ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະຢ້ຽມຢາມສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຢູນນານ, ສ.ປ ຈີນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະຢ້ຽມຢາມສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຢູນນານ, ສ.ປ ຈີນ

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະຢ້ຽມຢາມສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຢູນນານ, ສ.ປ ຈີນ ໃນຕອນເຊົ້າຂອງວັນທີີ 11 ມີນາ 2025.

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຫ້ອງການຜູ້ຕ່າງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳແຂວງ ຢູນນານ ໄດ້ຢ້ຽມຢາມສະພາການຄ້າ ແຂວງ ຢູນນານ ເຊິ່ງໄດ້ຮັບກຽດຕ້ອນຮັບໂດຍ ທ່ານ Mou Hong Cao ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຢູນນານ.
(ດ້ານຊ້າຍ: ທ່ານ ອຸເດດ ສູວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ; ດ້ານຂວາ: ທ່ານ Mou Hong Cao Cao ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຢູນນານ.)
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ສະແດງຄວາມປິຕິຍິນດີຕໍ່ການຕ້ອນຮັບທີ່ອົບອຸ່ນຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຢູນນານ, ທັງສອງຝ່າຍໄດ້ແລກປ່ຽນຂໍ້ມູນທາງດ້ານການພັດທະນາເສດຖະກິດ ແລະ ສັງຄົມ ໃນປັດຈຸບັນ, ເຊິ່ງທັງສອງປະເທດເປັນປະເທດທີ່ມີສາຍນໍ້າ ແລະ ສາຍພູເຊື່ອມຈອດກັນ, ເປັນເພື່ອນບ້ານທີ່ດີ ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ມີການພົວພັນກັນນັບມື້ນັບເລິກເຊິ່ງ ໂດຍສະເພາະນັບແຕ່ການເປີດເສັ້ນທາງລົດໄຟ ຈີນ-ລາວ ໃນປີ 2021 ທັງສອງຝ່າຍໄດ້ບັນລຸຜົນສຳເລັດທີ່ສຳຄັນໃນຫຼາຍດ້ານເຊັ່ນ: ໂລຈິສຕິກການສົ່ງສິນຄ້າຜ່ານແດນ, ຂ້າມແດນ, ຄວາມຮ່ວມມືດ້ານການຄ້າ, ການທ່ອງທ່ຽວ, ການແລກປ່ຽນທາງວັດທະນະທຳ ແລະ ອື່ນໆ
ທ່ານ Mou Hong Cao ໄດ້ມີຄຳເຫັນ: ຈະເສິມສ້າງຄວາມສຳພັນ ແລະ ການຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃຫ້ຫຼາຍຂຶ້ນ ແລະ ນຳພາບໍລິສັດຂອງທັງສອງປະເທດໃຫ້ໃຊ້ປະໂຫຍດຈາກເສັ້ນທາງລົດໄຟ ຈີນ-ລາວ ໃນການເພິ່ມທະວີການຮ່ວມມືໃນຂະແໜງການກະສິກຳ, ແຮ່ທາດ, ການທ່ອງທ່ຽວ ແລະ ອື່ນໆ ເພື່ອສົ່ງເສີມຄວາມຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າຂອງທັງສອງຝ່າຍໃຫ້ເລິກເຊິ່ງຂຶ້ນໃນລະດັບທີ່ສູງຂຶ້ນ ແລະ ກວ້າງຂວາງຂຶ້ນ. ພ້ອມນັ້ນ, ຍັງຫວັງວ່າໃນອະນາຄົດຈະສາມາດລົງນາມໃນຂໍ້ຕົກລົງການຮ່ວມມືທາງຍຸດທະສາດເພື່ອສ້າງແນວທາງທີ່ໝັ້ນຄົງ ແລະ ສະດວກສະບາຍຍິ່ງຂຶ້ນສຳລັບການຮ່ວມມືລະຫວ່າງທຸລະກິດຂອງທັງສອງປະເທດ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ
ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບເບື້ອງຕົ້ນ ຈະລົງນາມບົດບັນທຶກຄວາມເຂົ້າໃຈການສົ່ງເສີມການຮ່ວມມືລະຫວ່າງທຸລະກິດ ລາວ-ຈີນ ຢຸນນານ ໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນ ໃນແຕ່ລະຂະແໜງການເຊັ່ນ: ກະສິກຳ, ໂລຈິສຕິກ, ການຄ້າ, ການທ່ອງທ່ຽວ, ແຮ່ທາດເປັນຕົ້ນ.
ການຢ້ຽມຢາມໃນຄັ້ງນີ້ ໄດ້ມີຜູ້ເຂົ້າຮ່ວມ ຈາກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສະພາການຄ້າ ແຂວງ ຢູນນານ, ຫ້ອງການຜູ້ຕ່າງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳແຂວງ ຢູນນານ, ສະມາຄົມນັກທຸລະກິດໜຸ່ມ ແຂວງ ຢຸນນານ, ສະມາຄົມອຸດສາຫະກຳການປູກພືດທົດແທນ ແຂວງ ຢຸນນານ ແລະ ສະມາຄົມເຄື່ອງມື, ເຄື່ອງຈັກໂລຫະ ແຂວງ ຢູນນານ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword