ກອງປະຊຸມ ຄົ້ນຄວ້ານະໂຍບາຍເສດຖະກິດ ເພື່ອສ້າງຄວາມຍືດຍຸ່ນໃຫ້ແກ່ເສດຖະກິດ ສປປ ລາວ

ກອງປະຊຸມ ຄົ້ນຄວ້ານະໂຍບາຍເສດຖະກິດ ເພື່ອສ້າງຄວາມຍືດຍຸ່ນໃຫ້ແກ່ເສດຖະກິດ ສປປ ລາວ

ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດ ກອງປະຊຸມ ຄົ້ນຄວ້ານະໂຍບາຍເສດຖະກິດ ເພື່ອສ້າງຄວາມຍືດຍຸ່ນໃຫ້ແກ່ເສດຖະກິດ ສປປ ລາວ, ໃນວັນທີ 12 ພະຈິກ 2024, ທີ່ ໂຮງແຮມເມືອງແທັງ,ນະຄອນຫຼວງວຽງຈັນ

ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ກຽດເປັນປະທານໃນທີ່ປະຊຸມ ຮ່ວມກັບ ທ່ານ ນາງ ເບນິຕ້າ ຊຳເມີເວວ, ຮອງເອກອັກຄະລັດຖະທູດ ສະຖານທູດ ອົດສຕາລີ ແລະ ທ່ານ ທັອດ ວໍເຊສ, ຜູ້ຕາງໜ້າມູນນິທິເອເຊຍ ປະຈຳລາວ
ກອງປະຊຸມດັ່ງກ່າວແມ່ນ ເປັນເວທີໃນການຮ່ວມມືເພື່ອຄົ້ນຫາຢຸດທະສາດໃນການສ້າງຄວາມຍືດຍຸ່ນໃຫ້ແກ່ເສດຖະກິດ ສປປ ລາວ ແລະ ສົ່ງເສີມການຮ່ວມມືໃນທົ່ວທຸກຂະແໜງການ ເຊັ່ນ: ການທ່ອງທ່ຽວ, ກະສິກຳ, ຂົນສົ່ງ ແລະ ພະລັງງານທົດແທນ ໃນທີ່ປະຊຸມຍັງມີການນຳສະເໜີໃນຫົວຂໍ້ເສດຖະກິດຕ່າງໆຈາກຜູ້ຊ່ຽວຊານໃນແຕ່ລະຂະແໜງ ລວມທັງໄດ້ຮັບຟັງ ແລະ ຮ່ວມສົນທະນາ ເພື່ອຊອກຫາແນວທາງພັດທະນາຍຸດທະສາດໃນການແກ້ໄຂບັນຫາເສດຖະກິດ ສປປລາວ ຢ່າງມີປະສິດທິພາບ ເຊິງລວມການປັບປຸງສະພາບແວດລ້ອມຂອງການລົງທຶນ ໂດຍການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃຫ້ແໜ້ນແຟ້ນຍິ່ງຂື້ນ ລວມທັງການແກ້ໄຂບັນຫາທາງດ້ານການຄ້າ ແລະ ການລົງທຶນຂັ້ນພື້ນຖານ, ລະບຽບການຂອງການຈັດເກັບ ລາຍຮັບຈາກພາສີອາກອນ ຂອງ ສປປລາວ,
ຜົນການສຶກສາຄົ້ນຄວ້າ ກ່ຽວກັບ ການປັບປຸງການເກັບລາຍຮັບ ແລະ ການລະດົມລາຍໄດ້ ຂອງ ສປປ ລາວ, ການປົກປ້ອງສິດຊັບສິນທາງປັນຍາ ຕໍ່ການພັດທະນາເສດຖະກິດ ການລົງທຶນດ້ານກະສິກຳແບບຍືນຍົງ ແລະ ສ້າງມູນຄ່າເພີ່ມໃຫ້ແກ່ການແປຮູບຜະລິດຕະພັນກະສິກຳ ເພື່ອຊຸກຍູ້ການຜະລິດ ແລະ ສົ່ງອອກ, ແລະ ນະໂຍບາຍສົ່ງເສີມການລົງທຶນເພື່ອຊຸກຍູ້ການລົງທຶນ ໃນໄລຍະປີ 2025-2023
ນອກນັ່ນ ຍັງມີການຮ່ວມສົນທະນາແລກປ່ຽນຄຳຄິດຄຳເຫັນລະຫວ່າງຜູ້ຊ່ຽວຊານ, ນັກຄົ້ນຄ້ວາ ເສດຖະສາດ ແລະ ຜູ້ວາງກຳນົດນະໂຍບາຍໃນຫົວຂໍ້ການສ້າງຄວາມຍືດຍຸ່ນໃຫ້ແກ່ເສດຖະກິດໃນ ສປປລາວ, ການແລກປ່ຽນດັ່ງກ່າວແມ່ນສາມາດຊ່ວຍໃຫ້ມີການເຂົ້າເຖິງບັນຫາທີ່ເລີກເຊິ່ງ ແລະ ແນວທາງຍຸດທະສາດທີ່ສາມາດນຳໃຊ້ເປັນແນວທາງໃຫ້ຜູ້ກຳນົດນະໂຍບາຍ, ຜູ້ນຳດ້ານທຸລະກິດປະກອບກິດຈະການ ແລະ ສະບັນຄົ້ນຄວ້າ-ສະຖາບັນ ການສຶກສານຳປພັດທະນາແກ້ໄຂ່ບັນຫາເສດຖະກິດໃນ ສປປລາວ ໄດ້ໃນອານາຄົດ.
ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ມູນນິທິເອເຊຍ ແລະ ສະຖານທູດອົດສຕາລີ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword