ພິທີລົງນາມ ເຊັນບົດບັນທືກຄວາມເຂົ້າໃຈ ໃນໂຄງການ ການມີສ່ວນຮ່ວມຂອງພາກສ່ວນເອກະຊົນ (ພາກທຸລະກິດ) ພາກລັດ ແລະ ອົງການຈັດຕັ້ງສັງຄົມ ໃນການກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ໃນ ສປປ ລາວ

ພິທີລົງນາມ ເຊັນບົດບັນທືກຄວາມເຂົ້າໃຈ ໃນໂຄງການ ການມີສ່ວນຮ່ວມຂອງພາກສ່ວນເອກະຊົນ (ພາກທຸລະກິດ) ພາກລັດ ແລະ ອົງການຈັດຕັ້ງສັງຄົມ ໃນການກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ໃນ ສປປ ລາວ

ພິທີລົງນາມ ເຊັນບົດບັນທືກຄວາມເຂົ້າໃຈ ໃນໂຄງການ ການມີສ່ວນຮ່ວມຂອງພາກສ່ວນເອກະຊົນ (ພາກທຸລະກິດ) ພາກລັດ ແລະ ອົງການຈັດຕັ້ງສັງຄົມ ໃນການກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ໃນ ສປປ ລາວ, ວັນທີ 07 ມີນາ 2025, ທີ່ໂຮງແຮມ ຄຣາວພຣາຊ່າ, ນະຄອນຫຼວງວຽງຈັນ

ທ່ານ ປອ.ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໃນນາມປະທານ ຜູ້ຊີ້ນຳວຽກງານ ຕ່າງໜ້າຜູ້ໃຊ້ແຮງງານສາມຝ່າຍ ແລະ ອຸດສາຫະກຳ ຂອງ ສຄອຊ, ພ້ອມຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຄະນະກຳມະທິການຕ່າງໜ້າຜູ້ໃຊ້ແຮງງານ, ສຄອຊ ໄດ້ເຂົ້າຮ່ວມໃນພິທີລົງນາມ ເຊັນບົດບັນທືກຄວາມເຂົ້າໃຈ ໃນໂຄງການ ການມີສ່ວນຮ່ວມຂອງພາກສ່ວນເອກະຊົນ, ພາກລັດ ແລະ ອົງການຈັດຕັ້ງສັງຄົມ ໃນການກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ໃນ ສປປ ລາວ ໂດຍເປັນກຽດເຂົ້າຮ່ວມ ຂອງ ທາ່ນ ບຸນຍອດ ຈັນທະວອນ, ຫົວໜ້າ ຫ້ອງການ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ, ທ່ານ ນາງ Ronilda Co, ຫົວໜ້າໂຄງການຂັ້ນທ້ອງຖິ່ນ, ສູນກຽມພ້ອມໄພພິບັດອາຊີ, ທ່ານ ນາງ ອາລັນຍາ ບໍລິບູນ ປະທານ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ, ພ້ອມດ້ວຍແຂກທີ່ຖືກເຊີນ ຈາກກະຊວງ, ອົງການ, ສະມາຄົມ ກູ່ມທຸລະກິດ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ຈຸດປະສົງ ຂອງພິທີລົງນາມ ເຊັນບົດບັກທືກຄວາມເຂົ້າໃຈດັ່ງກ່າວແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມື ຂອງບັນດາຜູ້ມີສ່ວນຮ່ວມ ໃນການກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ຢູ່ ສປປ ລາວ ແລະ ຊຸກຍຸ້ໃນການສ້າງກົນໄກສາມຝ່າຍໃນວຽກງານການຄຸ້ມຄອງໄພພິບັດ ຄື LDPP ແລະ ເຊິ່ງໄດ້ລົງນາມສືບຕໍ່ໂຄງການໄລຍະສອງ ເຊິ່ງມີຄວາມສໍາຄັນຫຼາຍໃນການສືບຕໍ່ຊຸກຍູ້ກົນໄກສາມຝ່າຍ ຄືພາກລັດ, ພາກເອກະຊົນ (ພາກທຸລະກິດ) ແລະ ພາກອົງການຈັດຕັ້ງສັງຄົມ ໃນວຽກງານການຄຸ້ມຄອງໄພພິບັດ ໂດຍສະເພາະ ແມ່ນ ການສົ່ງເສີມຊຸກຍູ້ສ້າງຄວາມເຂັ້ມແຂງທາງດ້ານນິຕິກຳ ຫຼືກົນໄກແມ່ນມີຄວາມສຳຄັນ ຊຶ່ງເປັນການສະໜັບສະໜູນຊ່ວຍເຫຼືອແກ່ລັດຖະບານ ສປປ ລາວ ເພື່ອເປັນການສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ, ເຕັກນິກວິຊາການ ໃນບັນດາວຽກງານຕ່າງໆ ຜ່ານການປະຕິບັດຕົວຈິງ ໂດຍສະເພາະ ຢູ່ເຂດທີ່ມີິຄວາມສ່ຽງ ແລະ ບ່ອນທີ່ຍັງບໍ່ທັນມີຄວາມເຂັ້ມແຂງ ໄດ້ຮັບການຍົກລະດັບຄວາມອາດສາມາດຂຶ້ນເທື່ອລະກ້າວ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword