ໂຄງການ SUSTOUR ລາວໄດ້ຈັດມອບໂປສເຕີ “ຄຳແນະນຳດ້ານຄວາມຍືນຍົງ ສຳລັບນັກທ່ອງທ່ຽວໃນປະເທດລາວ” ໃຫ້ກັບ 3 ໜ່ວຍງານຫຼັກ

ໂຄງການ SUSTOUR ລາວໄດ້ຈັດມອບໂປສເຕີ “ຄຳແນະນຳດ້ານຄວາມຍືນຍົງ ສຳລັບນັກທ່ອງທ່ຽວໃນປະເທດລາວ” ໃຫ້ກັບ 3 ໜ່ວຍງານຫຼັກ

ວັນທີ 2 ມິຖຸນາ 2022 ທີ່ຜ່ານມາ, ໂຄງການ SUSTOUR ລາວໄດ້ຈັດມອບໂປສເຕີ “ຄຳແນະນຳດ້ານຄວາມຍືນຍົງ ສຳລັບນັກທ່ອງທ່ຽວໃນປະເທດລາວ” ໃຫ້ກັບ 3 ໜ່ວຍງານຫຼັກ ທີ່ເປັນຄູ່ຮ່ວມງານຂອງໂຄງການຄື ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະມາຄົມທຸລະກິດທ່ອງທ່ຽວລາວ, ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ.

ໂດຍໂປສເຕີດັ່ງກ່າວຈະໄດ້ຖືກແຈກຢາຍໃຫ້ກັບຫົວໜ່ວຍທຸລະກິດດ້ານການທ່ອງທ່ຽວ ແລະ ໂຮງແຮມ ແລະ ຮ້ານອາຫານ ເພື່ອຈຸດປະສົງໃນການໂຄສະນາດ້ານການທ່ອງທ່ຽວແບບຍືນຍົງ ແລະ ສົ່ງເສີມພຶດຕິກຳທີ່ເໝາະສົມຂອງນັກທ່ອງທ່ຽວໃນຫຼາຍໆ ດ້ານເຊັ່ນ: ການມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ, ການຊຸກຍູ້ທຸລະກິດໃນທ້ອງຖິ່ນ, ການອະນຸລັກປະເພນີ ແລະ ວັດທະນະທຳທ້ອງຖິ່ນ ພ້ອມດ້ວຍຂໍ້ຄວນປະຕິບັດທີ່ປອດໄພຈາກພະຍາດໂຄວິດ – 19.

Write a Message

Your email address will not be published.

Related Posts

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more

Enter your keyword