ພິທີ​ເປີ​ດສູນ​ບໍລິການ​ວິ​ສາ​ຫະກິດ​ຂະຫນາດ​ນ້ອຍ ​ແລະ ກາງ​ແຂວງ​ຈຳປາ​ສັກ

ພິທີ​ເປີ​ດສູນ​ບໍລິການ​ວິ​ສາ​ຫະກິດ​ຂະຫນາດ​ນ້ອຍ ​ແລະ ກາງ​ແຂວງ​ຈຳປາ​ສັກ

ໃນວັນທີ 21 ສິງຫາ 2019 ທີ່ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກໍ່ຄື ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຮ່ວມກັບ ກະຊວງ ອຸດສາຫະກຳ ແລະ ການຄ້າ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ພາຍໃຕ້ການສະໜັບສະໜູນຂອງ ໂຄງການ GIZ-Related ໄດ້ຈັດພີທີເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ແຫ່ງທີ່ 02 ທີ່ ນະຄອນປາກເຊ ແຂວງ ຈຳປາສັກ ຢ່າງເປັນທາງການ.

ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຫຼາຍກວ່າ 100 ທ່ານ, ໃຫ້ກຽດກ່າວຕ້ອນຮັບໂດຍ ທ່ານ ນາງ ບຸນເຮືອງ ແຄຣໍ ລິດດັງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຈຳປາສັກ ແລະ ເຈົ້າພາບຈັດພິທີໃນຄັ້ງນີ້.

ພີທີຕັດແຖບຜ້າເປີດສູນ ບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຈຳປາສັກ ໂດຍ:

  • ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈຳປາສັກ
  • ທ່ານ Jens Lutkenhrem, ເອກອັກຄະລັດຖະທູດ ສະຫະພັນເຢຍລະມັນ ປະຈຳ ສປປ ລາວ
  • ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ
  • ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ
  • ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ
  • ທ່ານ ນາງ ບຸນເຮືອງ ແຄຣໍ ລິດດັງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຂວງ ຈຳປາສັກ

ເປົ້າໝາຍເພື່ອສ້າງຂີດຄວາມສາມາດຂອງຜູ້ປະກອບການລາວ ໂດຍສະເພາະຂົງເຂດພາກໃຕ້ ແລະ ສ້າງໃຫ້ເປັນເຄື່ອງມືໃໝ່ ທີ່ດີໃນການສະໜັບສະໜູນທຸລະກິດພາຍໃນໃຫ້ມີການເຊື່ອມໂຍງເຂົ້າກັບຕ່ອງໂສ້ມູນຄ່າທັງພາຍໃນ, ພາກພື້ນ ແລະ ສາກົນທີ່ດີກວ່າເກົ່າ ພ້ອມທັງປະກອບສ່ວນເຂົ້າໃນຜົນສຳເລັດຂອງແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ.

ເຖິງຢ່າງໃດກໍ່ຕາມ, ເປົ້າໝາຍ​ຍຸດ​ທະ​ສາດ​ຂອງ ສູນ​ບໍລິການ ສບວ ຈ​ສ​ ແມ່ນ:

  1. ສະໜັບສະໜູນ​ການ​ເລີ່​ມຕົ້ນທຸລະ​ກິດ ​ໃນລະດັບ​ຕ່າງໆ.
  2. ສົ່ງ​ເສີມ​ການ​ພັດທະນາ​ຜູ້​ປະກອບກິດຈະການ ສບວ ຈ​ສ ຂອງ ແຂວງ ໃຫ້ມີການ​ຂະຫຍາຍຕົວ​ແບບ​ຍືນ​ຍົງ.
  3. ​ພັດທະນາ​ຂີດ​ຄວາມອາດ​ສາມາດແບບຄົບຊຸດ ​ເພື່ອ​ຍົກລະດັບ​ຄຸນ​ນະພາ​ບ, ​ເພີ່ມ​ຜະລິດ​ຕະພາບ ​ແລະ ປັບປຸງ​ການ​ແຂ່ງຂັນ ສບວ ຈ​ສ ຂອງ ແຂວງ ​ໃນ​ຂະ​ແໜງ​ສຳຄັນ.
  4. ສະໜັບສະໜູນ​ ສບວ ຈ​ສ ​ໃນ​ກ​ານ​ເຊື່ອມ​ໂຍງ​​ເຂົ້າສູ່ໂຕ່ງໂສ້ມູນຄ່າຕະຫຼາດພາກພື້ນ​ ​ແລະ ສາກົນ​.
  5. ສົ່ງ​ເສີມ ສບວ ຈ​ສ ໃນການ​ການ​ເຂົ້າຫາ​ຕະຫຼາດ​​ພູມ​ມິ​ພາກ ​ແລະ ຕະຫຼາດ​ສາກົນ.
  6. ເສີມສ້າງສັກກະຍາພາບ ແລະ ຄວາມເຂັ້ມແຂງຂອງ​ສະ​ຖາ​ບັນ ສບວ ຈ​ສ​ ແລະ ອົງ​ກອນ ​ໃນ​ລະດັບທ້ອງ​ຖິ່ນ ​ໃຫ້ສາມາດສະໜອງ​ບໍລິການຕາມທິດຂອງຕະຫຼາດ ​ແກ່ ສບວ ຈ​ສ ຂອງແຂວງ.
  7. ສ້າງຕັ້ງ​ເຄື່ອຂ່າຍ ຂອງ ສບວ ຈ​ສ ​ໃນ​ລະດັບ​ແຂວງ.
  8. ສົ່ງ​ເສີມ​ການ​ຮ່ວມ​ມື​ຢ່າງ​​ໄກ້​ຊິດ ກັບ ຂະ​ແໜງສະ​ມາ​ຄົມອຸດສາຫະກຳ ແລະ ການຄ້າ​ເພື່ອ​ຮ່ວມ​ກັນ ຍົກ​ລະດັບ ຄວາມ​ອາດ​ສາມາດ ​ແລະ ສົ່ງ​ເສີມ​ການ​ຂະຫຍາຍຕົວ ສບວ ຈ​ສ ຂອງແຂວງ.
  9. ສົ່ງ​ເສີມ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ກັບ ​ອົງ​ກອນ​ດຳ​ເນີນ​ງານ​ທີ່​ກ່ຽວຂ້ອງ ​ແລະ ຄູ່​ຮ່ວມ​ພັດທະນາ.

ຂອບໃຈ ຂ່າວຈາກ: smelaos.com

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword