ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ,

ເພື່ອຈະສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ຜ່ານຊ່ອງທາງການທູດເພື່ອໃຫ້ຕ່າງປະເທດ, ພາກທຸລະກິດຜູ້ທີ່ມີຄວາມສົນໃຈທີ່ຢາກມາລົງທຶນ, ດໍາເນີນທຸລະກິດ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ປະເທດ ລາວ ຫລາຍຂື້ນ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍຍົກລັດຖະມົນຕີ ລັດຖະມົນຕີກະຊວງ ການຕ່າງປະເທດ. ກອງປະຊຸມຄັ້ງນີ້ໄດ້ໃຫ້ກຽດເຂົ້າໂດຍ ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາທຸຕານຸທູດ, ອົງການຈັດຕັ້ງສາກົນ ແລະ ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ ຫຼາຍກວ່າ 250 ທ່ານ.

ໃນບົດກ່າວເປີດກອງປະຊຸມ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍຍົກລັດຖະມົນຕີ ລັດຖະມົນຕີກະຊວງ ການຕ່າງປະເທດ, ໄດ້ໃຫ້ກຽດມີຄຳເຫັນໂດຍສະເພາະການຈັດຕັ້ງປະຕິບັດນະໂຍບາຍດ້ານການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ຂອງ ສປປ ລາວ ເພື່ອແນ່ໃສ່ສ້າງຄວາມເຂົ້າໃຈຢ່າງເປັນເອກະພາບ, ສ້າງກົນໄກການປະສານສົມທົບຢ່າງມີປະສິດທິພາບ ແລະ ປະຕິບັດນະໂຍບາຍປ່ຽນແປງໃຫມ່ຂອງລັດຖະບານຢ່າງຕັ້ງຫນ້າເຂົ້າໃນການເຄື່ອນໄຫວວຽກງານການທູດຮັບໃຊ້ການພັດທະນາເສດຖະກິດໃນຕໍ່ຫນ້າໃຫ້ສາມາດຂົນຂວາຍຍາດແຍ່ງບົດຮຽນປະສົບການທາງດ້ານວິທະຍາສາດ, ວິຊາການ ແລະ ເຕັກໂນໂລຊີທີ່ທັນສະໄຫມ ເພື່ອມາສົມທົບ ໃສ່ທ່າແຮງບົ່ມຊ້ອນພາຍໃນປະເທດ ໃຫ້ມີປະສິດທິຜົນ ແລະ ເຂັ້ມແຂງໄປເທື່ອລະກ້າວຈະເປັນໂອກາດອັນດີ ໃຫ້ແກ່ຜູ້ມີປະສົບການ, ນັກການທູດ, ນັກຄົ້ນຄວ້າ, ຊ່ຽວຊານ ແລະ ຜູ້ເຂົ້າຮ່ວມ ພາກທຸລະກິດ ລາວ ແລະ ຕ່າງປະເທດ ໄດ້ຮັບຮູ້ຂໍ້ມູນ ກ່ຽວກັບ ບັນດາທ່າແຮງອັນສໍາຄັນຂອງ ສປປ ລາວ ລວມທັງການສະເໜີບົດຈາກທາງ ພາກລັດຖະບານ ໃນຂະແໜງການລົງທືນ, ການຄ້າ, ທ່ອງທ່ຽວ ແລະ 3 ຂະແໜງ ຈາກພາກທຸລະກິດ ໃນການແລກປ່ຽນ ນຳສະເໜີ ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາເພື່ອຮ່ວມກັນວາງທິດທາງໃນການປະສານງານ ແລະ ການຮ່ວມມືຢ່າງມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າໃນຕໍ່ຫນ້າ

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword