ງານສະເຫຼີມສະຫຼອງ ການເຂົ້າເປັນສະມາຊິກຂອງອົງການແຮງງານສາກົນ ຂອງ ສປປ ລາວ ຄົບຮອບ 60 ປີ

ງານສະເຫຼີມສະຫຼອງ ການເຂົ້າເປັນສະມາຊິກຂອງອົງການແຮງງານສາກົນ ຂອງ ສປປ ລາວ ຄົບຮອບ 60 ປີ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໃນນາມຕາງໜ້າຜູ້ໃຊ້ແຮງງານ ເຂົ້າຮ່ວມງານ ສະເຫຼີມສະຫຼອງ ການເຂົ້າເປັນສະມາຊິກຂອງອົງການແຮງງານສາກົນ ຂອງ ສປປ ລາວ ຄົບຮອບ 60 ປີ

ໃນວັນທີ 05 ທັນວາ 2024 ທີ່ ຫໍວັດທະນະທຳ ແຫ່ງຊາດລາວ ນະຄອນຫຼວງວຽງຈັນ
ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຜູ້ຊີ້ນຳວຽກງານຕາງໜ້າຜູ້ໃຊ້ແຮງງານ ແລະ ອຸດສາຫະກຳ, ສຄອຊ ໄດ້ເຂົ້າຮ່ວມກ່າວມີຄຳເຫັນໃນງານສະເຫຼີມສະຫຼອງ ການເຂົ້າເປັນສະມາຊິກຂອງອົງການແຮງງານສາກົນ ຂອງ ສປປ ລາວ ໃນນາມ ສຄອຊ ທີ່ເປັນອົງການຕາງໜ້າຜູ້ໃຊ້ແຮງງານ ໃນວັນທີ 05 ທັນວາ 2024 ທີ່ຫໍວັດທະນະທຳ ແຫ່ງຊາດລາວ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມເປີດພີທີຂອງ ພະນະທ່ານ ສຈ ປອ. ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ນາງ ໃບຄຳ ຂັດຕິຍະ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ເລັດ ໄຊຍະພອນ, ປະທານ ຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ, ທ່ານ ຈິລເບີກ ຣູນໂບ GilBert. Houngbo, ຜູ້ອຳນວຍການໃຫຍ່ ຂອງອົງການແຮງງານສາກົນ ILO ແລະ ຜູ້ອໍານວຍການອົງການແຮງງານ ປະຈໍາພາກພື້ນ ມີຄະນະບໍລິຫານງານ ສຄອຊ, ທ່ານຄະນະກົມ, ບັນດາພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍແຂກ ທີ່ຖືກເຊີນເຂົ້າຮ່ວມ.
ຈຸດປະສົງແມ່ນ ສະເຫຼີມສະຫຼອງ ການເຂົ້າເປັນສະມາຊິກຂອງອົງການແຮງງານສາກົນ ຂອງ ສປປ ລາວ ຄົບຮອບ 60 ປີ (1964-2024) ແລະ ການປະກອບສ່ວນໃນແຜນວຽກງານທີ່ມີຄຸນຄ່າ ແລະ ເປັນທຳ ຂອງ ສຄອຊ (Decent Work Country Programme) ໃນການພົວພັນ ເຮັດວຽກ ໃນຮູບແບບສາມຝ່າຍ ໂດຍເປັນຫນື່ງໃນອົງການ ພາຄີ ໃນການພົວພັນ ດ້ານແຮງງານທີ່ດີ ແລະ ເພື່ອສົ່ງເສີມວຽກງານ ທີ່ມີຄຸນຄ່າ ເປັນທໍາໃນ ສປປ ລາວ ໂດຍຮ່ວມມືຢ່າງໃກ້ສິດ ກັບກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຕາງຫນ້າໃຫ້ລັດຖະບານ, ສູນກາງສະຫະພັນກໍາມະບານລາວ ຕາງຫນ້າໃຫ້ແກ່ຜູ້ອອກແຮງງານ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ຕາງໜ້າໃຫ້ກັບ ຜູ້ໃຊ້ແຮງງານ ແລະ ມີແຜນກິດຈະກຳຕ່າງໆ ທີ່ໃຫ້ການສະໜັບສະໜຸນຂອງອົງການແຮງງານສາກົນ ໃນໄລຍະທີ່ຜ່ານມາ.
ນອກຈາກນັ້ນ, ສຄອຊ ກໍໄດ້ເຂົ້າຮ່ວມ ກິດຈະກຳ ຂອງສອງຝ່າຍ ເພື່ອການຮ່ວມມື ໃນສະຖານທີ່ເຮັດວຽກ, ສົ່ງເສີມການຜະລິດ ແລະ ວຽກງານທີ່ມີຄຸນຄ່າໃນ ສປປ ລາວ ຊຶ່ງເປັນການລິເລີ່ມທີ່ດີໃນການສ້າງສາຍພົວພັນແຮງງານທີ່ດີ ແລະ ການມີສ່ວນຮ່ວມໃນການແກ້ໄຂບັນຫາຮ່ວມກັນ.
ທ່ານ ປອ. ໄຊບັນດິດ ຣາຊະພົນ, ໄດ້ກ່າວມີຄໍາເຫັນບາງຕອນຕໍ່ງານວ່າ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໃນນາມຕາງໜ້າຜູ້ໃຊ້ແຮງງານ ຈະສືບຕໍ່ສົ່ງເສີມໃຫ້ພາກທຸລະກິດ ກໍຄື ວິສາຫະກິດຕ່າງໆ ທຸກໆຂະໜາດ ມີສ່ວນຮ່ວມທາງສັງຄົມເພີ່ມຂື້ນ, ມີສ່ວນຮ່ວມ ໃນການສ້າງສາພັດທະນາເສດຖະກິດໃຫ້ກ້າວສູ່ສາກົນຫຼາຍຂື້ນ, ສ້າງວຽກເຮັດງານທໍາ ໃຫ້ທຸກໆຄົນໃນສັງຄົມ ພ້ອມທັງ ພັດທະນາ ແລະ ຍົກລະດັບ ສີມຶແຮງງານ ໄປພ້ອມໆກັນ. ແລະ ຂໍສະແດງຄວາມຂອບໃຈ ມາຍັງ ອົງການແຮງງານສາກົນ ILO ທີ່ໄດ້ສະໜັບສະໜູນວຽກງານຕ່າງໆ ຕະຫຼອດມາ ຊຶ່ງ
ຕິດພັນ ກັບການຮ່ວມມືຂອງອົງການ ສາມຝ່າຍ ເວົ້າລວມ ແລະ ເວົ້າສະເພາະ ແມ່ນວຽກງານທີ່ຕິດພັນ ກັບຜູ້ໃຊ້ແຮງງານ ກໍ່ຄືພາກທຸລະກິດ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword