ສຄອຊ ຈັດສໍາມະນາກ່ຽວກັບແນວທາງປະຕິບັດທີ່ດີທີ່ສຸດໃນການຮຽນວິຊາຊີບຢູ່ສະຖານປະກອບການ

ສຄອຊ ຈັດສໍາມະນາກ່ຽວກັບແນວທາງປະຕິບັດທີ່ດີທີ່ສຸດໃນການຮຽນວິຊາຊີບຢູ່ສະຖານປະກອບການ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 1 ເມສາ 2025 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ປະສົບຄວາມສຳເລັດໃນການຈັດກອງປະຊຸມສຳມະນາ ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL),

ໂດຍມີບັນດາພາກສ່ວນກ່ຽວຂ້ອງທີ່ສຳຄັນທັງພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ. ກອງປະຊຸມດັ່ງກ່າວມີຈຸດມຸ່ງໝາຍ ເພື່ອສົ່ງ ເສີມແນວທາງປະຕິບັດທີ່ດີທີ່ສຸດ ແລະ ບົດຮຽນທີ່ໄດ້ຮັບໃນການຈັດຕັ້ງປະຕິບັດ WBL, ເພີ່ມທະວີການຮ່ວມມືລະຫວ່າງ ສະຖາບັນອາຊີວະສຶກສາ ແລະ ສະຖານປະກອບການ ເພື່ອເສີມຂະຫຍາຍການພັດທະນາກໍາລັງແຮງງານໃນ ສປປ ລາວ.
ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສຄອຊ, ເປັນປະທານໃນການສຳມະນາຄັ້ງນີ້ ໂດຍໄດ້ຢືນຢັນເຖິງຄວາມມຸ່ງໝັ້ນຂອງອົງກອນໃນການສົ່ງເສີມກຳລັງແຮງງານທີ່ມີທັກສະຜ່ານຍຸດທະສາດ WBL ທີ່ມີປະສິດທິພາບ. ໃນບົດກ່າວເປີດພິທີ, ທ່ານ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງ WBL ໃນການຍົກລະດັບທາງດ້ານວິຊາຊີບຂອງແຮງງານລາວໃຫ້ມີຄວາມສາມາດທາງດ້ານອຸດສາຫະກຳ ສົ່ງຜົນໃຫ້ເພີ່ມຂີດຄວາມສາມາດໃນການແຂ່ງຂັນທາງທຸລະກິດ ແລະ ຊຸກຍູ້ການເຕີບໃຫຍ່ ຂະຫຍາຍຕົວຂອງເສດຖະກິດ.
ຈຸດສໍາຄັນຂອງການສໍາມະນາຄັ້ງນີ້ ແມ່ນການນໍາສະເໜີຂອງຜູ້ຊ່ຽວຊານໂດຍ ທ່ານ ນາງ Kathrin Pape, ທີ່ປຶກສາການພັດທະນາພາກທຸລະກິດ ແລະ ຜູ້ໃຫ້ການສະໜັບສະໜູນໂຄງການຈາກ HELVETAS, ທ່ານ ໄດ້ໃຫ້ຂໍ້ມູນໃນການສ້າງຄວາມເຂົ້າໃຈທີ່ສໍາຄັນກ່ຽວກັບຮູບແບບ WBL ທີ່ປະສົບຜົນສໍາເລັດຈາກປະເທດສະມາຊິກຂອງສະຫະພາບເອີຣົບ ແລະ ກໍລະນີສຶກສາອື່ນໆທົ່ວໂລກ. ທ່ານ ນາງ Kathrin Pape ໄດ້ນຳສະເໜີກ່ຽວກັບ “ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດຂອງໂຄງການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ພາຍໃຕ້ຂໍ້ລິເລີ່ມດ້ານອາຊີວະສຶກສາ ອາຊຽນ-ສະວິສເຊີແລນ (ASTI) ໃນປະເທດລາວ” ໂດຍສະເພາະ, ໄດ້ສະແດງໃຫ້ເຫັນເຖິງຂໍ້ໄດ້ປຽບທາງດ້ານເສດຖະກິດຂອງໂຄງການ WBL ທີ່ມີໂຄງສ້າງສໍາລັບສະຖານປະກອບການ ແລະ ຜູ້ເຂົ້າຮັບການຝຶກອົບຮົມ. ການນໍາສະເໜີໄດ້ກະຕຸ້ນໃຫ້ມີການສົນທະນາຢ່າງຕັ້ງໜ້າ, ໂດຍຜູ້ເຂົ້າຮ່ວມມີສ່ວນຮ່ວມຢ່າງຫ້າວຫັນໃນວາລະຖາມ-ຕອບ ເພື່ອສຳຫຼວດການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວໃນສະພາບການຂອງ ສປປ ລາວ.
ກອງປະຊຸມສຳມະນາຄັ້ງນີ້ ເຮັດໜ້າທີ່ເປັນເວທີທີ່ສຳຄັນໃນການແລກປ່ຽນຄວາມຮູ້ ແລະ ເສີມຂະຫຍາຍຄວາມສຳຄັນຂອງ WBL ໃນການເສີມສ້າງຂີດຄວາມສາມາດດ້ານແຮງງານໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ. ສຄອຊ ຫວັງວ່າ: ການເຜີຍແຜ່ແນວທາງປະຕິບັດທີ່ດີທີ່ສຸດເຫຼົ່ານີ້ຈະນໍາໄປສູ່ການນຳເອົາວຽກງານ WBL ໄປໃຊ້ຢ່າງກວ້າງຂວາງໃນອຸດສາຫະກໍາທີ່ຫຼາກຫຼາຍ ເຊິ່ງສຸດທ້າຍແລ້ວຈະໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດທີ່ຍືນຍົງໃນ ສປປ ລາວ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword