ພິທີມອບ-ຮັບເຮືອນຮົ່ມໃຫ້ບໍລິສັດ ອາກຣີລາວ ຈຳກັດ ເພື່ອນໍາໃຊ້ເຂົ້າໃນການສ້າງສຸນຮຽນຮູ້ການຜະລິດແນວພັນພືດຜັກໃຫ້ແກ່ຜູ້ປະກອບກິດຈະການ ວິສາຫະກິດຂະໜາດນ້ອຍ ແລະ ກາງ

ພິທີມອບ-ຮັບເຮືອນຮົ່ມໃຫ້ບໍລິສັດ ອາກຣີລາວ ຈຳກັດ ເພື່ອນໍາໃຊ້ເຂົ້າໃນການສ້າງສຸນຮຽນຮູ້ການຜະລິດແນວພັນພືດຜັກໃຫ້ແກ່ຜູ້ປະກອບກິດຈະການ ວິສາຫະກິດຂະໜາດນ້ອຍ ແລະ ກາງ

ທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານກິດຕິມະສັກ ສຄອຊ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີມອບ-ຮັບເຮືອນຮົ່ມໃຫ້ບໍລິສັດ ອາກຣີລາວ ຈຳກັດ ເພື່ອນໍາໃຊ້ເຂົ້າໃນການສ້າງສຸນຮຽນຮູ້ການຜະລິດແນວພັນພືດຜັກໃຫ້ແກ່ຜູ້ປະກອບກິດຈະການ ວິສາຫະກິດຂະໜາດນ້ອຍ ແລະ ກາງ,​ ພາຍໃຕ້ການສະໜັບສະໜູນຂອງອົງການຜະລິດຕະພາບແຫ່ງອາຊີ (APO)

ໃນຕອນບ່າຍຂອງວັນທີ 29 ສິງຫາ 2022 ທີ່ ບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ຈັດໂດຍ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ ໂຄງການຈັດຊື້ເຮືອນຮົ່ມສະໜອງໃຫ້ຜູ້ປະກອບກິດຈະການກະສິກຳຂະໜາດນ້ອຍ ແລະ ກາງ ແມ່ນໜື່ງໃນໂຄງການຂອງບ້ວງຊ່ວຍເຫຼືອລ້າຈາກອົງການຜະລິດຕະພາບແຫ່ງອາຊີທີ່ຈັດສັນໃຫ້ແຕ່ລະປະເທດສະມາຊິກຈຳນວນເທົ່າກັນຈາກງົບປະ ມານພິເສດຈຳນວນ 3 ລ້ານໂດລາສະຫະລັດ. ຈຸດປະສົງແມ່ນເພື່ອຊ່ວຍປະເທດສະມາຊິກຮັບມືຜົນກະທົບຈາກໂຄວິດ-19 ສະເພາະບ້ວງ ສປປ ລາວ ໄດ້ຮັບໃນການຈັດຊື້ເຮືອນຮົ່ມມີມູນຄ່າທັງໝົດແມ່ນ 130.000 ໂດລາສະຫະລັດ ໂດຍອົງການ APO ແບ່ງອອກເປັນ 2 ບ້ວງຄື: ບ້ວງ 90.000 ໂດລາສະຫະລັດ ແລະ 40.000 ໂດລາສະຫະລັດ.  ການສະເໜີຂໍໂຄງການດັ່ງກ່າວແມ່ນບົນພື້ນຖານການປຶກສາຫາລື ກັບທິມງານຊ່ຽວຊານຂອງອົງການ APO ແລະ ຜົນຂອງການລົງເຮັດວຽກຂອງຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າຢູ່ບັນດາແຂວງໃນທ້າຍປີ 2020 ແລະ ຕົ້ນປີ 2021 ໄດ້ເຫັນດີໃນດ້ານຫຼັກການໃນການຄັດເລືອກເອົາກຸ່ມຜູ້ຜະລິດກະສິກຳຂະໜາດນ້ອຍ ແລະ ກາງ(ກຸ່ມປູກຜັກເປັນສິນຄ້າ) ຈຳນວນ 6 ກຸ່ມຢູ່ໃນ 6 ແຂວງປະກອບດ້ວຍ ອຸດົມໄຊ, ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ສາລະວັນ ແລະ ເຊກອງ ໃນມູນຄ່າ 90.000 ໂດລາສະຫະລັດທີ່ສຳເລັດແລ້ວ ແລະ ໂຄງການສະໜອງເຮືອນຮົ່ມໃຫ້ ບໍລິສັດ ອາກຣີລາວ ຈໍາກັດ ໃນມູນຄ່າ 40.000 ໂດລາສະຫະລັດ.

ໂດຍກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ສະໜອງເຮືອນຮົ່ມໃຫ້ ບໍລິສັດອາກຣີລາວຈໍາກັດຂະໜາດ  6x3x24ແມັດ ຈໍານວນ 11 ຫຼັງໃຫ້ເປັນສູນຮຽນຮູ້ ຫຼື ສຸນສາທິດໂດຍສະເພາະນັກຮຽນ, ນັກສຶກສາ ແລະ ບັນດາຜູ້ປະກອບກິດຈະການກະສິກຳຂະໜາດຈຸນລະວິສາຫະກິດ, ຂະໜາດນ້ອຍ ແລະ ກາງ ພ້ອມທັງຜູ້ສົນໃຈຕ່າງໆ; ເພື່ອເປັນບ່ອນຮຽນຮູ້, ແລກປ່ຽນບົດຮຽນ ລົງມືເຮັດພາກປະຕິບັດຢູ່ໃນສູນດັ່ງກ່າວນີ້. ການສ້າງສວນສາທິດນີ້ເພື່ອເປັນຕົວແບບກ່ຽວກັບ ການສາທິດການຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ຜະລິດກະສິກໍາໃຫ້ມີການປັບປຸງຜະລິດຕະພາບ ແລະ ຄຸນນະພາບສິນຄ້າກະສິກຳໃຫ້ໄດ້ມາດຕະຖານ, ກາຍເປັນຕົວແບບການຜະລິດທີ່ສະອາດ ແລະ ປອດໄພ.

ໃນການມອບ-ຮັບເຮືອນຮົ່ມໃນຄັ້ງນີ້ ຕາງໜ້າໃຫ້ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ທັງເປັນຜູ້ຕາງໜ້າອົງການຜະລິດຕະພາບແຫ່ງອາຊີມອບໂດຍ ທ່ານ ປອ. ບຸນເພັງ ສີບຸນເຮືອງ, ຫົວໜ້າກົມ, ຕາງໜ້າບໍລິສັດອາກຣີລາວ ຈຳກັດຮັບໂດຍ ທ່ານ ບຸນເລີດ ຫຼວງປະເສີດ, ຜູ້ອຳນວຍການ ໃນພິທີມອບຮັບໃນຄັ້ງນີ້ ໄດ້ຮັບກຽດເປັນສັກຂີພະຍານໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸສາຫະກຳ ແລະ ການຄ້າ.  ນອກຈາກນີ້ກໍ່ຍັງມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກທີ່ຖຶກເຊີນເຂົ້າຮ່ວມເປັນສັກຂີພະຍານເປັນຈຳນວນຫຼວງຫຼາຍ.

Write a Message

Your email address will not be published.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more

Enter your keyword