ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 20

ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 20

ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 20, ເຊິ່ງແມ່ນຄັ້ງທຳອິດທີ່ໄດ້ຈັດງານວາງສະແດງຢູ່ ສປປ ລາວ, ໃນວັນທີ 24 ເມສາ 2023, ທີ່ ສູນການຄ້າ ລາວໄອເຕັກ, ນະຄອນຫລວງວຽງຈັນ

ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໄດ້ໃຫ້ກຽດຮ່ວມ ພິທີເປີດງານ ວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ເຊິງໄດ້ເດີນສາຍວາງສະແດງຢູ່ ສປປ ລາວເປັນຄັ້ງທໍາອິດ ພ້ອມທັງງານວາງສະແດງສິນຄ້າສົ່ງອອກແຂວງກວາງຊີ ສປຈີນ ເຊິ່ງຈະດໍາເນີນໄປເຖິງວັນທີ 26 ເມສາ 2023 ພາຍໃຕ້ການສະໜັບສະໜູນໂດຍເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ຮ່ວມຈັດໂດຍກອງເລຂາ ງານວາງສະແດງຈີນ-ອາຊຽນ, ພະແນກການຄ້າແຂວງກວາງຊີ ແລະ ກົມສົ່ງເສີມການຄ້າ.
ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງນີ້ແມ່ນມີຄວາມໝາຍສຳຄັນ ແລະ ພິເສດເນື່ອງຈາກເປັນໂອກາດຄົບຮອບ 20 ປີ ຂອງການເປັນຄູ່ຮ່ວມມືຮອບດ້ານຍຸດທະສາດຈີນ-ອາຊຽນ, ຄົບຮອບ 20 ປີງານວາງສະແດງຈີນ-ອາຊຽນ ແລະ ຄົບຮອບ 10ປີ ຂໍ້ລິເລີ່ມ “ຫນຶ່ງແລວຫນຶ່ງເສັ້ນທາງ” ຂອງປະທານສີຈິ້ນຜິງ ທັງຍັງເປັນຄັ້ງທໍາອິດທີ່ຈັດຢູ່ ສປປລາວ.
ງານວາງສະແດງສິນຄ້າຄັ້ງນີ້ຖືເປັນງານວາງສະແດງທີ່ການນຳຂັ້ນສູງຂອງຈີນ ແລະ ບັນດາປະເທດອາຊຽນໃຫ້ຄວາມສຳຄັນ ທັງເປັນເວທີແຫ່ງການພົວພັນຮ່ວມມືຮອບດ້ານລະຫວ່າງພາກລັດ,ພາກທຸລະກິດ ແລະການໄປມາຫາສູ່ຂອງປະຊາຊົນໂດຍມີບົດບາດໃນການຊຸກຍູ້ສົ່ງເສີມດ້ານການຄ້າ-ການລົງທຶນ-ການທ່ອງທ່ຽວເພື່ອສະຫນັບສະຫນູນເຂດການຄ້າເສລີຈີນ-ອາຊຽນໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.
ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ເລີ່ມຈັດຂຶ້ນມາແຕ່ປີ 2004 ທີ່ນະຄອນໜານໜິງ ເຂດກວາງຊີ, ມາຮອດປັດຈຸບັນແມ່ນຈັດຂຶ້ນເປັນ 19 ຄັ້ງແລ້ວ, ສໍາລັບປີນີ້, ເປັນປີທໍາອິດທີ່ໄດ້ເລີ່ມເດີນສາຍວາງສະແດງຢູ່ລາວ, ສໍາລັບງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ມີແຜນຈະຈັດຂຶ້ນ ໃນເດືອນກັນຍາ 2023 ທີ່ນະຄອນໜານໜິງ ເຂດກວາງຊີ ສປ ຈີນ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword