ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເອັດເອັມຈີກຣຸບ ຈໍາກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.
ນະຄອນຫຼວງວຽງຈັນ, 16 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສັງຄົມ ຈັນສຸກ ຮອງປະທານ ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເອັດເອັມຈີກຣຸບ ຈໍາກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.
ໃນໂອກາດດຽວກັນ, ບໍລິສັດ ເອັດເອັມຈີກຣຸບ ຈໍາກັດຜູ້ດຽວ ຍັງໄດ້ລາຍງານເຖິງຜົນສຳເລັດຂອງການດຳເນີນທຸລະກິດ ແລະ ຍຸດທະສາດຂອງບໍລິສັດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ບໍລິສັດ ເອັດເອັມຈີກຣຸບ ຈໍາກັດຜູ້ດຽວ ໃຫ້ບໍລິການ ຈຳໜ່າຍລົດ, ທີ່ປຶກສາພະລັງງານໄຟຟ້າ ແລະ ບໍ່ແຮ່, ທະນາຄານ, ປະກັນໄພ, ສິນເຊື່ອ, ຮັບເຫມົາກໍ່ສ້າງ, ສຳຫລວດ ແລະ ອອກແບບກໍ່ສ້າງ.