ກອງປະຊຸມສໍາມະນາເພື່ອປຶກສາຫາລືກ່ຽວກັບການປັບປຸງການຈັດການສິ່ງເສດເຫຼືອຜ່ານຕ່ອງໂສ້ອຸດສາຫະກໍາທ່ອງທ່ຽວລາວ

ກອງປະຊຸມສໍາມະນາເພື່ອປຶກສາຫາລືກ່ຽວກັບການປັບປຸງການຈັດການສິ່ງເສດເຫຼືອຜ່ານຕ່ອງໂສ້ອຸດສາຫະກໍາທ່ອງທ່ຽວລາວ

ໃນຕອນເຊົ້າຂອງວັນທີ 22 ເມສາ 2022 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມສໍາມະນາເພື່ອປຶກສາຫາລືກ່ຽວກັບການປັບປຸງການຈັດການສິ່ງເສດເຫຼືອຜ່ານຕ່ອງໂສ້ອຸດສາຫະກໍາທ່ອງທ່ຽວລາວ

ພາຍໃຕ້ໂຄງການ “ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມຕໍ່ກັບຕະຫຼາດໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ອງລາວແບບຍືນຍົງ” ຫລື ເອີ້ນວ່າ (SUSTOUR Laos) ໂດຍການເປັນປະທານຂອງ ທ່ານ ສົມວິໄຊ ວົງທິລາດ ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ດວງມາລາ ພົມມະວົງ ຄະນະກໍາມະທິການທ່ອງທ່ຽວ, ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ມີແຂກເຂົ້າຮ່ວມຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ຈາກພາກສ່ວນທີ່ກ່ຽວຂ້ອງ. ກອງປະຊຸມສໍາມະນາໄດ້ຈັດຂື້້ນເພື່ອປຶກສາຫາລືປະກອບຄໍາຄິດເຫັນຈາກຜູ້ທີ່ມີສ່ວນຮ່ວມໃນຂະແຫນງການ ຈັດການສິ່ງເສດເຫຼືອ ແລະ ອະທິບາຍກ່ຽວກັບພາບລວມທີ່ສໍາຄັນ ຂອງໂຄງການ SUSTOUR ລາວ ລວມທັງການຢັ້ງຢືນມາດຖານ ຄວາມຍືນຍົງຂອງແຜນງານ “ລາວຍືນຍາວ” ໃຫ້ແກ່ບັນດາທຸລະກິດທີ່ເປັນຜູ້ສະຫນອງທີ່ນອນຢູ່ໃນຂະແຫນງການທ່ອງທ່ຽວລາວ.

ທ່ານ ຄອນເນີ້ ເບດາດ ຜູ້ຈັດການໂຄງການ ອົງການແພລນລາວ ສາກົນ ປະຈໍາ ສປປ ລາວ ໄດ້ນໍາສະເຫນີພາບລວມຂອງໂຄງການ SUSTOUR ລາວ, ລວມທັງຜົນໄດ້ຮັບທີ່ຄາດຫວັງ ແລະ ກິດຈະກໍາຫຼັກຂອງໂຄງການ, ນໍາສະເຫນີພາບລວມກ່ຽວກັບການຢັ້ງຢືນມາດຖານຄວາມຍືນຍົງຂອງແຜນງານ “ລາວຍືນຍາວ (Lasting Lao)” ໃຫ້ແກ່ບັນດາທຸລະກິດທີ່ເປັນຜູ້ສະຫນອງທີ່ນອນຢູ່ໃນຂະແຫນງການທ່ອງທ່ຽວ ແລະ ໄດ້ມີການປະກອບຄໍາຄິດເຫັນ/ແລກປ່ຽນຈາກຕາງໜ້າພາກລັດ ແລະ ພາກທຸລະກິດ ໃນການສົນທະນາກ່ຽວກັບມາດຖານໃນການປັບປຸງການຈັດການສິ່ງ – ເສດເຫຼືອຜ່ານຕ້ອງໂສ້ອຸດສາຫະກໍາການທ່ອງທ່ຽວ ແລະ ສ້າງ ຫຼື ປັບປຸງຜະະລິດຕະພັນ ແລະ ການບໍລິການເພື່ອການຈັດການສິ່ງເສດເຫຼືອ ໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຢັ້ງຢືນມາດຖານຄວາມຍືນຍົງຂອງແຜນງານ “ລາວຍືນຍາວ”.

ກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ຈັດຜ່ານທັງ 2 ຊ່ອງທາງ ຄືຜ່ານທາງໄກດ້ວຍລະບົບ Zoom ແລະ ການເຂົ້າຮ່ວມຕົວຈິງ ຂອງຜູ້ເຂົ້າຮ່ວມບໍ່ເກີນ 40 ທ່ານ ແລະ ປິດລົງ ເວລາ 12:00ໂມງ ຂອງວັນດຽວກັນ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword