ກອງປະຊຸມລັດຖະມົນຕີ ອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 25

ກອງປະຊຸມລັດຖະມົນຕີ ອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 25

ກອງປະຊຸມລັດຖະມົນຕີ ອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 25 “The 25th Greater Mekong Subregion (GMS) Ministerial Conference” ໃນລະຫວ່າງວັນທີ 6-8 ທັນວາ 2022, ທີ່ ໂຮງແຮມ ພູແມນ ຫຼວງພະບາງ, ແຂວງຫຼວງພະບາງ.

ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ໃນນາມ ຮອງປະທານ ສະພາທຸລະກິດອະນຸພາກພື້ນແມ່ນ້ຳຂອງ GMS Business Council (GMS-BC) ໄດ້ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 25 “The 25th Greater Mekong Subregion (GMS) Ministerial Conference” ໂດຍການເປັນເຈົ້າພາບຂອງ ສປປ ລາວ ເຊີ່ງກອງປະຊຸມດັ່ງກ່າວ ແມ່ນຈັດຂື້ນໃນທຸກໆປີ ເຊີ່ງຈະໝູນວຽນການເປັນເຈົ້າພາບ ຕາມຕົວອັກສອນ ຂອງ 6 ປະເທດອະນຸພາກພື້ນແມ່ນໍ້າຂອງ.
ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໃນຮູບແບບເຊິ່ງໜ້າ ທີ່ ແຂວງຫຼວງພະບາງ ພາຍໃຕ້ຫົວຂໍ້: “ເລັ່ງລັດການຟື້ນຟູທາງດ້ານເສດຖະກິດ ເພື່ອເສີມຂະຫຍາຍຄວາມສຳເລັດ 30 ປີ ຂອງອະນຸພາກພື້ນແມ່ນ້ຳຂອງ ໃຫ້ເປັນການພັດທະນາແບບມີສ່ວນຮ່ວມ ແລະ ຍືນຍົງຍິ່ງຂຶ້ນ – Accelerating Economic Recovery to Enlarge the 30 years of GMS achievement with a more Inclusive and Sustainable Development”.
ຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວປະກອບມີມີຄະນະລັດຖະມົນຕີ/ຮອງລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສ, ຕາງໜ້າຈາກ ສະພາທຸລະກິດອະນຸພາກພື້ນແມ່ນ້ຳຂອງ ແລະ ຜູແທນ ຈາກ 6 ປະເທດ ຄື: ສປ.ຈີນ, ຣາຊະອານາຈັກກຳປູເຈຍ, ສປປ ລາວ, ມຽນມາ, ສສ.ຫວຽດນາມ ແລະ ຣາຊະອານາຈັກໄທ ແລະ ທະນາຄານພັດທະນາອາຊີເຊິ່ງເປັນຄູ່ຮ່ວມຍຸດທະສາດ.
ໃນກອງປະຊຸມດັ່ງກ່າວ, ໄດ້ມີການລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນງານການຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະ 01 ປີທີ່ຜ່ານມາ (2021-2022) ແລະ ຈະໄດ້ຮັບຮອງເອົາບັນດາເອກະສານທີ່ສໍາຄັນ ຄື:
1) ຍຸດທະສາດບົດບາດຍິງ-ຊາຍ ອະນຸພາກພື້ນແມ່ນໍ້າຂອງ 2030;
2) ຂອບການຕິດຕາມຜົນສໍາເລັດຂອງຍຸດທະສາດການຮ່ວມມືໃນຂົງເຂດອະນຸພາກພື້ນແມ່ນ້ຳຂອງ 2030;
3) ຂອບການລົງທຶນໃນຂົງເຂດອະນຸພາກພື້ນແມ່ນ້ຳຂອງ 2025;
4) ຖະແຫຼງການຮ່ວມ ລັດຖະມົນຕີ ອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 25 (Joint Statement Declaration).
ນອກຈາກນັ້ນ, ຍັງມີເອກະສານຈຳນວນຫນຶ່ງເພື່ອໃຫ້ປະເທດສະມາຊິກຮັບຊາບເຊັ່ນ: 1) ການລິເລີ່ມການຮ່ວມມືທາງດ້ານເສດຖະກິດແບບດິຈິຕອລ ໃນຂົງເຂດອະນຸພາກພື້ນແມ່ນ້ຳຂອງ; 2) ການເພີ່ມທະວີການມີສ່ວນຮ່ວມຂອງບັນດາຄູ່ຮ່ວມພັດທະນາ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດອະນຸພາກພື້ນແມ່ນ້ຳຂອງ; 3) ການລິເລີ່ມສ້າງຕັ້ງຄະນະສະເພາະກິດທາງດ້ານການຄ້າ ແລະ ການລົງທຶນ, ການເຄື່ອນຍ້າຍແຮງງານ, ແລະ ການລິເລີ່ມສ້າງຕັ້ງເຄືອຂ່າຍທາງດ້ານຄວາມຮູ້ ໃນຂົງເຂດອະນຸພາກພື້ນແມ່ນຂອງ; ແລະ 4) ບັນດາກິດຈະກຳ ໃນການສະເຫຼີມສະຫຼອງຄົບຮອບ 30 ປີ ການພົວພັນຮ່ວມມືລະຫວ່າງບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງ ແລະ ທະນາຄານພັດທະນາອາຊີ ເຊິ່ງເປັນຄູ່ຮ່ວມຍຸດທະສາດຫຼັກ ໃນການສະໜັບສະໜູນຊ່ວຍເຫຼືອ ທາງດ້ານການພັດທະນາລະບົບເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ແລະ ບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword