ກອງທຶນສົ່ງເສີມ SME ສະໜອງທຶນ ຈຳນວນ 2,52 ຕື້ກີບ ເພື່ອປ່ອຍສິນເຊື່ອ ແລະ ຄໍ້າປະກັນສິນເຊື່ອໃຫ້ ຈຸນລະວິສາຫະກິດ

ກອງທຶນສົ່ງເສີມ SME ສະໜອງທຶນ ຈຳນວນ 2,52 ຕື້ກີບ ເພື່ອປ່ອຍສິນເຊື່ອ ແລະ ຄໍ້າປະກັນສິນເຊື່ອໃຫ້ ຈຸນລະວິສາຫະກິດ

ໃນ​ຕອນບ່າຍຂອງວັນທີ 03 ທັນວາ 2020, ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້​ຈັດ​ພິທີ​ເຊັນ​ສັນຍາ​​ສະ​ໜອງ​ທຶນ​ຂຶ້ນ ລະ​ຫວ່າງ ທສວ ​ກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ທສວ ກັບ 04 ສະຖາບັນການເງິນຈຸລະພາກ ຄື:

ສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ ປະຕູຄໍາ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບຝາກເງິນ ເນັກ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບຝາກເງິນ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ (BDP) ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບຝາກເງິນ ໄຊອຸດົມ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ປະທານສະພາບໍລິຫານ ທສວ ພ້ອມດ້ວຍແຂກທີ່ຖືກເຊີນຈາກທັງພາກລັດ ແລະ ພາກທຸລະກິດ.

ການເຊັນສັນຍາສະໜອງທຶນກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແມ່ນເພື່ອສະໜອງທຶນສະສົມຂອງ ທສວ ຈຳນວນ 500 ລ້ານກີບ ສົມທົບເຂົ້າໃນກອງທຶນນາງຟ້າ ເພື່ອຈັດຕັ້ງການຄໍ້າປະກັນສິນເຊື່ອກັບທະນາຄານທຸລະກິດໃຫ້ຈຸນລະວິສາຫະກິດທີ່ບໍ່ມີຫລັກຊັບຄໍ້າປະກັນທີ່ພຽງພໍ ຊຶ່ງລາຍລະອຽດໃນການຈັດຕັ້ງປະຕິບັດແມ່ນມີລະບຽບການສະເພາະ ທີ່ກຳນົດໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.

ສໍາລັບເຊັນສັນຍາສະໜອງທຶນກັບ 04 ສະຖາບັນການເງິນຈຸນລະພາກ ທີ່ຜ່ານເງື່ອນໄຂຂອງ ທສວ ເພື່ອສະໜອງທຶນໄລຍະຍາວ​ໃຫ້ ສະຖາບັນການເງິນຈຸລະພາກ ນຳໄປປ່ອຍສິນເຊື່ອໃຫ້ ຈຸນລະວິສາຫະກິດ ກຸ່ມຜູ້ຜະລິດ ທີ່ຕ້ອງການທຶນເພື່ອນໍາໄປປັບປຸງ, ປ່ຽນຖ່າຍ ແລະ ຈັດຊື້ເຄື່ອງຈັກ, ເຄື່ອງມື ແລະ ອຸປະກອນຮັບໃຊ້ການຜະລິດ ພ້ອມນັ້ນເພື່ອສະ  ໜອງທຶນໝູນວຽນ ດ້ວຍວິທີການທີ່ສະດວກວ່ອງໄວ ສາມາດສະໜອງທຶນໝູນວຽນໃນເວລາ ຫຼື ລະດູການທີ່ຈຸນລະວິສາຫະກິດມີຄວາມຈໍາເປັນນໍາໃຊ້ທຶນເພື່ອຊື້້ວັດຖຸດິບ, ຈ່າຍຄ່າແຮງງານ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນເພື່ອຮັບໃຊ້ການຜະລິດ. 04 ສະຖາບັນການເງິນ ທີ່ເຊັນສັນຍາໃນມື້ນີ້ ຈະໄດ້ຮັບເງິນທຶນຈາກ ທສວ ສະຖາບັນລະ 545 ລ້ານກີບ, ໃນນັ້ນ 505 ລ້ານກີບ ເປັນສິນເຊື່ອ ແລະ 40 ລ້ານ ເປັນທຶນຊ່ວຍເຫຼືອວິຊາການ.

ຈຸນລະວິສາຫະກິດ ທີ່ຈະຂໍກູ້ຢືມເງິນຕ້ອງເປັນຈຸນລະວິສາຫະກິດ ທີ່ກຳນົດໃນດຳລັດວ່າດ້ວຍການຈັດແບ່ງຂະໜາດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 25/ລບ, ລົງວັນທີ 17 ມັງກອນ 2017 ຫຼື ເປັນຜູ້ປະກອບກິດຈະການທີ່ບໍ່ທັນໄດ້ຂຶ້ນທະບຽນວິສາຫະກິດ ແຕ່ມີແຮງງານສະເລ່ຍໃນປີບໍ່ເກີນ 5 ຄົນ ຫຼື ເປັນກຸ່ມຜູ້ຜະລິດ, ສະຫະກອນ ທີ່ນອນໃນຂະແໜງບູລິມະສິດ ດັ່ງນີ້:

  • ຂະແໜງກະສິກຳປູກຝັງ ແລະ ລ້ຽງສັດ;
  • ຂະແໜງຫັດຖະກຳ;
  • ຂະແໜງອຸດສາຫະກໍາປຸງແຕ່ງ ຜະລິດຕະພັນກະສິກຳ;
  • ຂະແໜງການຄ້າ ທີ່ປິ່ນອ້ອມ 3 ຂະແໜງການຂ້າງເທິງ;
  • ຂະແໜງການບໍລິການ.

ເພດານ ການປ່ອຍສິນເຊື່ອ ໃຫ້ ຈຸນລະວິສາຫະກິດ ແມ່ນບໍ່ເກີນ 50 ລ້ານກີບຕໍ່ສັນຍາ ອັດຕາດອກເບ້ຍບໍ່ເກີນ 1% ຕໍ່ເດືອນ. ສໍາ​ລັບ​ຂັ້ນ​ຕອນການ​ພິຈາລະນາ ​ແລະ ອະນຸມັດ​ສິນ​ເຊື່ອ​ໃຫ້ ຈຸນລະວິສາຫະກິດ​ນັ້ນ​ແມ່ນມອບ​ໃຫ້​ເປັນໜ້າທີ່​ ​ແລະ ຄວາມຮັບຜິດຊອບຂອງສະຖາບັນການເງິນຈຸລະພາກ, ກອງ​ທຶນ​ສົ່ງ​ເສີມ ​SME ຈະ​ເຮັດໜ້າທີ່​ຕິດຕາມ, ປະ​ເມີນ​ຜົນ ​ແລະ ​ແນະ​ນໍາສະຖາບັນການເງິນ ​ເພື່ອ​ຮັບປະກັນ​ວ່າການ​ນໍາ​ໃຊ້​ແຫຼ່ງທຶນ​ດັ່ງກ່າວ​ສອດຄ່ອງ​ກັບ​ຈຸດປະສົງ ​ແລະ ​ເປົ້າໝາຍທີ່​ທາງກອງທຶນກໍານົດ​ໄວ້ເທົ່ານັ້ນ.

Write a Message

Your email address will not be published.

Related Posts

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ ທຽບໃສ່ ປິຜ່ານມາ…Read more

ສຄອຊ ຢ້ຽມຢາມ ແລະ ປຶກສາຫາລືວຽກງານຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກຳ ຄາວາສະກິ, ປະເທດ ຍີ່ປຸ່ນ

ສຄອຊ ຢ້ຽມຢາມ ແລະ ປຶກສາຫາລືວຽກງານຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກຳ ຄາວາສະກິ, ປະເທດ ຍີ່ປຸ່ນ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ໄດ້ນຳພາຄະນະບໍລິຫານງານ ພ້ອມດ້ວຍນັກທຸລະກິດ ຈຳນວນ 54…Read more
ສະພາການຄ້າ ລາວ-ກຳປູເຈຍ ສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານທຸລະກິດ

ສະພາການຄ້າ ລາວ-ກຳປູເຈຍ ສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານທຸລະກິດ

ໃນຕອນບ່າຍຂອງວັນທີ 28 ມັງກອນ 2025, ທີ່ໂຮງແຮມໂຮລິເດອິນ ນະຄອນຫຼວງວຽງຈັນ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມພົບປະທຸລະກິດ ລາວ-ກຳປູເຈຍ…Read more

ສະພາການຄ້າຈີນ ແຂວງ ສານຊີ ປະຈໍາ ນະຄອນຫຼວງວຽງຈັນ ໄດ້ມອບ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມສົມບູນ ຫ້ວຍຫົງ

ສະພາການຄ້າຈີນ ແຂວງ ສານຊີ ປະຈໍາ ນະຄອນຫຼວງວຽງຈັນ ໄດ້ມອບ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມສົມບູນ ຫ້ວຍຫົງ

ໃນວັນທີ່ 24 ມັງກອນ 2025, ທີ່ ໂຮງຮຽນ ປະຖົມສົມບູນ ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ ຫ້ອງການ ສະພາການຄ້າຈີນ ແຂວງ ສານຊີ…Read more

Enter your keyword