ຄະນະບໍລິຫານງານ ສຄອຊ ພ້ອມດ້ວຍນັກທຸລະກິດ ເດີນ ທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມພົບປະທຸລະກິດ ມົງໂກລີ-ລາວ

ຄະນະບໍລິຫານງານ ສຄອຊ ພ້ອມດ້ວຍນັກທຸລະກິດ ເດີນ ທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມພົບປະທຸລະກິດ ມົງໂກລີ-ລາວ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດຄະນະນັກທຸລະກິດ ເພື່ອເດີນທາງຕິດຕາມຄະນະທາງການ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ເເຫ່ງ ສປປ ລາວ ໃນການເຄື່ອນໄຫວຢ້ຽມຢາມຢ່າງເປັນທາງການ ທີ່ ປະເທດ ມົງໂກລີ.

ເຊິ່ງການມາຢ້ຽມຢາມໃນຄັ້ງນີ້, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ນຳພາໂດຍ ທ່ານ ປອ ໄຊບັນດິດ ຣາຊພົນ, ຮອງປະທານ ສຄອຊ ໄດ້ນຳພາເອົາບັນດານັກທຸລະລາວເພື່ອເດີນທາງຮ່ວມຕິດຕາມຄະນະທາງການໃນຄັ້ງນີ້, ໃນໂອກາດດັ່ງກ່າວນີ້ ສຄອຊ ໄດ້ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ມົງໂກລີ ຈັດກອງປະຊຸມພົບປະທຸລະກິດ ມົງໂກລີ-ລາວ ຂື້ນໃນວັນທີ 11 ມີຖຸນາ 2024, ໂດຍເປັນກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມ ໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.
ເຊິ່ງໂດຍຈຸດປະສົງຂອງກອງປະຊຸມດັ່ງກ່າວເພື່ອແມ່ນເພື່ອເປັນການເປີດໂອກາດ ແລະ ເປັນເວທີຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງທຸລະກິດມົງໂກລີ-ລາວ ເພື່ອໃຫ້ນັກທຸລະກິດສອງປະເທດໄດ້ພົບປະປຶກສາຫາລື, ແລກປ່ຽນຂໍ້ມູນທາງດ້ານການຄ້າ-ການລົງທຶນ, ຊຸກຍູ້ສົ່ງເສີມການພົວພັນທາງດ້ານເສດຖະກິດໃນຂະແໜງການຄ້າ, ການລົງທຶນ,, ພະລັງງານ, ຂົນສົ່ງ, ກະສິກຳ ແລະ ຂະແໜງການກ່ຽວຂ້ອງ ເຊິ່ງເຫັນວ່າສອງຝ່າຍມີທ່າແຮງຮ່ວມກັນ. ນອກນີ້ຍັງຮັບຟັງການເເລກປ່ຽນທາງດ້ານການດຳເນີນທຸລະກິດ ຂອງ ລາວ, ມົງໂກລີ ເປັນທ່າແຮງຂອງເເຕ່ລະຝ່າຍເພື່ອຜັກດັນໃຫ້ເກີດການຮ່ວມມື ແລະ ປະສານງານຕິດຕໍ່ການຮ່ວມມືໃນຂະແຫນງທຸລະກິດ ເຊັ່ນ: ດ້ານຂົນສົ່ງ,ການບໍລິການ-ການພັດທະນາເຂດຂົນສົ່ງ, ຜະລິດຕະພັນກະສິກຳ, ດ້ານການຄ້າ-ການລົງທຶນ, ຄ້າຍົກ-ຄ້າຍ່ອຍ, ອຸດສາຫະກຳເບົາ, ດິຈິຕອລ ແລະ ອື່ນໆ. ໂດຍຂະແໜງທຸລະກິດທີ່ເໜັ້ນໜັກແມ່ນດ້ານການຂົນສົ່ງ-ຈັດສົ່ງສິນຄ້າ, ກະສິກຳປູກຝັງ ແລະ ພະລັງງານທົດເເທນ.,
ແລະ ໃນຕອນເຊົ້າຂອງວັນທີ 12 ມີຖຸນາ 2024 ຄະນະທຸລະກິດໄດ້ເດີນທາງໄປຢ້ຽມຢາມ, ພົບປະ ກັບ ເຂດພັດທະນາການຂົນສົ່ງທາງບົກ ຂອງ ມົງໂກລີ ເຊິ່ງການລົງຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອຢ້ຽມຊົມການພັດທະນາເຂດບໍລິການຂົນສົ່ງ, ເເລກປ່ຽນຂໍ້ມູນການລົງທຶນ ແລະ ການບໍລິການຕ່າງໆໃນດ້ານນຳເຂົ້າ-ສົ່ງອອກສິນຄ້າຜ່ານເຂດຂົນສົ່ງມົງໂກລີ ເພື່ອເປັນແນວທາງໃນການຮ່ວມມື, ການສົ່ງສິນຄ້າໄປປະເທດຕ່າງໆຈາກ ສປປ ລາວ ແລະ ຈາກ ມົງໂກລີ ໄປປະເທດທີສາມໂດຍຜ່ານເຂດຂົນສົ່ງທາງບົກ.
ພາຍຫລັງສຳເລັດການຢ້ຽມຢາມເຂດຂົນສົ່ງ ຂອງ ໂມໂກລີ ແລ້ວຄະນະນັກທຸລະກິດ ແລະ ຄະນະທາງການ ຂອງ ພະນະທ່ານ ທອງລຸນ ສີຮສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະທຸກທ່ານເເມ່ນໄດ້ເດີນທາງກັບຄືນ ສປປ ລາວ ໃນຕອນຄ່ຳຂອງວັນທີ 12 ມີຖຸນາ 2024.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword