ສະພາການຄ້າຈີນ ແຂວງ ສານຊີ ປະຈໍາ ນະຄອນຫຼວງວຽງຈັນ ໄດ້ມອບ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມສົມບູນ ຫ້ວຍຫົງ

ສະພາການຄ້າຈີນ ແຂວງ ສານຊີ ປະຈໍາ ນະຄອນຫຼວງວຽງຈັນ ໄດ້ມອບ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມສົມບູນ ຫ້ວຍຫົງ

ໃນວັນທີ່ 24 ມັງກອນ 2025, ທີ່ ໂຮງຮຽນ ປະຖົມສົມບູນ ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ
ຫ້ອງການ ສະພາການຄ້າຈີນ ແຂວງ ສານຊີ ປະຈໍາ ນະຄອນຫຼວງວຽງຈັນ

ໄດ້ມອບ ອຸປະກອນການຮຽນ ໃຫ້ນ້ອງໆນັກຮຽນ ຈໍານວນ 198 ນ້ອງ ຍິ່ງ 80 ນ້ອງ ໃນພິທີ ມອບອະປະກອນ ໃນຄັ້ງນີ້: ທ່ານ ສິນແສປິ່ນ ປະທານສະພາການຄ້າແຂວງສານຊີ ສປ ຈີນ ປະຈໍາ ນະຄອນຫຼວງ ເປັນຜູ້ມອບ ແລະ ທ່ານ ສົມພົງ ແກ່ນມະນີສົດ ນາຍບ້ານ ຫ້ວຍຫົງ ເປັນຜູ້ຮັບມີໂດຍມີ ທ່ານ ຈັນທະຄານ ລັດຕະນາ ຮອງຫ້ອງການ ສຶກສາເມືອງ, ທ່ານ ນາງ ວອນນິດາ ພານຸຮັກ ອໍານວຍການໂຮງຮຽນປະຖົມສົມບູນ ຫ້ວຍຫົງ, ບັນດາຄູອາຈານ ແລະ ນັກຮຽນ ຈໍານວນໜຶ່ງເປັນສັກຄີພິຍານ.
ອຸປະກອນທີນໍາມາມອບໃນຄັ້ງນີ້ມີ:
1. ກະເປົ້າ= 198 ໜ່ວຍ
2. ເກີບ = 198 ຄູ່
3. ບານເຕະ= 10 ໜ່ວຍ
4. ໄມ້ດອກປີໄກ່= 10 ຄູ່
5. ປື້ມຂຽນ = 500 ຫົວ
6. ສໍດໍາ = 500 ກ້ອນ
7. ບັນທັດ = 100 ອັນ
8. ຢ່າງລືມ = 600 ອັນ
9. ກະເປົ່ານ້ອຍໃສ່ເງິນ 8 ອັນ
ລວມເປັນເງິນ= 50.000.000 ກີບ
ເນືອງໃນໂອກາດນີ້ ທ່ານ ສິນແສປິ່ນ ປະທານສະພາການຄ້າແຂວງ ສານຊີ ປະຈໍານະຄອນຫຼວງ ກໍ່ໄດ້ກ່າວຄວາມຮູ້ສຶກວ່າ: ເນື່ອງຈາກເທດສະການບຸນກຸດຈີນທີ່ເຕັມໄປດ້ວຍຄວາມຫວັງ ແລະ ຄວາມອົບອຸ່ນທີ່ໃກ້ຈະມາເຖິງໃນມໍ່ໆນີ້, ພວກເຮົາຈຶ່ງໄດ້ຈັດກິດຈະກຳການມອບອຸປະກອນການສຶກສາໃຫ້ນ້ອງນັກຮຽນເປັນພິເສດ ເພື່ອສະແດງຄວາມຮັກ ແລະ ຄວາມເປັນຫ່ວງເປັນໄຍຕໍ່ລູກໆຫຼານຂອງພວກເຮົາ. ເມື່ອເຖິງເທດສະການບຸນກຸດຈີນ, ແຕ່ລະຄອບຄົວລ້ວນແຕ່ຫຍຸ້ງຢູ່ກັບການກະກຽມເຄື່ອງຂອງບຸນປີໃໝ່, ທຳຄວາມສະອາດ, ຕິດຄຳກອນຂອງເທດສະການບຸນກຸດຈີນ. ນີ້ບໍ່ພຽງແຕ່ແມ່ນວັນບຸນແຫ່ງການເຕົ້າໂຮມພົບໜ້າພໍ້ຕາກັນເທົ່ານັ້ນ, ຫາກຍັງແມ່ນຊ່ວງເວລາເພື່ອສະແດງຄວາມອົບອຸ່ນ, ແບ່ງປັນຄວາມຮັກແພງອີກດ້ວຍ. ກິດຈະກໍາມອບອຸປະການການສຶກສາຂອງພວກເຮົາມີຈຸດປະສົງເພື່ອໃຫ້ພວກນ້ອງໆຂອງພວກເຮົາສາມາດຖືກະເປົາໃໝ່ເຫຼົ່ານີ້ເຂົ້າສູ່ພາກຮຽນໃໝ່ ແລະ ນຳເອົາຄຳອວຍພອນຂອງພວກເຮົາກ້າວໄປສູ່ອະນາຄົດທີ່ສົດໃສ ແລະ ພວກເຮົາຈະສຶບຕໍ່ໃຫ້ການອຸປະທໍາ ໂຮງຮຽນ ດັ່ງກ່າວນີ້ ໃນອານາຄົດ ຕື່ມອີກ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword