ພິທີເປີດເວັບໄຊຖານຂໍ້ມູນດ້ານລະບຽບການຂໍອະນຸຍາດດຳເນີນທຸລະກິດໃນ ສປປ ລາວ

ພິທີເປີດເວັບໄຊຖານຂໍ້ມູນດ້ານລະບຽບການຂໍອະນຸຍາດດຳເນີນທຸລະກິດໃນ ສປປ ລາວ

ພິທີເປີດເວັບໄຊຖານຂໍ້ມູນດ້ານລະບຽບການຂໍອະນຸຍາດດຳເນີນທຸລະກິດໃນ ສປປ ລາວ, ວັນທີ 25 ມັງກອນ ປີ 2023 ທີ່ ໂຮງແຮມ ລາວ ພລາຊ່າ, ນະຄອນຫຼວງວຽງຈັນ
ທ່ານ ປະລິນຍາເອກ ໄຊບັນດິດ ລາດຊະພົນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ເຂົ້າຮ່ວມ ພິທີເປີດເວັບໄຊຖານຂໍ້ມູນລະບຽບການຂໍອະນຸຍາດດໍາເນີນທຸລະກິດ (www.bned.moic.gov.la) ເພື່ອຊ່ວຍພາກລັດ ແລະ ເອກະຊົນຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງຂໍ້ມູນດ້ານລະບຽບການດຳເນີນທຸລະກິດ ໃນ ສປປ ລາວ ໄດ້ຢ່າງສະດວກ, ງ່າຍດາຍ, ປະຢັດເວລາ ແລະ ຫລຸດຄວາມຫຍຸ້ງຍາກທີ່ຕ້ອງເຂົ້າໄປຂໍຂໍ້ມູນດ້ວຍຕົນເອງນຳຂະແໜງການກ່ຽວຂ້ອງ ເຊິງຈັດໂດຍ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດ
ພິທີດັ່ງກ່າວໄດ້ໃຫ້ກຽດເປັນປະທານ ແລະ ເປີດງານ ໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ປະລິນຍາເອກ ໄຊບັນດິດ ລາດຊະພົນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ ນາງ ເມລີດ ຈູດສ໌, ຜູ້ຕາງໜ້າຈາກທະນາຄານໂລກ.
ເວັບໄຊຖານຂໍ້ມູນລະບຽບການຂໍອະນຸຍາດດຳເນີນທຸລະກິດໃນ ສປປ ລາວ www.bned.moic.gov.la ເປັນຖານເກັບກຳ ແລະ ສະໜອງຂໍ້ມູນທາງອອນລາຍກ່ຽວກັບລະບຽບການໃບຂໍອະນຸຍາດດຳເນີນທຸລະກິດ, ໃບຢັ້ງຢືນ, ໃບອະນຸຍາດອື່ນໆທີ່ຕ້ອງໄດ້ຂໍຈາກຂະແໜງການ ແລະ ໜ່ວຍງານຮັບຜິດຊອບ ເຊິ່ງໄດ້ບັນຈຸສັງລວມບັນດານິຕິກຳ, ລະບຽບການ,ຂັ້ນຕອນ, ກຳນົດເວລາ, ຄ່າໃຊ້ຈ່າຍ, ເອກະສານປະກອບ ແລະ ບັນຊີກິດຈະການ ທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດຂອງທຸກຂະແໜງການ.
ເວັບໄຊຖານຂໍ້ມູນ ຈະມີຜົນຍາວນານ ແລະ ສະໜອງໂອກາດທີ່ດີໃນການປັບປຸງສະພາບການດຳເນີນທຸລະກິດ ແລະ ສ້າງຄວາມສຳພັນທີ່ດີຂຶ້ນລະຫວ່າງປະຊາຊົນ ແລະ ລັດຖະບານ, ສ້າງຄວາມເຊື່ອໝັ້ນ ແລະ ມີມູມມອງທີ່ດີຂຶ້ນຕໍ່ກັບການບໍລິການຂອງພາກລັດ.
“ການປັບປຸງລະບົບອອກໃບອະນຸຍາດໃຫ້ວ່ອງໄວ ແລະ ງ່າຍດາຍຂຶ້ນ ເປັນການປ່ຽນແປງ ທີ່ສຳຄັນເພື່ອຊ່ວຍ ພາກທຸລະກິດ ໃຫ້ເຕີບໂຕ ແລະ ກ້າວໜ້າຂຶ້ນ. ເວັບໄຊ ຍັງຊ່ວຍລັດຖະບານໃນການສົ່ງເສີມການດຳເນີນທຸລະກິດທີ່ງ່າຍດາຍ ແລະ ເອື້ອອຳນວຍໃນປະເທດ,” ກ່າວໂດຍ ທ່ານອາເລັກສ ເຄຣມເມີ, ຫົວໜ້າທະນາຄານໂລກ ປະຈໍາ ສປປ ລາວ.
ເວັບໄຊຖານຂໍ້ມູນລະບຽບການຂໍອະນຸຍາດດຳເນີນທຸລະກິດໃນ ສປປ ລາວ ໄດ້ຮັບການສະໜັບສະໜູນໂດຍໂຄງການ LCT ທີ່ຖືກຈັດຕັ້ງປະຕິບັດໂດຍກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນຈາກທະນາຄານໂລກ ແລະ ສົມທົບທຶນເພີ່ມເຕີມຈາກປະເທດອົດສະຕາລີ, ໄອແລນ ແລະ ສະຫະລັດອາເມລິກາ. ໂຄງການດັ່ງກ່າວ ມີຈຸດປະສົງເພື່ອຫຼຸດຜ່ອນອຸປະສັກ ທີ່ກີດຂວາງການຂະຫຍາຍຕົວຂອງພາກເອກະຊົນ ໂດຍຜ່ານການປັບປຸງສະພາບແວດລ້ອມດ້ານການດໍາເນີນທຸລະກິດ ແລະ ດ້ານລະບຽບການຕ່າງໆ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ເພີ່ມທະວີຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword