ກອງປະຊຸມພົບປະແລກປ່ຽນ ລະຫວ່າງ ຄະນະປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ຄະນະບໍໍລິຫານງານ ເຂດປົກຄອງພິເສດ ຮົງກົງ, ສປ ຈີນ

ກອງປະຊຸມພົບປະແລກປ່ຽນ ລະຫວ່າງ ຄະນະປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ຄະນະບໍໍລິຫານງານ ເຂດປົກຄອງພິເສດ ຮົງກົງ, ສປ ຈີນ

ກອງປະຊຸມພົບປະແລກປ່ຽນ ລະຫວ່າງ ຄະນະປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ຄະນະບໍໍລິຫານງານ ເຂດປົກຄອງພິເສດ ຮົງກົງ, ສປ ຈີນ, ໃນວັນທີ 29 ກໍລະກົດ 2024, ທີ່ ໂຮງແຮມ ແລນມາກ ນະຄອນຫລວງວຽງຈັນ

ຄະນະປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ນຳໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ, ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ, ທ່ານ ສັງຄົມ ຈັນສຸກ ຮອງປະທານ ສຄອຊ, ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ, ທ່ານ ປອ ນາງ ວາລີ ເວດສະພົງ ຮອງປະທານ ສຄອຊ ພ້ອມດ້ວຍຄະນະບໍລິຫານງານ ສຄອຊ ຮ່ວມກັບ ຄະນະບໍໍລິຫານງານ ເຂດປົກຄອງພິເສດ ຮົງກົງ, ສປ ຈີນ ນຳໂດຍ ທ່ານ ຈອນລີ ຫົວ ໜ້າຄະນະບໍໍລິຫານງານ ເຂດປົກຄອງພິເສດ ຮົງກົງ, ສປ ຈີນ ພ້ອມດ້ວຍຄະນະທຸລະກິດຈຳນວນໜຶ່ງ ຮ່ວມໃນກອງປະຊຸມ ພົບປະແລກປ່ຽນ ແລະ ຮັບປະທານອາຫານເຊົ້າ ເພື່ອຊອກຫາກາລະໂອກາດໃນການຮ່ວມມືທາງດ້ານທຸລະກິດ ແລະ ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານການຄ້າ, ການລົງທຶນລະຫວ່າງທັງສອງຝ່າຍ.
ໃນເວລາ 08:50-09:20 ໂມງ, ຄະນະປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ ໄດ້ນຳພາຄະນະ ສະພາພັດທະນາການຄ້າ ຮົງກົງ, ສປ ຈີນ ເດີນທາງໄປພົບປະກັບ ທາງ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ມາໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອແລກປ່ຽນຄຳຄິດເຫັນໃນການຊຸກຍູ້ການຮ່ວມມືທາງດ້ານ ການຄ້າໃຫ້ສາມາດຮ່ວມມືແລະສົ່ງເສີມພັດ ທະນາ ພື້ນຖານໂຄງລ່າງໃນຂະແໜງການຕ່າງໆ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ.
ໃນໂອກາດນີ້, ຝ່າຍ ຮົງກົງ ໄດ້ຮ່ວມລົງນາມ MOU ຈຳນວນທັ້ງ ໝົດ 12 ສະບັບ, ເຊີ່ງໃນນັ້ນ ທາງ ສຄອຊ ມີຈໍານວນ 4 ສະບັບ:
– ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມລົງນາມ MOU ກັບ ສະພາຂົນສົ່ງສິນຄ້າ ຮົງກົງ
– ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມລົງນາມ MOU ກັບ Invest Hong Kong of the Government of the Hong Kong Special Administrative Region of the People’s Republic of China
– ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມລົງນາມ MOU ກັບ ສະພາພັດທະນາການຄ້າ ຮົງກົງ
– ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ ຮ່ວມລົງນາມ MOU ກັບ ສະຫະພັນອຸດສາຫະກໍາ ຮົງກົງ
ເຊິງຈຸດປະສົງ ການຮ່ວມລົງນາມໃນຄັ້ງນີ້ແມ່ນເພື່ອເປັນການ ສົ່ງເສີມການຊຸກຍູ້ແລກປ່ຽນ ແລະ ແນໃສ່ສົງເສີມການຮ່ວມມືໃນພາກທຸລະກິດ ລາວ-ຮົງກົງ ໂດຍການໃຫ້ກຽດເປັນສັກຂີພະຍານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ຈອນລີ, ຫົວໜ້າຄະນະບໍໍລິຫານງານ ເຂດປົກຄອງພິເສດ ຮົງກົງ, ສປ ຈີນ.
ໃນເວລາ 10:30-11:20 ໂມງ, ຄະນະປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ນຳໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ, ໄດ້ນຳພາຄະນະ ສະພາການຄ້າ ຮົງກົງ, ສປ ຈີນ ເດີນທາງໄປພົບປະກັບທາງ ກະຊວງແຜນການ ແລະ ການລົງທຶນ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ເພື່ອພົບປະແລກປ່ຽນ ຂໍຄຳຄິດເຫັນກ່ຽວກັບບັນດານະໂຍບາຍຕ່າງໆ ເພື່ອຊອກຫາກາລະໂອກາດໃນການຮ່ວມມືທາງດ້ານ ການລົງທຶນ, ໃຫ້ມີການເຊື່ອມໂຍງພາກພື້ນ ແລະ ສາກົນ ໂດຍສະເພາະ ສະພາບຄວາມເປັນຈິງ ຂອງແຕ່ລະຝ່າຍ ແລະ ປຶກສາຫາລື ເພື່ອໃຫ້ ສປປ ລາວ ແລະ ເຂດປົກຄອງພິເສດ ຮົງກົງ, ສປ ຈີນ ໄດ້ຮັບຜົນປະໂຫຍດຢ່າງສູງສຸດ

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword