ສຄອຊ ຊຸກຍູ້ການລົງທຶນໂຄງການລ້ຽງປາດຸກມູນຄ່າ 200 ຕື້ກີບ.

ໃນວັນທີ 21 ກຸມພາ 2025, ຄະນະພັດທະນາທຸລະກິດກະສິກຳຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳ, ແລະ ທະນາຄານນະໂຍບາຍ,

ໄດ້ລົງຢ້ຽມຢາມຊັບຈະເລີນຟາມ ທີ່ບ້ານນາຜາສຸກ ຫຼັກ 32 ນະຄອນຫຼວງວຽງຈັນ, ເພື່ອປຶກສາຫາລືການສ້າງໂຄງການລ້ຽງປາດຸກຂະໜາດໃຫຍ່.
ໂຄງການດັ່ງກ່າວມີມູນຄ່າການລົງທຶນຫຼາຍກວ່າ 200 ຕື້ກີບ, ຄາດວ່າຈະສາມາດຜະລິດປາດຸກໄດ້ຫຼາຍກວ່າ 9,000 ໂຕນຕໍ່ປີ ຄິດເປັນມູນຄ່າຫຼາຍກວ່າ 360 ຕື້ກີບ. ໂຄງການຈະຕ້ອງການລູກປາປະມານ 50 ລ້ານໂຕນຕໍ່ປີ ແລະ ຫົວອາຫານ 500,000 ເປົາຕໍ່ປີ ເພື່ອຮອງຮັບການຜະລິດ.
ປັດຈຸບັນ, ຄວາມຕ້ອງການປາດຸກໃນຕະຫຼາດນະຄອນຫຼວງວຽງຈັນມີຫຼາຍກວ່າ 20 ໂຕນຕໍ່ມື້, ແຕ່ທາງຜູ້ສະໜອງສາມາດສະໜອງໄດ້ພຽງແຕ່ 1 ໂຕນຕໍ່ມື້ເທົ່ານັ້ນ.
ທ່ານ ບຸນເລີດ ຫຼວງປະເສີດ, ຮອງປະທານ ສຄອຊ ຜູ້ຊີ້ນຳວຽກທຸລະກິດກະສິກຳ ກ່າວວ່າ: “ພວກເຮົາຈະໄດ້ຈັດກອງປະຊຸມເພື່ອປຶກສາຫາລື ແລະ ເຊັນສັນຍາຮ່ວມກັບທະນາຄານນະໂຍບາຍ ກ່ຽວກັບການສະໜອງແຫຼ່ງທຶນໃຫ້ກັບໂຄງການ”. ທ່ານຍັງເນັ້ນໜັກວ່າ ຈະມີການເຜີຍແຜ່ແຜນງານໂຄງການໃຫ້ສະມາຊິກຂອງກຸ່ມເຂົ້າໃຈຢ່າງຊັດເຈນ ເພື່ອໃຫ້ສາມາດສະໜອງປາດຸກໄດ້ທັນຕາມຄວາມຕ້ອງການຂອງຕະຫຼາດ ເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ.
ໂຄງການນີ້ຖືເປັນການຍົກລະດັບການຜະລິດປາດຸກໃນລາວ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຊ່ວຍສ້າງລາຍຮັບໃຫ້ແກ່ຊາວກະສິກອນ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword