ກຸ່ມບໍລິສັດ AIF ສະໜັບສະໜູນ ການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນ ການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 1 ຕຸລາ 2024, ທີ່ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ພິທີເຊັນສັນຍາການສະໜັບສະໜູນການເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກຸ່ມບໍລິສັດ AIF ໂດຍໃຫ້ກຽດລົງນາມເຊັນສັນຍາດັ່ງກ່າວໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ, ທ່ານ ລັດຕະນະມະນີ ຄຸນນິວົງ, ຮອງປະທານ ກຸ່ມບໍລິສັດ AIF ເຊິ່ງເປັນຈໍານວນເງິນທັງຫມົດ 542,800,000 ກີບ (ຫ້າຮ້ອຍສີ່ສິບສອງລ້ານແປດແສນກີບ).
ການສະໜັບສະໜູນໃນຄັ້ງນີ້ແມ່ນເພື່ອເປັນການຜັກດັນຊຸກຍູ້ດ້ານການຈັດຕັ້ງປະຕິບັດແຜນງານຕະຫລອດໄລຍະການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ຂອງ ສປປ ລາວ ກໍຄື ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ທີ່ຕາງຫນ້າໃຫ້ກັບອົງກອນພາກທຸລະກິດໃນການເປັນປະທານຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ພ້ອມທັງເປັນການສ້າງສາຍສໍາພັນອັນດີ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກຸ່ມບໍລິສັດ AIF, ໃນການສົ່ງເສີມ ແລະ ເສີມຂະຫຍາຍດ້ານການຮ່ວມມື, ມີສ່ວນຮ່ວມເຊິ່ງກັນ ແລະ ກັນໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເສີມສ້າງຄວາມເຂັ້ມເເຂງໃຫ້ແກ່ບັນດາທຸລະກິດລາວໃນການດຳເນີນທຸລະກິດທັງພາຍໃນ ແລະ ຮ່ວມມືກັບບັນດາປະເທດຕ່າງໆໃນລະດັບພາກພື້ນອີກດ້ວຍ. ເຊິ່ງກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ແມ່ນຈະໄດ້ຈັດຂື້ນໃນລະຫວ່າງວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ.

Related Posts

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ, ໃນວັນທີ່ 14 ກຸພາ 2025, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 12 ກຸມພາ 2025.…Read more
ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ ທຽບໃສ່ ປິຜ່ານມາ…Read more

Enter your keyword