ກອງປະຊຸມໂຕະມົນພາກທຸລະກິດ ສິງກະໂປ-ລາວ (Singapore- Laos Business Roundtable)

ກອງປະຊຸມໂຕະມົນພາກທຸລະກິດ ສິງກະໂປ-ລາວ (Singapore- Laos Business Roundtable)

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ໄດ້ນຳພາຄະນະບໍລິຫານງານ ພ້ອມດ້ວຍນັກທຸລະກິດ ຈຳນວນ 23 ທ່ານ ເດີນທາງຕິດຕາມຄະນະທາງການ ຂອງ ພະນະທ່ານພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນການເດີນທາງຢ້ຽມຢາມຢ່າງເປັນທາງການ ທີ່ ປະເທດ ສິງກະໂປ ໃນລະຫວ່າງວັນທີ 27-28 ກັນຍາ 2022.

ໃນໂອກາດດັ່ງກ່າວນີ້ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຮ່ວມກັບ ສະຫະພັນທຸລະກິດ ສິງກະໂປ ຈັດກອງປະຊຸມໂຕະມົນພາກທຸລະກິດ ສິງກະໂປ-ລາວ (Singapore- Laos Business Roundtable) ຂຶ້ນໃນວັນທີ 28 ກັນຍາ 2022, ເວລາ: 14:15-17:00 ໂມງ, ທີ່ ຫ້ອງການສະຫະພັນທຸລະກິດ ສິງກະໂປ ໃຫ້ກຽດເຂົ້າຮ່ວມກອງປະຊຸມດັ່ງກ່າວໂດຍ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ພະນະທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີ, ພະນະທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ພະນະທ່ານ ນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະນະທ່ານ ດຣ. ດາວວົງ ພອນແກ້ວ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພະນະທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພະນະທ່ານ ດຣ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພະນະທ່ານ ນາງ ວິໄລຄໍາ ໂພສາລາດ, ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີ ແລະ ພະນະທ່ານ ແສງແກ້ວ ປວງປະດິດ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສິງກະໂປ. ພ້ອມດ້ວຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວພ້ອມດ້ວຍຄະນະບໍລິຫານງານ ສຄອຊ ແລະນັກທຸລະກິດຈາກຂະແໜງການຄ້າ, ຂົນສົ່ງ-ຈັດສົ່ງສິນຄ້າ, ກະສິກຳ, ພະລັງານ ແລະ ບໍ່ແຮ່.

ຝ່າຍສິງກະໂປນຳໂດຍ ພະນະທ່ານ Dr Mohamad Maliki Bin Osman, ລັດຖະມົນຕີ, ຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີ, ຮອງລັດຖະມົນຕີກະຊວງສຶກສາ ແລະ ການຕ່າງປະເທດ ແລະ ທ່ານ Lim Ming Yan, ປະທານສະຫະພັນທຸລະກິດສິງກະໂປ. ກອງປະຊຸມໃນຄັ້ງນີ້ຖືເປັນບາດກ້າວທຳອິດຂອງການຮ່ວມມືເຈລະຈາຂອງພາກທຸລະກິດ ຂອງ ສປປ ລາວ ແລະ ສິງກະໂປຢ່າງເປັນທາງການພາຍຫລັງການເປີດປະເທດ ຂອງ ທັງສອງຝ່າຍ ຄຽງຄູ່ກັບການເດີນທາງຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຢ່າງເປັນທາງການ ຂອງ ພະນະທ່ານ ພັນຄຳວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ປະເທດສິງກະໂປ ລະຫວ່າງວັນທີ 27-28 ກັນຍາ 2022.

ໂດຍຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອແລກປ່ຽນ ແລະ ສຶກສາໂອກາດຄວາມເປັນໄປໄດ້ໃນການຮ່ວມກັນລົງທຶນພັດທະນາໃນຂົງເຂດເສດຖະກິດຂອງ ສປປ ລາວ ເພື່ອຂະຫຍາຍໃຫ້ພື້ນທີ່ເສດຖະກິດ ມີການຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນເພື່ອເພີ່ມມູນຄ່າການຄ້າ, ການລົງທຶນ ແລະການຮ່ວມກັນ ໂດຍສະເພາະໃນຂົງເຂດການຮ່ວມມືດ້ານການເຊື່ອຈອດຂົນສົ່ງ ລາວ-ສິງກະໂປ ໂດຍຜ່ານ ສສ. ຫວຽດນາ, ລາວ ໄປ ສິງກະໂປ (Logistics Link) ທີ່ ບໍລິສັດ ວຽງຈັນໂລຈິສຕິກ ຈະໄດ້ຮ່ວມກັບ ບໍລິສັດ YCH Group ຂອງ ທ່ານ Dr. Robert Yab ເຊິ່ງເປັນບໍລິສັດແນວໜ້າດ້ານ Logistics Hub ຂອງ ສິງກະໂປ (ລາຍລະອຽດທັງຝ່າຍຈະໄດ້ໂອ້ລົມ ແລະ ລົງເລິກລາຍລະອຽດຕ່າງໆຮ່ວມກັນ) ພ້ອມດຽວກັນນີ້ຍັງໄດ້ເນັ້ນການຮ່ວມມືການນຳເຂົ້າແຜ່ນແຜຈາກລາວ, ກະສິກຳ, ແຮງງານ ໂດຍສະເພາະການພັດທະນາສືມືແຮງງານ, ກໍ່ສ້າງ, ການສຶກສາ ນອກນີ້ ພະນະທ່ານນາຍົກຍັງໄດ້ສະເໜີໃນທີ່ປະຊຸມໃນການເຊີນນັກທຸລະກິດ ສິງກະໂປ ໃນດ້ານການມາລົງທຶນ ຫລື ຮ່ວມມືກັບທຸລະກິດລາວໃນຂົງເຂດ ກະສິກຳສະອາດ, ອຸດສາຫະກຳ, ພະລັງງານສະອາດ, ພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນຂະແໜງການ ໂທລະມະນາຄົມທີ່ທັນສະໄຫມ. ເຊິ່ງກອງປະຊຸມໂຕະມົນພາກທຸລະກິດ ສິງກະໂປ-ລາວ (Singapore-Laos Business Roundtable) ໃນປິດລົງໃນຕອນບ່າຍຂອງວັນທີ 28 ກັນຍາ 2022 ທີ່ ຫ້ອງການສະຫະພັນທຸລະກິດ ສິງກະໂປ

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword