ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມ ສະພາທີ່ປຶກສາທຸລະກິດອາຊຽນລາວ ຂື້ນຮັບທຸງສະພາທີ່ປຶກສາທຸລະກິດອາຊຽນ ໃນການເປັນປະທານກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນໃນປີ 2024

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມ ສະພາທີ່ປຶກສາທຸລະກິດອາຊຽນລາວ ຂື້ນຮັບທຸງສະພາທີ່ປຶກສາທຸລະກິດອາຊຽນ ໃນການເປັນປະທານກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນໃນປີ 2024

ໃນລະຫວ່າງວັນທີ 3-4 ກັນຍາ 2023 ທີ່ ເມືອງຫຼວງ ຈາກາຕ້າ, ປະເທດອິນໂດເນເຊຍ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມ ສະພາທີ່ປຶກສາທຸລະກິດອາຊຽນລາວ (ASEAN Business Advisory Council Laos-ASEAN BAC Laos),

ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ພ້ອມດ້ວຍຄະນະທຸລະກິດລາວ, ກອງເລຂາສະພາທີ່ປຶກສາທຸລະກິດອາຊຽນລາວ ຈຳນວນ 9 ທ່ານ ເຂົ້າຮ່ວມກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ (ASEAN Business and Investment Summit-ABIS) ປະຈໍາປີ 2023 ຈັດໂດຍສະພາທີ່ປຶກສາທຸລະກິດອາຊຽນ ຫລື ASEAN-BAC Indonesia ພາຍໃຕ້ຄໍາຂວັນ “ຄວາມເປັນແກນກາງຂອງອາຊຽນ: ການສ້າງນະວັດຕະກໍາ ເພື່ອກ້າວໄປສູ່ຄວາມເຂັ້ມແຂງຮອບດ້ານ”. ທີ່ໄດ້ຈັດຂື້ນໃນລະຫວ່າງວັນທີ 3-4 ກັນຍາ 2023, ໂດຍຈັດຂື້ນຄຽງຄູ່ກັບກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 43 (The 43rd ASEAN Leader Summit) ທີ່ ຈະໄດ້ຈັດຂື້ນໃນລະຫວ່າງວັນທີ 5-7 ກັນຍາ 2023, ທີ່ ຈາກາຕ້າ, ປະເທດອິນໂດເນເຊຍ. ເຊິ່ງໄດ້ຈັດຂື້ນໃນທຸກໆປີໝູນວຽນຕາມການເປັນປະທານອາຊຽນ, ເຊິ່ງພາຍໃນງານມີບັນດາຜູ້ນຳອາຊຽນ, ບັນດາປະເທດຄູ່ຮ່ວມມືພາຍນອກ (ASEAN plus), ຕາງໜ້າພາກລັດ, ຄະນະຜູ້ບໍລິຫານທີ່ປຶກສາທຸລະກິດອາຊຽນ, ຕົວແທນພາກທຸລະກິດຂອງແຕ່ລະປະເທດສະມາຊິກ ແລະ ບັນດາຄູ່ຮ່ວມທຸລະກິດຕ່າງໆໃນພາກພື້ນເຂົ້າຮ່ວມ.
ໃນກອງປະຊຸມ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ເຂົ້າຮ່ວມງານ ແລະ ຂື້ນກ່າວປະກອບຄຳເຫັນຕໍ່ກອງປະຊຸມໃນຫົວຂໍ້: “ສ້າງເສັ້ນທາງໃຫ້ກ້າວໄປຂ້າງໜ້າ, ສະທ້ອນຄວາມເປັນຈິງຂອງການເປັນປະທານອາຊຽນ” ເຊິ່ງທ່ານນາຍົກໄດ້ເນັ້ນເຖິງກາລະໂອກາດ ແລະ ສິ່ງທ້າທາຍ ໂດຍສະເພາະການເຊື່ອມໂຍງທາງດ້ານເສດຖະກິດໃນພາກພື້ນ ທີ່ຮຽກຮ້ອງໃຫ້ອາຊຽນ ຕ້ອງໄດ້ຮ່ວມມືກັນສ້າງຄວາມກົມກຽວ ແລະ ຍຶດໝັ້ນຄວາມເປັນແກນກາງຂອງອາຊຽນ. ທັງນີ້ກໍເພື່ອເປັນການສົ່ງເສີມບົດບາດອາຊຽນ ທີ່ ເປັນຜູ້ນຳພາໃຫ້ເຂັ້ມແຂງ ໃນການຮ່ວມມືດ້ານການເມືອງ, ເສດຖະກິດ, ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງກັບບັນດາຄູ່ຮ່ວມມືຕ່າງໆ.
ພ້ອມດຽວກັນນີ້ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປລາວ ຍັງໄດ້ສືບຕໍ່ເຂົ້າຮ່ວມເປັນສັກຂີພິຍານໃນການ ມອບ-ຮັບ ການເປັນປະທານ ຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນໃນປີ 2024 ມອບໂດຍ ທ່ານ ອາຈາສ ຣາຈີສ, ປະທານສະພາທີ່ປຶກສາທຸລະກິດອາຊຽນ ແລະ ທັງເປັນ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ອິນໂດເນເຊຍ ຕາງຫນ້າ ສປປ ລາວ ຮັບໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານສະພາທີ່ປຶກສາທຸລະກິດອາຊຽນລາວ ແລະ ທັງເປັນ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword