ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ
ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,

ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ກຽດເປັນປະທານຮ່ວມ ໃນກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X, ຮ່ວມກັບ ທ່ານ ຮອງສາດສະດາຈານ ປະລິນຍາເອກ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ແລະ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຮັບກຽດຮ່ວມກອງປະຊຸມຕາງໜ້າ ຈາກກຸ່ມ, ສະມາຄົມທຸລະກິດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາອື່ນໆ ລວມທັງໝົດ 55 ທ່ານ, ເພດຍິງ 28 ທ່ານ.
ຈຸດປະສົງຂອງກອງປະຊຸມ ແມ່ນໄດ້ຜ່ານບົດສະຫຼຸບ ແລະ ແຜນການຂອງສະພາທີ່ປຶກສາອາຊີວະສຶກສາແຫ່ງຊາດ ເລີ່ມແຕ່ປີ 2019 ເຖິງປັດຈຸບັນ ໃນກອງປະຊຸມຍັງໄດ້ຮັບຟັງການນຳສະເໜີ ແລະ ປຶກສາຫາລືກ່ຽວກັບນິຕິກຳ ກອງທຶນພັດທະນາອາຊີວະສຶກສາ, ຂໍ້ຕົກລົງແຕ່ງຕັ້ງຄະນະສະພາບໍລິຫານກອງທຶນພັດທະນາອາຊີວະສຶກສາ, ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການເງິນ ແລະ ການນຳໃຊ້ກອງທຶນພັດທະນາອາຊີວະສຶກສາ.
ກອງປະຊຸມດັ່ງກ່າວຍັງໄດ້ຮັບຟັງຄຳຄິດເຫັນ ແລະ ຂໍ້ສະເໜີທີ່ເປັນປະໂຫຍດຫຼາຍ ຕໍ່ກັບການສ້າງນິຕິກຳ ແລະ ຄູ່ມືການນຳໃຊ້ໃນການຈັດຕັ້ງປະຕິບັດກອງທຶນພັດທະນາອາຊີວະສຶກສາເພື່ອໃຫ້ໄດ້ຮັບໝາກຜົນທີ່ດີ ແລະ ການກຳນົດຂອບເຂດການນຳໃຊ້ກອງທຶນ ແລະ ກຸ່ມເປົ້າໝາຍຢ່າງຊັດເຈນ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword