ກອງປະຊຸມຄະນະຊີ້ນໍາກອງປະຊຸມທຸລະກິດລາວ (LBF) ກຽມຄວາມພ້ອມສຳລັບການຈັດກອງປະຊຸມ ທຸລະກິດລາວຄັ້ງທີ 16

ກອງປະຊຸມຄະນະຊີ້ນໍາກອງປະຊຸມທຸລະກິດລາວ ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2025 ເວລາ 08:30 ໂມງ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ຜູ້ເຂົ້າຮ່ວມປະກອບມີຕົວແທນຈາກຄະນະຊີ້ນຳຂອງກອງປະຊຸມທຸລະກິດລາວ, ຄະນະປະສານງານພາກລັດ, ໜ່ວຍງານປຶກສາຫາລືພາກທຸລະກິດ ແລະ ກອງເລຂາຂອງກອງປະຊຸມທຸລະກິດລາວ ລວມທັງໝົດກວ່າ 40 ທ່ານ.
ຈຸດປະສົງຫຼັກຂອງກອງປະຊຸມແມ່ນເພື່ອກະກຽມສຳລັບການຈັດກອງປະຊຸມທຸລະກິດລາວ ຄັ້ງທີ 16, ໂດຍທີ່ປະຊຸມໄດ້ມີມະຕິຕົກລົງເຫັນດີໃນບັນຫາສຳຄັນຕ່າງໆ ດັ່ງນີ້:

1. ກຳນົດວັນທີ 02 ເມສາ 2025 ເປັນມື້ຈັດກອງປະຊຸມທຸລະກິດລາວຄັ້ງທີ 16.
2. ມອບໝາຍໃຫ້ກອງເລຂາ ແລະ ຈຸດປະສານງານພາກລັດ ເປັນຜູ້ກຳນົດຫົວຂໍ້ຂອງກອງປະຊຸມ.
3. ເຫັນດີຮັບເອົາພາກສ່ວນທີ່ຈະມີຄໍາເຫັນ ຕາມຮ່າງວາລະຂອງກອງປະຊຸມທຸລະກິດລາວຄັ້ງທີ 16 (ທະນາຄານພັດທະນາອາຊີ, ສະພາການຄ້າ ແລະ ອຸດສາຫະກຳ ເອີຣົບ ປະຈຳ ສປປ ລາວ, ສະພາການຄ້າຈີນ ປະຈໍາ ສປປ ລາວ ແລະ ຂະແໜງການຂອງພາກລັດ), ໂດຍມອບໃຫ້ກອງເລຂາ ແລະ ຈຸດປະສານງານພາກລັດ ກໍານົດກອບ ແລະ ທິດທາງຂອງບົດປະກອບຄໍາເຫັນ ໃຫ້ເຂົ້າກັບ ຫົວຂໍ້ ຂອງກອງປະຊຸມທຸລະກິດລາວ ຄັ້ງທີ 16.
4. ໃຫ້ຂະແໜງການກ່ຽວຂ້ອງຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງ.
5. ກຳນົດຈັດກອງປະຊຸມຄະນະປະສານງານພາກລັດໃນຊ່ວງກາງ ຫຼື ທ້າຍເດືອນມີນາ 2025 ເພື່ອກວດສອບຄວາມພ້ອມທຸກດ້ານກ່ອນຈັດກອງປະຊຸມທຸລະກິດລາວ ຄັ້ງທີ 16.

ກອງປະຊຸມທຸລະກິດລາວຖືເປັນເວທີສຳຄັນໃນການສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ຜັນຂະຫຍາຍນະໂຍບາຍທີ່ສະໜັບສະໜູນການພັດທະນາເສດຖະກິດຂອງ ສປປ ລາວ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword