຊວງ ກະສິກໍາ ແລະ ປ່າໄມ້, ເບີໂທ +856 21 412350, ເວັບໄຊທ໌: https://doa.maf.gov.la/
(ຂໍ້ມູນຈາກ Lao trade portal)

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword