ພິທີມອບ-ຮັບ ກອງທຶນຊ່ວຍເຫຼືອສົ່ງເສີມນະວັດຕະກຳພະລັງງານສະອາດ ຂອງ ອົງການພັດທະນາສາກົນຂອງ ສະຫະລັດອາເມລິກາ

ພິທີມອບ-ຮັບ ກອງທຶນຊ່ວຍເຫຼືອສົ່ງເສີມນະວັດຕະກຳພະລັງງານສະອາດ ຂອງ ອົງການພັດທະນາສາກົນຂອງ ສະຫະລັດອາເມລິກາ

ໃນວັນທີ 29 ພຶດສະພາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ນະຄອນຫຼວງວຽງຈັນ, ສປປ ລາວ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ໄດ້ຈັດພິທີມອບທຶນຊ່ວຍເຫຼືອແກ່ 4 ພາກສ່ວນ ຈາກ ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ແລະ ສະມາຄົມທ້ອງຖິ່ນ ລວມມູນຄ່າ 690,000 ໂດລາສະຫະລັດ ໂດຍມີເປົ້າໝາຍຂະຫຍາຍຮູບແບບນະວັດຕະກຳສໍາລັບ ການເຊື່ອມໂຍງ ແລະ ນຳໃຊ້ພະລັງງານສະອາດ.
ທ່ານ ວັນທອງ ສິດທິກູນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ກຽດເປັນປະທານຮ່ວມ ກັບ ທ່ານ ຄັລເລນ ຮິວ ຮອງຜູ້ຕາງໜ້າ ອົງການ USAID ປະຈໍາ ສປປ ລາວ ແລະ ທ່ານ ຫຸມພັນ ວົງພະຈັນ, ຮອງຫົວໜ້າກົມຄຸ້ມຄອງພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທັງເປັນຫົວໜ້າຄະນະວິຊາການ JUMPP
ໂຄງການກອງທຶນນີ້ແມ່ນເປັນສ່ວນໜຶ່ງຂອງ ການຮ່ວມມືດ້ານພະລັງງານແມ່ນໍ້າຂອງ – ຍີ່ປຸ່ນ – ສະຫະລັດອາເມລິກາ (JUMPP) ເພື່ອສະໜັບສະໜູນການເຊື່ອມໂຍງພະລັງງານສະອາດໃນພາກພື້ນ ພ້ອມທັງປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ໂດຍມີເປົ້າໝາຍເພື່ອຍົກລະດັບການເຂົ້າເຖິງພະລັງງານໄຟຟ້າ, ເພີ່ມທະວີການນຳໃຊ້ ພະລັງງານທົດແທນໃຫ້ຫຼາຍຂື້ນ, ຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ, ສ້າງວຽກເຮັດງານທຳ ແລະ ລາຍຮັບ, ເພີ່ມທະວີການມີສ່ວນຮ່ວມ ຂອງພາກເອກະຊົນ ໃນຂະແໜງພະລັງງານ.
ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ກ່າວວ່າ “ເຕັກໂນໂລຊີພະລັງງານສະອາດເປັນສິ່ງຈໍາເປັນທີ່ຊ່ວຍຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ ແລະ ຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ. ບັນດາກິດຈະກໍາອຸດສາຫະກໍາເຊັ່ນ: ການຜະລິດຊີມັງ ແລະ ການປຸງແຕ່ງສານເຄມີ ທີ່ມີການປ່ອຍ CO2 ຢ່າງຫຼວງຫຼາຍ. ງານໃນມື້ນີ້ແມ່ນມີຄວາມໝາຍສຳຄັນ ເພາະພວກເຮົາໄດ້ເຫັນແຜນຄົ້ນຄ້ວາ ແລະ ການພັດທະນາຢ່າງຕໍ່ເນື່ອງຂອງຂະ ແໜງພະລັງງານສະອາດ ທີ່ນໍາໃຊ້ເຕັກໂນໂລຊີ ເພື່ອເຮັດໃຫ້ພະລັງງານທົດແທນມີປະສິດທິພາບ ແລະ ສາມາດເຂົ້າເຖິງຫຼາຍຂຶ້ນ”
ທ່ານ ຄັລເລນ ຮິວ ຮອງຜູ້ຕາງໜ້າ ອົງການ USAID ປະຈໍາ ສປປ ລາວ ໄດ້ມອບລາງວັນ ໃຫ້ບັນດາຜູ້ທີ່ໄດ້ຮັບທຶນຈາກ 4 ພາກສ່ວນ ລວມມີ ບໍລິສັດ ໂລກ້າ ຈໍາກັດ, ບໍລິສັດ ໄໝສະຫວັນ ລາວ ຈໍາກັດ, ອົງການບ້ານຈຸມສຸມສາກົນ, ແລະ ສະມາຄົມເພື່ອນຜາຕັດແກ້. ໃນນັ້ນ, ຜູ້ທີ່ໄດ້ຮັບທຶນ ຍັງໄດ້ປະກອບສ່ວນທຶນລວມທັງໝົດ 900,000 ໂດລາສະຫະລັດ ເພື່ອລົງທຶນເຂົ້າໃນ ໂຄງການຂອງຕົນ ໂດຍສອດຄ່ອງກັບເປົ້າໝາຍ ຂອງທຶນຊ່ວຍເຫຼືອ ຂອງອົງການ USAID ແນ່ໃສ່ສົ່ງເສີມການນຳໃຊ້ພະລັງງານສະອາດ ໃນ ສປປ ລາວ.
ທ່ານ ຄັລເລນ ຮິວ ໄດ້ກ່າວວ່າ “ອົງການ USAID ມີເປົ້າໝາຍສູ້ຊົນທົ່ວໂລກ ໃນການລະດົມທຶນ ຈາກພາກລັດ ແລະ ພາກເອກະຊົນໃຫ້ໄດ້ເຖິງ 150 ຕື້ໂດລາສະຫະລັດ ພາຍໃນປີ 2030 ເພື່ອແກ້ໄຂວິກິດການປ່ຽນແປງດິນຟ້າອາກາດ. ພິທີມອບຮັບກອງທຶນໃນມື້ນີ້ ຖືເປັນການສ້າງການ ຮ່ວມມືລະຫວ່າງ ອົງການ USAID ກັບພາກທຸລະກິດ ແລະ ໜ່ວຍງານທ້ອງຖິ່ນ ໃນ ສປປ ລາວ ແລະທັງເປັນການເພີ່ມຕົວເລກອີກ 4 ຫົວໜ່ວຍ ເຂົ້າໃນບັນຊີລາຍຊື່ຜູ້ປະກອບສ່ວນ ແລະ ຮ່ວມມືກັບ ອົງການ USAID ໃນທົ່ວໂລກ ເພື່ອບັນລຸເປົ້າໝາຍສູ້ຊົນດັ່ງກ່າວ”
ອົງການ USAID ມີປະຫວັດການຮ່ວມມືກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນການປັບປຸງ ສະພາບແວດລ້ອມການເຮັດທຸລະກິດ ແລະ ການສ້າງການແຂ່ງຂັນຂອງບັນດາ ວິສາຫະກິດຂະຫນາດນ້ອຍ ແລະ ຂະຫນາດກາງ ແລະ ມື້ນີ້ກໍ່ເປັນໂອກາດສຳຄັນສຳລັບ ການຂະຫຍາຍຂົງເຂດວຽກງານການຮ່ວມມື ເພື່ອສະໝັບສະໝູນການນຳໃຊ້ພະລັງງານສະອາດ ແນໃສ່ແກ້ໄຂການປ່ຽນແປງດິນຟ້າອາກາດ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword