ກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງຄວາມຍືນຍົງຂອງບັນດາທຸລະກິດທີ່ເປັນຜູ້ສະໜອງທີ່ນອນຢູ່ໃນຂະແໜງການທ່ອງທຽ່ວລາວໂດຍສຸມໃສ່ຂະແໜງຄົມມະນາຄົມ ແລະ ຂົນສົ່ງ

ກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງຄວາມຍືນຍົງຂອງບັນດາທຸລະກິດທີ່ເປັນຜູ້ສະໜອງທີ່ນອນຢູ່ໃນຂະແໜງການທ່ອງທຽ່ວລາວໂດຍສຸມໃສ່ຂະແໜງຄົມມະນາຄົມ ແລະ ຂົນສົ່ງ

ໃນວັນທີ 28 ເມສາ 2022 ທີ່ ຫ້ອງປະຊູມສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໂຄງການ SUSTOUR Laos ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການປັບປຸງຄວາມຍືນຍົງຂອງບັນດາທຸລະກິດທີ່ເປັນຜູ້ສະໜອງທີ່ນອນຢູ່ໃນຂະ  ແໜງການທ່ອງທຽ່ວລາວໂດຍສຸມໃສ່ຂະແໜງຄົມມະນາຄົມ ແລະ ຂົນສົ່ງ

ໂດຍການເປັນປະທານຂອງ ທ່ານ ສົມວິໄຊ ວົງທິລາດ ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ດວງມາລາ ພົມມະວົງ ຄະນະກໍາມະທິການທ່ອງທ່ຽວ, ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ມີແຂກເຂົ້າຮ່ວມຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ທີ່ກ່ຽວຂ້ອງ. ໃນກອງປະຊຸມດັ່ງກ່າວ ໄດ້ມີການນໍາສະເໜີພາບລວມຂອງໂຄງການ SUSTOUR Laos, ແຜນງານການຢັ້ງຢືນມາດຕະຖານຄວາມຍືນຍົງຂອງ ທຣາເວວໄລຟ໌ (Travelife) ແລະ ລາວຍືນຍາວ (Lasting Laos), ຂັ້ນຕອນໃນການຢັ້ງຢືນຄວາມຍືນຍົງຂອງແຜນງານລາວຍືນຍາວ(ການຕິດຕາມເພື່ອໃຫ້ຄໍາປຶກສາ, ເຝິກອົບຮົມ, ດ້ານປະເມີນຜົນຕົນເອງ, ຂະບວນການກວດສອບ, ຜູ້ກວດສອບ ແລະ ອື່ນໆ). ນອກຈາກນັ້ນ, ຍັງໄດ້ມີການປະກອບຄໍາຄິດເຫັນ/ແລກປ່ຽນກົງໄປກົງມາຈາກຕາງໜ້າພາກລັດ ແລະ ພາກທຸລະກິດ ໃສ່ໃນການນຳສະເໜີ ຄວາມຈຳເປັນ ແລະ ໂອກາດ ເພື່ອທາງອອກ ແລະ ຜະລິດຕະພັນຂອງຄວາມຍືນຍົງສໍາລັບຂະແໜງການຄົມມະນາຄົມ ແລະ ຂົນສົ່ງ, ແລະ ຂັ້ນຕອນໃນການຢັ້ງຢືນຄວາມຍືນຍົງຂອງແຜນງານລາວຍືນຍາວ.

ກອງປະຊຸມໃນຄັ້ງນີ້ ໄດ້ຈັດຜ່ານທັງ 2 ຊ່ອງທາງ ຄືຜ່ານທາງໄກດ້ວຍລະບົບ Zoom ແລະ ການເຂົ້າຮ່ວມຕົວຈິງ ຂອງຜູ້ເຂົ້າຮ່ວມບໍ່ເກີນ 30 ທ່ານ ແລະ ປິດລົງ ເວລາ 16:00ໂມງ ຂອງວັນດຽວກັນ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword