ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະສະພາທີ່ປຶກສາທຸລະກິດອາຊຽນ

ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະສະພາທີ່ປຶກສາທຸລະກິດອາຊຽນ

ຄະນະສະພາທີ່ປຶກສາທຸລະກິດອາຊຽນ ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນການເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະສະພາທີ່ປຶກສາທຸລະກິດອາຊຽນ

(The ASEAN Economic Minister consultation with ASEAN Business Advisory Council), ເຊິ່ງຈັດຂື້ນລະຫວ່າງວັນທີ 8-9 ມີນາ 2024 ທີ່ ແຂວງຫຼວງພະບາງ.
• ລະຫວ່າງວັນທີ 8-9 ມີນາ 2024, ຄະນະສະພາທີ່ປຶກສາທຸລະກິດອາຊຽນ ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ປະທານສະພາທີ່ປຶກສາທຸລະກິດອາຊຽນ ປະຈຳປີ 2024, ພ້ອມດ້ວຍຄະນະສະພາທີ່ປຶກສາທຸລະກິດອາຊຽນ ຈາກປະເທດ ອິນໂດເນເຊຍ, ມາເລເຊຍ, ສິງກະໂປ ແລະ ປະເທດ ໄທ ເພື່ອເຂົ້າຮ່ວມກອງປະຊຸມ ປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະສະພາທີ່ປຶກສາທຸລະກິດອາຊຽນ (The ASEAN Economic Minister consultation with ASEAN Business Advisory Council) ເຊິ່ງຈັດຂື້ນລະຫວ່າງວັນທີ 9 ມີນາ 2024 ທີ່ ແຂວງຫຼວງພະບາງ.
• ເຊິ່ງໃນຕອນບ່າຍວັນທີ 8 ມີນາ 2024, ເວລາ: 15:00-16:00 ໂມງ ຄະນະສະພາທີ່ປຶກສາທຸລະກິດອາຊຽນ ໄດ້ພົບປະກັບ ທ່ານ ມະໄລທອງ ກົມມະສິດ, ລັດທະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານລັດຖະມົນຕີເສດຖະກິດອາຊຽນ 2024, ເຊິ່ງການພົບປະດັ່ງກ່າວ ເເມ່ນເພື່ອປຶກສາຫາລືແລກປ່ຽນເນື້ອໃນທີ່ ປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ຈະລາຍງານເເຜນວຽກບູລິມະສິດງານຂອງສະພາທີ່ປຶກສາທຸລະກິດອາຊຽນ ສຳລັບປີ 2024 ແລະ ແຜນງານໃນຕໍ່ຫນ້າ.
• ພ້ອມດຽວກັນນີ້ ໃນເວລາ 16:30-17:00 ໂມງ ຂອງວັນດຽວກັນ ຄະນະສະພາທີ່ປຶກສາທຸລະກິດອາຊຽນຍັງໄດ້ພົບປະກັບ ທ່ານ ດຣ. ເກົາກິມຮຸນ, ເລຂາທິການໃຫຍ່ອາຊຽນ ໂດຍການພົບປະໃນຄັ້ງນີ້ແມ່ນເພື່ອເປັນການປຶກສາຫາລືການເຮັດວຽກຮ່ວມກັນລະຫວ່າງ ພາກລັດ ແລະ ພາກທຸລະກິດ ໂດຍສະເພາະການພົວພັນໃນການຈັດຕັ້ງປະຕິບັດເເຜນງານໃນການຮ່ວມມື ຫລື ການເຮັດວຽກຮ່ວມກັນກັບພາກສ່ວນຕ່າງໆ ແລະ ຂະແໜງການກ່ຽວຂ້ອງທີ່ຢູ່ພາຍໃຕ້ແຜນງານຂອງສະມາຄົມເສດຖະກິດອາຊຽນ ກັບ ສະພາທີ່ປຶກສາທຸລະກິດອາຊຽນ ແລະ ກອງເລຂາອາຊຽນ ປະຈຳ ອິນໂດເນເຊຍ ເພື່ອໃຫ້ມີການຮ່ວມມືກັນຫລາຍຂື້ນ.
• ໃນຕອນຄ່ຳ ຂອງວັນທີ 8 ມີນາ 2024, ຄະນະສະພາທີ່ປຶກສາທຸລະກິດອາຊຽນ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ YCH Group ຂອງສິງກະໂປ ແລະ ບໍລິສັດ ວຽງຈັນໂລຊິສຕິກພາກ, ເຊິ່ງເຊັນບົດບັນທຶກຄວາມເຂົ້າໃຈສະບັບນີ້ແມ່ນເປັນການສຶກສາກາລະໂອກາດການເປັນຄູ່ຮ່ວມມື ແລະ ພັດທະນາການຮ່ວມມືທີ່ມີທ່າແຮງທີ່ ວຽງຈັນໂລຈິສຕິກ ເພື່ອເປັນຕົວຢ່າງຂອງໂຄງການຂົນສົ່ງ ແລະ ຈັດສົ່ງສິນຄ້າລາວ (Laos Logistics Link (LLL)/LaosConnectTM, ໂຄງການດັ່ງກ່າວສະໜັບສະໜູນໂດຍ ສະພາທີ່ປຶກສາທຸລະກິດອາຊຽນ (ASEAN-BAC).
• ໃນຕອນເຊົ້າວັນທີ 9 ມີນາ 2024, ຄະນະສະພາທີ່ປຶກສາທຸລະກິດອາຊຽນ ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ປະທານສະພາທີ່ປຶກສາທຸລະກິດອາຊຽນ ປະຈຳປີ 2024, ພ້ອມດ້ວຍຄະນະສະພາທີ່ປຶກສາທຸລະກິດອາຊຽນ ຈາກປະເທດ ອິນໂດເນເຊຍ, ມາເລເຊຍ, ສິງກະໂປ ແລະ ປະເທດ ໄທ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນແບບວົງເເຄບ ຄັ້ງທີ 30 ແລະ ຄະນະສະພາທີ່ປຶກສາທຸລະກິດອາຊຽນ, ກອງປະຊຸມດັ່ງກ່າວເເມ່ນເພື່ອເປັນການປຶກສາຫາລືກ່ຽວກັບບັນດາແຜນງານບຸລິມະສິດຂອງ ສະພາທີ່ປຶກສາທຸລະກິດອາຊຽນ ໃນປີ 2024 ແລະ ຄົ້ນຄວ້າທ່າແຮງການຮ່ວມມືກັນເພື່ອສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີນີ້. ເຊິ່ງພາຍໃນກອງປະຊຸມຍັງໄດ້ປຶກສາຫາລື ແລະ ໄດ້ສະແດງຄວາມເຫັນກ່ຽວກັບຄວາມຈຳເປັນຕ້ອງເພີ່ມທະວີການພົວພັນຄູ່ຮ່ວມມືພາກລັດ ແລະ ເອກະຊົນຢ່າງຕັ້ງໜ້າໃນຂະບວນການເຊື່ອມໂຍງເສດຖະກິດອາຊຽນ ເພື່ອໃຫ້ບັນລຸເເຜນງານຕ່າງໆທີ່ວາງໄວ ແລະ ການຮ່ວມມືກັນໃນຕໍ່ຫນ້າ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword