ສຄອຊ ໄດ້ນຳພາຄະນະທຸລະກິດ ຈໍານວນ 50 ທ່ານ ຕິດຕາມຄະນະທາງການ ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ຣາຊະອານາຈັກ ໄທ ຢ່າງເປັນທາງການ.

ສຄອຊ ໄດ້ນຳພາຄະນະທຸລະກິດ ຈໍານວນ 50 ທ່ານ ຕິດຕາມຄະນະທາງການ ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ຣາຊະອານາຈັກ ໄທ ຢ່າງເປັນທາງການ.

ໃນວັນທີ 20 ກຸມພາ 2025, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ແລະ ຄະນະບໍລິຫານງານ ສຄອຊ ໄດ້ນຳພາຄະນະທຸລະກິດ ຈໍານວນ 50 ທ່ານ

ຈາກຂະແໜງການຄ້າ, ພະລັງານ, ການຂົນສົ່ງ, ການລົງທຶນ, ກະສິກຳ ແລະ ການທ່ອງທ່ຽວ ເດີນທາງຕິດຕາມຄະນະທາງການ ຂອງ ພະນະທ່ານສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໃນການເດີນທາງຢ້ຽມຢາມ ຣາຊະອານາຈັກ ໄທ ຢ່າງເປັນທາງການ.
ໃນໂອກາດດັ່ງກ່າວ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຮ່ວມກັບ ຄະນະກໍາມະການຮ່ວມພາກເອກະຊົນ 3 ສະຖາບັນ (ກກລ) ເຊິ່ງປະກອບດ້ວຍ ສະພາຫໍການຄ້າ ແຫ່ງປະເທດໄທ, ສະພາອຸດສາຫະກໍາ ແຫ່ງປະເທດໄທ ແລະ ສະມາຄົມທະນາຄານໄທ ຈັດງານສໍາມະນາະທຸລະກິດ ໄທ-ລາວ, ໃນເວລາ: 13:30-16:30 ໂມງ, ທີ່ ໂຮງແຮມ ອະນັນຕະຣາ ສະຫຍາມ. ໃຫ້ກຽດກ່າວໃນກອງປະຊຸມ ໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
ຝ່າຍໄທນຳໂດຍ ພະນະທ່ານ ສຸລິຍະ ຈຶງຮຸ່ງເຮືອງກິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຄົມມະນາຄົມ ແຫ່ງ ປະເທດໄທ, ແລະ ທ່ານ ກຽງໄກ ທຽນນຸກູນ, ປະທານຄະນະກຳມະການຮ່ວມມືພາກເອກະຊົນ 3 ສະຖາບັນ, ທ່ານ ດຣ. ລັກ ວໍລະກິດໂພຄາທອນ, ກໍາມະການຜູ້ຈັດການທະນາຄານເພື່ອການສົ່ງອອກ ແລະ ນໍາເຂົ້າ ແຫ່ງປະເທດໄທ (Exim Bank), ນອກນີ້ພາຍໃນງານຍັງມີຜູ້ເຂົ້າຮ່ວມຈາກພາກລັດຂອງລາວ ແລະ ໄທ ກໍຄືບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ກົມກອງຈາກກະຊວງທີ່ກ່ຽວຂ້ອງ, ບັນດານັກທຸ
ລະກິດຈາກລາວ ແລະ ໄທ ເຂົ້າຮ່ວມໃນງານປະມານ 150 ກວ່າຄົນ.
ການຈັດງານສຳມະນາໄດ້ແບ່ງອອກເປັນ 2 ຫົວຂໍ້ຄື:
ຫົວຂໍ້ທີ 1 ການສົ່ງເສີມວຽກງານການເຊື່ອມໂຍງເຊື່ອມຈອດລະຫວ່າງ ໄທ ແລະ ສປປ ລາວ
ຫົວຂໍ້ທີ 2 ການສົ່ງເສີມການທ່ອງທ່ຽວ ແລະ ການລົງທຶນ ລະຫວ່າງ ໄທ-ລາວ
ການຈັດສໍາມະນາໃນຄັ້ງນີ້ແມ່ນມີຈຸດປະສົງເພື່ອເປັນເວທີໃຫ້ພາກລັດ ແລະ ເອກຊົນທັງສອງປະເທດ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ການຫາໂອກາດທາງທຸລະກິດ ແລະ ຂະຫຍາຍການຮ່ວມມືທາງເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຕະຫຼອດເຖິງການເສີມສ້າງຄວາມເຊື່ອມໂຍງທາງດ້ານໂລຈິດຕິກ ເຊິ່ງເປັນປັດໃຈສໍາຄົນໃນການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການພັດທະນາເສດຖະກິດໃນພູມມິພາກ. ນອກຈາກນີ້ຍັງເປັນໂອກາດອັນສໍາຄັນໃຫ້ແກ່ທັງສອງຝ່າຍຈະໄດ້ຫາລືແນວທາງໃນການຮັບມືກັບຄວາມປ່ຽນແປງທາງເສດຖະກິດຂອງໂລກ ແລະ ຮ່ວມມືກັນພັດທະນາການຂົນສົ່ງໂລຈິດຕິກ ແລະ ການເຊື່ອມໂຍງເສດຖະກິດລະຫວ່າງໄທ-ລາວ ທີ່ຈະຊ່ວຍເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງທັງສອງປະເທດໂດຍຜ່ານໂຄງການລົດໄຟລາວ-ຈີນ ທີ່ຈະສາມາດເຊື່ອມໂຍງໄປຍັງໄທ ຮ່ວມເຖິງໂຄງການພັດທະນາເສດຖະກິດພິເສດ, ການຄ້າຊາຍແດນ ຈະຊ່ວຍສົ່ງເສີມການຄ້າ ແລະ ການລົງທຶນໃຫ້ມີການຂະຫຍາຍຕົວຕໍ່ໄປ.

ນອກຈາກງານສໍາມະນາແລ້ວ ໄດ້ມີວາລະເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງຄະນະກໍາມະການຮ່ວມພາກເອກະຊົນ 3 ສະຖາບັນ (ກກລ) ເຊິ່ງປະກອບດ້ວຍ ສະພາຫໍການຄ້າ ແຫ່ງປະເທດໄທ, ສະພາອຸດສາຫະກໍາ ແຫ່ງປະເທດໄທ ແລະ ສະມາຄົມທະນາຄານໄທ ກັບ ສະພາການຄ້າ ແລະ ອຸດສາຫະກຳ
 ແຫ່ງຊາດລາວ ທີ່ມີເນື້ອໃນ ເພື່ອຮັດແໜ້ນ ແລະ ປັບປຸງການພົວພັນຮ່ວມມືດ້ານເສດຖະກິດການຄ້າ, ການລົງທຶນລະຫວ່າງສອງປະເທດ ໃນການຈັດຕັ້ງການພົບປະທຸລະກິດ, ຝຶກອົບຮົມ, ສໍາມະນາ ແລະ ແລກປ່ຽນຂໍ້ມູນຂ່າວສານ, ການເຂົ້າຮ່ວມງານວາງສະແດງທີ່ຈັດຂຶ້ນທັງຢູ່ໄທ ແລະ ສປປ ລາວ.

Related Posts

ກອງປະຊຸມການນຳສະເໜີລະບຽບການ ວ່າດ້ວຍສິນຄ້າທີ່ປາສະຈາກການທຳລາຍປ່າໄມ້  ຂອງອີຢູ ແລະ ການສືກສາການຕິດຕາມແຫຼ່ງທີມາຂອງສິນຄ້າ ແລະ ກົດໝາຍ ຢູ່ ສ ປປ ລາວ

ກອງປະຊຸມການນຳສະເໜີລະບຽບການ ວ່າດ້ວຍສິນຄ້າທີ່ປາສະຈາກການທຳລາຍປ່າໄມ້ ຂອງອີຢູ ແລະ ການສືກສາການຕິດຕາມແຫຼ່ງທີມາຂອງສິນຄ້າ ແລະ ກົດໝາຍ ຢູ່ ສ ປປ ລາວ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບໂຄງການ ProFEB, GIZ ໄດ້ຈັດກອງປະຊຸມການນຳສະເໜີລະບຽບການ ວ່າດ້ວຍສິນຄ້າທີ່ປາສະຈາກການທຳລາຍປ່າໄມ້…Read more

ສຄອຊ ຊຸກຍູ້ການລົງທຶນໂຄງການລ້ຽງປາດຸກມູນຄ່າ 200 ຕື້ກີບ.

ສຄອຊ ຊຸກຍູ້ການລົງທຶນໂຄງການລ້ຽງປາດຸກມູນຄ່າ 200 ຕື້ກີບ.

ໃນວັນທີ 21 ກຸມພາ 2025, ຄະນະພັດທະນາທຸລະກິດກະສິກຳຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳ, ແລະ ທະນາຄານນະໂຍບາຍ,…Read more

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ, ໃນວັນທີ່ 14 ກຸພາ 2025, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more

Enter your keyword