ຄະນະ ສຄອຊ ເຂົ້າອວຍພອນປີໃໝ່ ທ່ານລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າ
ວັນວັນທີ 19 ມັງກອນ 2025 ທີ່ຜ່ານມາ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ພ້ອມດ້ວຍຄະນະ
ໄດ້ເຂົ້າພົບປະ ແລະ ກ່າວອວຍພອນ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະການນຳກະຊວງ ເນື່ອງໃນໂອກາດປີໃໝ່ສາກົນ 2026.
ໃນໂອກາດດັ່ງກ່າວ, ທ່ານ ອຸເດດ ສຸວັນນະວົງ ໄດ້ຕາງໜ້າໃຫ້ແກ່ພາກທຸລະກິດ ກ່າວສະແດງຄວາມຂອບໃຈ ແລະ ອວຍພອນໄຊອັນປະເສີດແດ່ ຄະນະການນຳກະຊວງ ໃຫ້ມີສຸຂະພາບເຂັ້ມແຂງ ເພື່ອສືບຕໍ່ຊີ້ນຳ-ນຳພາ ວຽກງານເສດຖະກິດຂອງຊາດໃຫ້ຂະຫຍາຍຕົວ. ພ້ອມດຽວກັນນັ້ນ, ທ່ານປະທານ ສຄອຊ ຍັງໄດ້ລາຍງານໂດຍຫຍໍ້ ກ່ຽວກັບຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນໃນຮອບ 1 ປີທີ່ຜ່ານມາ ເຊິ່ງໄດ້ສຸມໃສ່ການສົ່ງເສີມຜູ້ປະກອບການ ແລະ ການປະສານງານຮ່ວມກັບພາກລັດ ເພື່ອແກ້ໄຂຂໍ້ຄົງຄ້າງທາງດ້ານທຸລະກິດຢ່າງມີປະສິດທິຜົນ.