ປະທານ ສຄອຊ ເນັ້ນຄວາມສຳຄັນໃນການເຊື່ອມໂຍງເຊື່ອມຈອດ ແລະ ການສົ່ງເສີມການຮ່ວມມືການຄ້າການລົງທຶນສີຂຽວ. ເພື່ອໃຫ້ມີການພັດທະນາແບບຍືນຍົງ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ
07 ພະຈິກ 2025 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ເຂົ້າຮ່ວມ ແລະ ມີຄຳເຫັນ ໃນກອງປະຊຸມການຄ້າ ການລົງທຶນ ໜຶ່ງແລວ ໜື່ງເສັ້ນທາງ 2025 (2025 Belt and Road Trade and Investment Forum).
ຈຸດປະສົງຂອງການປະຊຸມແມ່ນເພື່ອສົ່ງເສີມການຮ່ວມມືທາງດ້ານການຄ້າ, ການລົງທຶນ ຕາມຂໍ້ລິເລີ່ມໜື່ງແລວ ໜື່ງເສັ້ນທາງ ໂດຍສະເພາະການພັດທະນາສີຂຽວ ແລະ ເຊື່ອມໂຍງຕ່ອງໂສ້ການຜະລິດເພື່ອອະນາຄົດ ໃຫ້ມິປະສິດທິຜົນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ກອງປະຊຸມດັ່ງກ່າວໃຫ້ກຽດກ່າວເປີດໂດຍທ່ານ Ren Hong bin ປະທານ ສະພາສົ່ງເສີມການຄ້າ ສາກົນ ສປ ຈີນ (CCPIT) ແລະ ມີຜູ້ແທນເຂົ້າຮ່ວມຈາກຄະນະ ສະພາການຄ້າ ແລະ ອຸດສາຫະກຳຈາກ 44 ປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງທັງໝົດຫຼາຍກວ່າ 300 ທ່ານ.
ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ໄດ້ມີຄຳເຫັນໂດຍໄດ້ເນັ້ນຄວາມສຳຄັນໃນການເຊື່ອມໂຍງເຊື່ອມຈອດ ແລະ ການສົ່ງເສີມການຮ່ວມມືການຄ້າການລົງທຶນສີຂຽວ. ເພື່ອໃຫ້ມີການພັດທະນາແບບຍືນຍົງ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນເຊັ່ນ: ໂຄງການພະລັງງານໄຟຟ້າ ນ້ຳຕົກ ແລະ ແສງຕາເວັນ, ການປຸງແຕ່ງກະສິກຳສີຂຽວ, ການລົງທຶນຟື້ນຟູສິ່ງແວດລ້ອມຮ່ວມກັນ ລະຫວ່າງພາກລັດ ແລະ ພາກເອກະຊົນ, ການຫັນປ່ຽນເຕັກໂນໂລຊີທີ່ທັນສະໄໝ ເພື່ອພັດທະນາຂະແໜງການຕ່າງໆ, ເຊີ່ງ ສປປ ລາວ ມີຄວາມພ້ອມທີ່ຈະຮ່ວມມືກັບ ສປ ຈີນ ແລະ ທຸກໆປະເທດ ເພື່ອເປັນຂົວຕໍ່ເຊື່ອມໂຍງ ອາຊຽນ-ຈີນ, ອິນໂດປາຊີຟິກ ແລະ ພາກພື້ນຕາມການພັດທະນາລະບຽງເສດຖະກິດສີຂຽວແບບຍືນຍົງ ແລະ ເຊື່ອໝັ້ນວ່າການຮ່ວມມືທາງດ້ານຕ່ອງໂສ້ການຜະລິດເພື່ອອະນາຄົດຈະມີປະສິດທິຜົນ ສ້າງຄວາມຮັ່ງມີ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.ກອງປະຊຸມໄດ້ມີການນຳສະເໜີງານວາງສະແດງຕ່ອງໂສ້ການຜະລິດສາກົນຄັ້ງທີ4 ທີ່ຈະຂື້ນໃນລະຫວ່າງວັນທີ 22-26 ມິຖຸນາ 2026 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ການໃຫ້ທຶນໂຄງການ ໜຶ່ງແລວ ໜຶ່ງເສັ້ນທາງຕ່າງໆ ແລະ ໄດ້ມີການເຊັນສັນຍາສຳລັບສະມາຊິກໃໝ່ຂອງ ສະພາທຸລະກິດເສັ້ນທາງສາຍໄໝ.

ພ້ອມດຽວກັນນີ້ໄດ້ມີກອງປະຊຸມປິ່ນອອ້ມ ເພື່ອສົນທະນາປຶກສາຫາລື ການສ້າງໂຄງການຮ່ວມກັນ, ການຖ່າຍທອດເຕັກໂນໂລຊີ ແລະ ອື່ນໆ, ເຊີ່ງມີຫຼາຍຫົວຂໍ້ຕ່າງໆເຊັ່ນ: Unleashing Silk Road Prosperity, Catayzing Innovation Cross The Silk Road, Promoting Cultural Exchange.