ກອງປະຊຸມພົບປະທຸລະກິດ ລາວ-ຈີນ ທີ່ ນະຄອນຫາງໂຈ ແຂວງເຈີຈຽງ ສປ ຈີນ

ກອງປະຊຸມພົບປະທຸລະກິດ ລາວ-ຈີນ ທີ່ ນະຄອນຫາງໂຈ ແຂວງເຈີຈຽງ ສປ ຈີນ

ກອງປະຊຸມພົບປະທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ ຜ່ານມາ ທີ່ ນະຄອນຫາງໂຈ ແຂວງເຈີຈຽງ ສປ ຈີນ ໂດຍມີຄະນະນໍາຈາກພາກລັດ ແລະ ພາກທຸລະກິດ ຂອງ ສປປ ລາວ ແລະ ແຂວງເຈີຈຽງ ສປ ຈີນ

ເຂົ້າຮ່ວມທັງໝົດ 150 ກວ່າທ່ານ, ໂດຍພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມກ່າວສູນທອນພົດ ໃນກອງປະຊຸມດັ່ງກ່າວ.
​ ກອງປະຊຸມພົບປະທຸລະກິດ ລາວ-ຈີນ ຄັ້ງນີ້ ຮ່ວມຈັດໂດຍ ສະ​ພາ​ການ​ຄ້າ ​ແລະ ​ອຸດ​ສາ​ຫະ​ກໍາ ແຫ່ງຊາດລາວ ແລະ ສະພາສົ່ງເສີມການຄ້າສາກົນ ແຂວງເຈີຈຽງ ພາຍໃຕ້ການປະສານສົມທົບກັບ ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການຕ່າງປະເທດ ຂອງ ສປປ ລາວ. ກອງປະຊຸມດັ່ງກ່າວເປັນເວທີໜຶ່ງທີ່ມີຄວາມສຳຄັນໃນການເສີມຂະຫຍາຍສາຍພົວພັນການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ຂອງ ສອງປະເທດ ລາວ-ຈີນ, ໂດຍສະເພາະການສະໜອງ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບນະໂຍບາຍດຶງດູດການລົງທຶນ, ທ່າແຮງການລົງທຶນ, ສະພາບການພັດທະນາບັນດາພື້ນຖານໂຄງລ່າງ ທາງດ້ານເສດຖະກິດ ລວມທັງເຂດເສດຖະກິດພິເສດ ເພື່ອສ້າງເງື່ອນໄຂໃຫ້ມີການເພີ່ມທະວີການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ ລາວ-ຈີນ.

ກອງປະຊຸມໃນຄັ້ງນີ້ ທັງສອງຝ່າຍ ໄດ້ມີການແລກປ່ຽນຄຳເຫັນ ກ່ຽວກັບສະພາບພົ້ນເດັ່ນ ຂອງການພັດທະນາເສດຖະກິດ ແລະ ກາລະໂອກາດຂອງການລົງທຶນ ເພື່ອຮັດ​ແໜ້ນ​ການ​ຮ່ວມ​ມືລະ​ຫວ່າງພາກ​ລັດ ແລະ ພາກ​ເອ​ກະ​ຊົນ ແລະ ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນດ້ານການລົງທຶນຂອງ ລາວ-ຈີນ ​ໃນທຸກ​ຂົງ​ເຂດ​ ແລະ ໄດ້ເປີດເວທີໃຫ້ມີການນໍາສະເໜີໃນຫົວຂໍ້ຕ່າງໆຂອງພາກທຸລະກິດ ຂອງສອງປະເທດ ເພື່ອຍົກໃຫ້ເຫັນກາລະໂອກາດ ແລະ ທ່າແຮງ ຂອງການລົງທຶນຢູ່ໃນ ສປປ ລາວ ໃນຂະແໜງການສຳຄັນຕ່າງໆ ເປັນຕົ້ນການພັດທະນາພະລັງງານທົດແທນ, ການປຸງແຕ່ງແຮ່ທາດ, ໂລຈິສຕິກ, ການຄ້າເອເລັກໂຕຣນິກ, ການທ່ອງທ່ຽວ, ການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມ ລວມເຖິງການພັດທະນາຢູ່ໃນເຂດເສດຖະກິດພິເສດ ແລະ ອື່ນໆ. ພ້ອມກັນນັ້ນ, ໃນໂອກາດກອງປະຊຸມຄັ້ງນີ້ ໄດ້ມີພິທີລົງນາມເອກະສານຮ່ວມມືລະຫວ່າງພາກທຸລະກິດຈຳນວນ 3 ສະບັບ ເພື່ອເພີ່ມທະວີການຮ່ວມມືລະຫວ່າງນັກທຸລະ ກິດລາວ ແລະ ຈີນ.

ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງອຳນາດການປົກຄອງແຂວງເຈີຈຽງ ແລະ ທັດສະນະສຶກສາ ກ່ຽວກັບວຽກງານການຫຼຸດຜ່ອນຄວາມທຸກຍາກ, ການພັດທະນານິຄົມອຸດສາຫະກໍາ ຈຳນວນໜຶ່ງ.
ສປ ຈີນ ແມ່ນຄູ່ຄ້າອັນດັບໜຶ່ງ ແລະ ເປັນປະເທດຜູ້ລົງທຶນທີ່ມີມູນຄ່າສູງທີ່ສຸດໃນ ສປປ ລາວ. ວິສາຫະກິດ ແລະ ນັກລົງທຶນຈາກ ສປ ຈີນ ໄດ້ມາລົງທຶນ ຢູ່ ສປປ ລາວ ໃນທຸກຂະແໜງການ ໂດຍສະເພາະ​ຂະ​ແໜງພະລັງງານ, ບໍ່ແຮ່, ພື້ນຖານໂຄງລ່າງ, ການບໍລິການ ແລະ ກະສິກໍາ, ແລະ ອື່ນໆ ຊຶ່ງລວມມີຫຼາຍກວ່າ 900 ໂຄງການ ມີມູນຄ່າຫຼາຍກວ່າ 15 ຕື້ ໂດລາ.
(ຂ່າວ-ພາບ: ກຕທ)

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword