ກອງປະຊຸມ ຮັບຮອງເອົາປື້ມ ລະບຽບການດໍາເນີນງານມາດຕະຖານ (SOP) ກ່ຽວກັບກົນໄກLPPD

ກອງປະຊຸມ ຮັບຮອງເອົາປື້ມ ລະບຽບການດໍາເນີນງານມາດຕະຖານ (SOP) ກ່ຽວກັບກົນໄກLPPD

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ອົງການພັດທະນາສາກົນ ຂອງສະຫະລັດອາເມລິກາ (USAID) ໂດຍຜ່ານໂຄງການສ້າງສະພາບ ແວດລ້ອມ

ທີ່ເອືີ້ອອໍານວຍຕໍ່ທຸລະກິດລາວ (LBE) ໄດ້ຈັດກອງປະຊຸມ ຮັບຮອງເອົາປື້ມ ລະບຽບການດໍາເນີນງານມາດຕະຖານ (SOP) ກ່ຽວກັບກົນໄກLPPD. ຂື້ນໃນວັນທີ 15/5/2023 ທີ່ຫອ້ງການ ສຄອຊ ແລະ ຜ່ານລະບົບ ອອນລາຍ. ໂດຍການເປັນປະທານຮ່ວມ ຂອງທ່ານ ທະນົງສີນ ກັນລະຍາ ຮອງປະທານ ແລະ ທ່ານນາງ ພັນມະນີ ຄໍາພິລາວົງ ຮອງຫົວໜ້າໂຄງການ LBE (USAID)ປະຈໍາ ສປປລາວ, ເຊີ່ງແມ່ນໂຄງການ ທີ່ໄດ້ສະໜັບສະໜູນການສ້າງຄູ່ມື ການຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ເຫຼັ້ມນີ້ຂື້ນ. ໂດຍຊ່ຽວຊານຂອງໂຄງການ LBE. ເຊີ່ງເນື້ອໃນຂອງປື້ມດັ່ງກ່າວນີ້, ໄດ້ມີການຮວບຮວມເອົາ ຂັ້ນຕອນ ແລະ ວິທີການດໍາເນີນງານ ຂອງກອງປະຊຸມທຸລະກິດລາວໃນປະຈຸບັນ, ປື້ມຄູ່ມືກ່ຽວກັບການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດຂັ້ນແຂວງສະບັບປີ 2005 ຂອງອົງການ GIZ ເຊິື່ງໄດ້ຮັບຮອງໂດຍທ່ານຮອງ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທືນ, ທ່ານ ບຸນທະວີ ສີສຸພັນທອງ ແລະ ອະດີດປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ກິດສະໜາ ວົງໄຊ. ນອກຈາກນັ້ນ ກໍ່ໄດ້ອິງໃສ່ປື້ມຄູ່ມືການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ “The public-private dialogue handbook: a toolkit for business environment reformers” ຂຽນໂດຍທ່ານ Benjamin Herzberg & Andrew Wright ( The World Bank Group, DFID, or the OECD).
ປື້ມຄູ່ມື ການຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດເຫຼັ້ມນີ້, ຈະໄດ້ເປັນຂໍ້ມູນພືີ້ນຖານ ແລະ ເຄືື່ອງມືໃຫ້ແກ່ອົງກອນ ຫລື ໜ່ວຍງານທີ່ຮັບຜິດຊອບໃນການຈັດກອງປະຊຸມ ປຶກສາຫາລືດັ່ງກ່າວ ເຊິື່ງມີຂໍ້ມູນຕ່າງໆ ທີ່ສາມາດນໍາໃຊ້ເພືື່ອເປັນແນວທາງ ໃນການຈັດຕັ້ງ ໂດຍເນືີ້ອໃນຢູ່ປື້ມຄູ່ມືນີ້ ຈະອະທິບາຍເຖິງ ໂຄງຮ່າງ, ຂັ້ນຕອນ, ຜູ້ມີສ່ວນຮ່ວມກ່ຽວຂ້ອງ ແລະ ວິທີ ການຈັດກອງປະຊຸມ ໃຫ້ແກ່ໜ່ວຍງານຈັດຕັ້ງປະຕິບັດໃນປະຈຸບັນ ເຊິື່ງຈະເລີ່ມແຕ່ການກໍານົດເປົ້າໝາຍ ແລະ ຈຸດປະສົງຂອງແຕ່ລະກອງປະຊຸມ, ການກະກຽມກ່ອນຈັດກອງປະຊຸມ, ການບັນທຶກ ແລະ ເຮັດບົດສະຫລຸບລາຍງານ ແລະ ຕົວຢ່າງເອກະສານຕ່າງໆ ທີ່ຖືກນໍາໃຊ້ ໃນຕົວຈິງ.
ເປົ້າໝາຍຂອງການສ້າງປື້ມຄູ່ມືສະບັບນີ້ ແມ່ນເພືື່ອໃຫ້ບຸກຄົນ ຫຼື ອົງກອນທີ່ມີ ໜ້າທີ່ຈັດຕັ້ງປະຕິບັດ ວຽກງານດັັ່ງກ່າວໂດຍສະເພາະ ແມ່ນກອງເລຂາຢູ່ໃນແຕ່ລະແຂວງ ຂອງ ສປປ ລາວ, ສາມາດນໍາໃຊ້ເປັນບ່ອນອີງ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ ແລະ ເປັນຮູບແບບດຽວກັນ, ພ້ອມທັງໃຫ້ບັນດາຜູ້ທີ່ມີສ່ວນກ່ຽວຂ້ອງສາມາດຮັບຮູ້ ແລະ ເຂົ້າໃຈກົນໄກຂອງກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ, ໄດ້ຊ່ວຍກັນເຜີຍແຜ່ ແລະ ພອ້ມກັນຈັດຕັ້ງປະຕິບັດ ໃຫ້ເກີດປະໂຫຍດສູງສຸດຕໍ່ວຽກງານ ການພົວພັນຮ່ວມມື ຂອງສອງພາກສ່ວນ ລັດ – ທຸລະກິດ ຢ່າງມີແບບແຜນ ແລະ ກົນໄກ ໂດຍມີປະສິດທິພາບ ແລະ ມີປະສິດທິຜົນ.
ເຊີ່ງຂໍ້ມູນປື້ມລະບຽບການດໍາເນີນງານມາດຕະຖານ (SOP) ກ່ຽວກັບກົນໄກ LPPD ແມ່ນສາມາດດາວໂຫລດໄດ້ທີ່  http://bitly.ws/EFrc

Related Posts

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword