ກອງປະຊຸມ ຄະນະກໍາມະການແຮງງານແຫ່ງຊາດ ຄັ້ງທີ II ເພື່ອປຶກສາຫາລືການປັບປຸງຄ່າແຮງງານຂັ້ນຕ່ຳສຸດ ຢູ່ ສປປລາວ

ກອງປະຊຸມ ຄະນະກໍາມະການແຮງງານແຫ່ງຊາດ ຄັ້ງທີ II ເພື່ອປຶກສາຫາລືການປັບປຸງຄ່າແຮງງານຂັ້ນຕ່ຳສຸດ ຢູ່ ສປປລາວ

ກອງປະຊຸມ ຄະນະກໍາມະການແຮງງານແຫ່ງຊາດ ຄັ້ງທີ II ເພື່ອປຶກສາຫາລືການປັບປຸງຄ່າແຮງງານຂັ້ນຕ່ຳສຸດ, ໃນວັນທີ 24 ກໍລະກົດ 2024, ທີ່ ເຮືອນຮັບແຂກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ

ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມະການແຮງງານແຫ່ງຊາດຄັ້ງທີ II ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕ່ຳສຸດ, ໂດຍການເປັນປະທານຂອງ ທ່ານ ນາງ ໃບຄໍາ ຂັດທິຍະ, ປະທານຄະນະກໍາມະການແຮງງານແຫ່ງຊາດ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ເລັດ ໄຊຍະພອນ, ປະທານ ຄະນະບໍລິຫານ ສູນກາງ ສະຫະພັນກຳມະບານລາວ, ມີທ່ານຮອງລັດຖະມົນຕີ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຄະນະກຳມະທິການຕ່າງໜ້າ ຜູ້ໃຊ້ແຮງງານ ແລະ ອຸດສາຫະກຳ, ຫົວໜ້າກົມ, ຮອງຫົວໜ້າກົມ, ສະຖາບັນພັດທະນາສີມືແຮງງານ, ອົງການປະກັນສັງຄົມແຫ່ງຊາດ, ສະມາຄົມກຸ່ມທຸລະກິດ ພ້ອມດ້ວຍວິຊາການ 03 ຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການປຶກສາຫາລື, ຄົ້ນຄວ້າ ການກໍານົດຄ່າແຮງງານຂັ້ນຕໍ່າສຸດ ສໍາລັບຜູ້ອອກແຮງງານທີ່ເຮັດວຽກໃນຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດສໍາລັບຜູ້ອອກແຮງງານໃນໄລຍະນີ້ ເພາະໃນເງື່ອນໄຂທີ່ສະພາບຂອງພາກພື້ນ ແລະ ພາຍໃນປະເທດຍັງມີສິ່ງທ້າທາຍຫຼາຍປະການ ໂດຍສະເພາະແມ່ນບັນຫາເສດຖະກິດ-ການເງິນ, ຄວາມບໍ່ໝັ້ນທ່ຽງຂອງລາຄານໍ້າມັນເຊື້ອໄຟ, ການເໜັງຕີງຂອງລາຄາສິນຄ້າອຸປະໂພກ-ບໍລິໂພກທີ່ສູງຂຶ້ນ, ໄພເງິນເຟີ້, ຄ່າຂອງເງິນກີບອ່ອນຄ່າ ແລະ ອື່ນໆ; ຊຶ່ງໄດ້ສົ່ງຜົນກະທົບທາງລົບຕໍ່ເສດຖະກິດ ເວົ້າລວມ ແລະ ເວົ້າສະເພາະ ຕໍ່ກັບຜູ້ອອກແຮງງານລາວ ແລະ ຜູ້ໃຊ້ແຮງງານ ທີ່ໄດ້ປະເຊີນກັບຄວາມຫຍຸ້ງຍາກບໍ່ໜ້ອຍກ່ຽວກັບການຈ້າງງານ ແລະ ບັນຈຸຕຳແໜ່ງງານເຂົ້າສູ່ຫົວຫນ່ວຍແຮງງານ ໃນປັດຈຸບັນ ລວມເຖິງບັນຫາສະພາບແວດລ້ອມ ແລະ ສະຫວັດດີການແຮງງານໃນສະຖານທີ່ເຮັດວຽກ ຊຶ່ງທັງໝົດບັນຫາເຫລົ່ານີ້ ແມ່ນເປັນບັນຫາທີ່ຮີບດ່ວນ ແລະ ສໍາຄັນ ທີ່ອົງການສາມຝ່າຍ ຈຳເປັນຕ້ອງໄດ້ຮ່ວມກັນປຶກສາຫາລືກັນ ເພື່ອປັບປຸງ ແລະ ແກ້ໄຂ ໂດຍສະເພາະແມ່ນບັນຫາທາງດ້ານຄ່າແຮງງານຂັ້ນຕໍ່າຂອງຜູ້ອອກແຮງງານ ໃຫ້ສອດຄ່ອງກັບສະພາບ, ເງື່ອນໄຂດ້ານເສດຖະກິດໃນໄລຍະນີ້.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword