ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງເຈົ້າແຂວງຢູນໜານ ສປ ຈີນ

ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງເຈົ້າແຂວງຢູນໜານ ສປ ຈີນ

ໃນຕອນເຊົ້າ ວັນທີ 27 ກຸມພາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຫວັງ ຢຸ ໂປ່ ເຈົ້າແຂວງຢູນໜານ ສປ ຈີນ

ພ້ອມດ້ວຍຄະນະ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 24-28 ກຸມພາ 2024.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງທ່ານເຈົ້າແຂວງຢູນໜານ ພ້ອມດ້ວຍຄະນະ ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ທັງທາງກວ້າງ ແລະ ທາງເລິກ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສປປ ລາວ ກັບ ແຂວງຢູນໜານ; ໄດ້ສະແດງຄວາມຂອບໃຈ ຕໍ່ການນຳ ແລະ ພາກສ່ວນກ່ຽວຂ້ອງແຂວງຢູນໜານ ທີ່ໄດ້ຕ້ອນຮັບ ແລະ ອຳນວຍຄວາມສະດວກ ໃຫ້ແກ່ບັນດາຄະນະຜູ້ແທນຂອງ ສປປ ລາວ ທີ່ເດີນທາງຜ່ານແຂວງຢູນໜານ ເພື່ອເຄື່ອນໄຫວວຽກງານ ແລະ ຢ້ຽມຢາມ ສປ ຈີນ ກໍຄືຢູ່ແຂວງຢູນໜານ ໃນໄລຍະຜ່ານມາ; ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມສະພາປະຊາຊົນແຂວງຢູນໜານ ຄັ້ງທີ 2 ສະໄໝ XIV ທີ່ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນການເຄື່ອນໄຫວພົວພັນຮ່ວມມືຕົວຈິງ ລະຫວ່າງ ສປປ ລາວ ກັບແຂວງຢູນໜານ ໃນໄລຍະຜ່ານມາ ເປັນຕົ້ນ ການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງການນຳຂັ້ນຕ່າງໆ, ການປະຕິບັດໂຄງການລົງທຶນ ຂອງພາກທຸລະກິດແຂວງຢູນໜານ ຢູ່ ສປປ ລາວ, ການຊ່ວຍເຫຼືອ ຂອງແຂວງຢູນໜານ ກໍຄື ສປ ຈີນ ທາງດ້ານຕ່າງໆ ໃຫ້ແກ່ ສປປ ລາວ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີທິດທາງການພົວພັນຮ່ວມມືກັນໃນຕໍ່ໜ້າບາງດ້ານ ເປັນຕົ້ນສະເໜີສອງຝ່າຍ ສືບຕໍ່ຜັນຂະຫຍາຍການຕົກລົງຂອງການນຳຂັ້ນສູງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີໝາກຜົນເປັນຢ່າງດີ; ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທີ່ລັດຖະບານທັງສອງຝ່າຍໄດ້ຕົກລົງແລ້ວ ໃຫ້ສຳເລັດຕາມແຜນ; ຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດຂອງແຂວງ ຢູນໜານ ກໍຄືນັກລົງທຶນຈາກ ສປ ຈີນ ມາລົງທຶນ ຢູ່ ສປປ ລາວ ເປັນຕົ້ນການລົງທຶນກໍ່ສ້າງເສັ້ນທາງດ່ວນ, ການລົງທຶນດ້ານຜະລິດກະສິກໍາ, ລວມທັງການລົງທຶນຢູ່ເຂດເສດຖະກິດ ບໍ່ເຕ່ນ-ບໍ່ຫານ ແລະ ອື່ນໆ ໃຫ້ປະກົດຜົນເປັນຈິງຫຼາຍຂຶ້ນ; ສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງຝ່າຍລາວ ແລະ ຈີນ ສືບຕໍ່ເລັ່ງລັດ ແລະ ເຮັດວຽກຮ່ວມກັນ ເພື່ອປັບປຸງການບໍລິການ, ການອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ ດ້ວຍລົດໄຟລາວ-ຈີນ ໂດຍສະເພາະການປຶກສາຫາລືກ່ຽວກັບ ການບໍລິການຢູ່ຈຸດດຽວຮ່ວມກັນ ເພື່ອຫຼຸດຜ່ອນໄລຍະເວລາໃນການແຈ້ງຢູ່ດ່ານ, ຫຼຸດຕົ້ນທຶນ ທັງຮັບປະກັນຄວາມປອດໄພ; ຊຸກຍູ້ພາກ ສ່ວນກ່ຽວຂ້ອງຂອງ ສປ ຈີນ ອຳນວຍຄວາມສະດວກໃນການນຳເຂົ້າສິນຄ້າກະສິກຳທີ່ ສປປ ລາວ ມີທ່າແຮງໃນການຜະລິດ ເພື່ອນຳເຂົ້າໄປຈຳໜ່າຍ ຢູ່ ສປ ຈີນ ໃຫ້ຫຼາຍຂຶ້ນ, ພ້ອມທັງ ຊຸກຍູ້ປະຊາຊົນແຂວງ ຢຸນນານ ເຂົ້າມາທ່ອງທ່ຽວ ສປປ ລາວ ເພີ່ມຂຶ້ນ.
ໃນໂອກາດດຽວກັນ, ທ່ານເຈົ້າແຂວງຢູນໜານ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ. ພ້ອມທັງ ແຈ້ງໃຫ້ທ່ານ ນາຍົກລັດຖະມົນຕີ ໄດ້ຮັບຊາບ ກ່ຽວກັບສະພາບພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຢູນໜານ ໃນຊຸມປີຜ່ານມາ, ລວມທັງ ການພົວພັນຮ່ວມມື ແລະ ການຈັດຕັ້ງປະຕິບັດບັນດາໂຄງການ ຢູ່ ສປປ ລາວ. ນອກນັ້ນ ຍັງໄດ້ສະເໜີການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ເພີ່ມທະວີການແລກປ່ຽນບົດຮຽນທາງດ້ານການແກ້ໄຂຄວາມທຸກຍາກ, ວັດທະນະທຳ, ກະສິກຳ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ; ປັບປຸງແກ້ໄຂ ບັນດາຂໍ້ຄົງຄ້າງຕ່າງໆ ໃຫ້ມີຄວາມໂລ່ງລ່ຽນ ໂດຍສະເພາະການຂົນສົ່ງສິນຄ້າຜ່ານດ່ານຕ່າງໆ, ບາງໂຄງການລົງທຶນ ທີ່ຍັງມີຄວາມຊັກຊ້າ, ການເພີ່ມປະລິມານສິນຄ້າ ໄປຈຳໜ່າຍຢູ່ ສປ ຈີນ ແລະ ອື່ນ.
(ຂ່າວ-ພາບ: ເພຈ ປະຊາຊົນ)

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword